ພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງຫົວພັນ ສປປ ລາວ ອວຍພອນພະແນກວັດທະນະທຳ,ກິລາ ແລະ ການທ່ອງທ່ຽວ ແຂວງເຊີນລາ ສສ ຫວຽດນາມ.

ພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງຫົວພັນ ສປປ ລາວ ອວຍພອນພະແນກວັດທະນະທຳ,ກິລາ ແລະ ການທ່ອງທ່ຽວ ແຂວງເຊີນລາ ສສ ຫວຽດນາມ.

ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຈະໝູນວຽນມາບັນຈົບຄົບຮອບ 81 ປີ ( ວັນທີ 2/9/1945 – 2/9/2026 ), ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຫົວພັນ ແຫ່ງ ສປປ ລາວ ນຳພາໂດຍ ທ່ານ ແສງສຸວັນ ວົງຄຳ ກຳມະການພັກແຂວງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 8 ແຂວງຫົວພັນ, ຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງ ພ້ອມດ້ວຍຄະນະໄດ້ເດີນທາງໄປອວຍພອນ ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ເຊີນລາ ສສ ຫວຽດນາມ. ໃຫ້ກຽດຕ້ອນຮັບນຳໂດຍ ທ່ານ ນາງ ຮວາງທິດວຍ ຄະນະກຳມະການພັກແຂວງ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງເຊີນລາ ພ້ອມດ້ວຍຄະນະ.


ໃນພິທີພົບປະອວຍພອນ, ທ່ານ ແສງສຸວັນ ວົງຄຳ ຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງຫົວພັນ ໄດ້ລາຍງານຈຸດປະສົງການມາຢ້ຽມຢາມ ແລະ ພົບປະອວຍພອນການນຳ ພະແນກ ວັດທະນະທຳ ກິລາ ແລະ ທ່ອງທ່ຽວແຂວງເຊີນລາ ສສ ຫວຽດນາມ ໃນໂອກາດປະເທດຊາດຫວຽດນາມໄດ້ຮັບການປົດປ່ອຍໃນວັນທີ 2 ກັນຍາ 1945 ຜ່ານມາ. ຕະຫຼອດໄລຍະ 81 ປີ ພາຍໃຕ້ການຊີ້ນຳນຳພາອັນສະຫຼາດສ່ອງໃສຂອງພັກຄອມມູນິດຫວຽດນາມ ແລະ ພາຍໃຕ້ການນຳພາຂອງປະທານໂຮ້ຈີມີນ ຜູ້ຍິ່ງໃຫຍ່ ການປະກາດເອກະລາດເປີດສັງກາດໃໝ່ແຫ່ງຄວາມເປັນເອກະລາດ, ອິດສະລະພາບ ແລະ ອະທິປະໄຕຂອງຊາດ ໄດ້ສ້າງສາປະເທດຊາດໃຫ້ກາຍເປັນປະເທດສັນຕິພາບ, ປະເທດຊາດຈະເລີນຮຸ່ງເຮືອງ, ມີບົດບາດສຳຄັນໃນພາກພື້ນ ແລະ ເວທີສາກົນ. ພາຍໃຕ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ -ຫວຽດນາມ ໄດ້ເຮັດໃຫ້ສອງແຂວງ ຫົວພັນ-ແຂວງເຊີນລາ, ເວົ້າສະເພາະ ສອງພະແນກວັດທະນະທຳ ແລະ ການທ່ອງທ່ຽວ ແຂວງຫົວພັນ ແລະ ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງເຊີນລາ ໄດ້ຮັບຜົນປະໂຫຍດຢ່າງເປັນຮູບປະທຳ. ເພື່ອສືບຕໍ່ມີການຮ່ວມມືພົວພັນ, ຄວາມສາມັກຄີ ແລະ ຊ່ວຍເຫຼືອເຊີ່ງກັນ ແລະ ກັນຢ່າງບໍ່ຢຸດຢັ້ງ, ເພີ່ມການຮ່ວມມືແລກປ່ຽນດ້ານວັດທະນະທຳ ແລະ ວຽກງານການທ່ອງທ່ຽວໃຫ້ເຊື້ອມໂຍງກັນ, ການໄປມາຫາສູ່ໃຫ້ມີຄວາມສະດວກສະບາຍ.
ໃນໂອກາດນີ້, ພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງຫົວພັນ ຍັງໄດ້ຮຽນເຊີນການນຳພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງເຊີນລາ ເດີນທາງຢ້ຽມຢາມພົບປະແລກປ່ຽນບົດຮຽນຮອບດ້ານຂອງວຽກງານວັດທະນະທຳ ແລະ ທ່ອງທ່ຽວສອງແຂວງຢູ່ຫົວພັນ ໃນເວລາອັນເໝາະສົມ. ພ້ອມນີ້, ທ່ານຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງຫົວພັນ ຍັງເປັນກຽດມອບກະຕ່າດອກໄມ້ອວຍພອນການນຳພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງເຊີນລາ. ແລະ ທັງສອງຝ່າຍຍັງໄດ້ມອບຂອງຂັວນໃຫ້ກັນແລະກັນຕື່ມອີກ.

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องข้อมูลจำเป็นถูกทำเครื่องหมาย *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa