ແຂວງຫົວພັນປາຖະກະຖາ 3 ວັນສໍາຄັນຂອງຊາດ

ແຂວງຫົວພັນປາຖະກະຖາ 3 ວັນສໍາຄັນຂອງຊາດ


ວັນທີ 20 ສິງຫາ 2026 ນີ້, ແຂວງຫົວພັນໄດ້ຈັດພິທີປາຖະກະຖາວັນປະກາດໃຊ້ລັດຖະ ທໍາມະນູນແຫ່ງ ສປປ ລາວ ຄົບຮອບ 35 ປີ, ວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 76 ປີ ແລະ ວັນຍຶດອຳນາດທົ່ວປະເທດຄົບຮອບ 81 ປີ ຢູ່ທີ່ສະໂມສອນແຂວງ. ເປັນກຽດປາຖະກະຖາ ໂດຍທ່ານ ຄອນປະພັນ ເລືອງສີຈັນທອງ ຮອງເລຂາພັກແຂວງ, ຜູ້ປະຈໍາການ, ຜູ້ຊີ້ນໍາວຽກງານແນວ ຄິດທິດສະດີ, ວຽກງານພັກ, ພະນັກງານ ແລະ ວຽກງານອົງການຈັດຕັ້ງມະຫາຊົນຂັ້ນແຂວງ; ມີການນໍາແຂວງ, ການນໍາເມືອງຊໍາເໜືອ, ຫົວໜ້າພະແນກການ, ກົມກອງ , ພະນັກງານອາວຸໂສບໍານານ ພ້ອມດ້ວຍພະນັກງານລັດຖະກອນອ້ອມຂ້າງແຂວງ, ເມືອງຊຳເໜືອ ແລະ ຕາແສງເມືອງຊໍາເຂົ້າຮ່ວມນໍາ.


ໃນພິທີ, ໄດ້ຍົກໃຫ້ເຫັນຄວາມໝາຍ, ຄວາມສໍາຄັນຂອງລັດຖະທຳມະນູນ, ປະຫວັດແຫ່ງ ການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວຂອງອົງການແນວລາວສ້າງຊາດ, ປະຫວັດຄວາມເປັນມາຂອງ ການຍຶດອຳນາດເດືອນສິງຫາ ປີ 1945. ຊື່ງລັດຖະທໍາມະນູນ ແຫ່ງ ສປປ ລາວ ແມ່ນໝາກຜົນ ລວມຍອດຂອງການປະຕິວັດຊາດ ປະຊາທິປະໄຕ ປະຊາຊົນ ພາຍໃຕ້ການນໍາພາ ຂອງພັກປະ ຊາຊົນປະຕິວັດລາວ; ແມ່ນໝາກຜົນອັນໃຫຍ່ຫຼວງຂອງປະຊາ ຊົນລາວບັນດາເຜົ່າ ໃນການຈັດຕັ້ງ ປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ ມີຫຼັກການຂອງພັກ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ບູລະນະລະບອບປະຊາທິ ປະໄຕປະຊາຊົນ ຂຶ້ນສູ່ສັງຄົມນິຍົມ; ຊຶ່ງເປັນການຢັ້ງ ຢືນເຖິງຄວາມເປັນເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະ ເທດຊາດ ກໍຄື: ຄວາມເປັນເອກະພາບພາຍໃນຊາດ ຕໍ່ພາກພື້ນ ແລະ ສາກົນ; ທັງເປັນການສ່ອງ ແສງຢ່າງຈະແຈ້ງ ແລະ ຄົບຖ້ວນເຖິງຄວາມມຸ້ງມາດປາຖະໜາອັນແຮງກ້າ ແລະ ຄວາມເດັດ ດ່ຽວຕັດສິນໃຈອັນສູງສົ່ງ ຂອງວົງຄະນະຍາດແຫ່ງຊາດລາວ ເພື່ອພ້ອມກັນສູ້ຊົນບຸກບືນປົກ ປັກຮັກສາ ແລະ ສ້າງສາປະເທດຊາດ, ສ້າງລັດເຮົາໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍ ຂອງປະຊາ ຊົນໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດ ຂອງປະຊາຊົນຢ່າງແທ້ຈິງ, ແນ່ໃສ່ເຮັດໃຫ້ປະຊາ ຊົນລາວບັນດາເຜົ່າຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີປອງດອງ, ມີປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ.
ສຳລັບວັນສ້າງຕັ້ງແນວລາວສ້າງຊາດໂດຍລວມແລ້ວ ຕະຫຼອດໄລຍະ 76 ປີຜ່ານມາ ແນວລາວສ້າງຊາດໄດ້ເຕີບໃຫຍ່ຂະຫຍາຍຕົວຜ່ານ 3 ໄລຍະເຊັ່ນ: ແນວລາວອິດສະຫຼະ, ແນວລາວ ຮັກຊາດ ແລະ ແນວລາວສ້າງຊາດ ໂດຍການ ເປັນປະທານ ຂອງສະເດັດເຈົ້າ ສຸພານຸວົງ ແລະ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ຊຶ່ງນໍາພາໂດຍ ປະທານ ໄກສອນ ພົມວິຫານ ທີ່ເຄົາລົບຮັກ ແລະ ບັນດາຜູ້ນໍາ ອື່ນໆ. ແນວລາວສ້າງຊາດໄດ້ອອກໜ້າແທນ ພັກເປັນຄັນທຸງເຕົ້າໂຮມຄວາມສາມັກຄີ, ເປັນຜູ້ປຸກລະດົມຂົນຂວາຍ ປະຊາຊົນບັນດາເຜົ່າທົ່ວ ທັງຊາດ ລຸກຮື້ຂຶ້ນຕໍ່ສູ້ປົດປ່ອຍຊາດ ແລະ ປົກປັກຮັກສາໝາກຜົນຂອງການປະຕິວັດ ສືບຕໍ່ສ້າງສາ ພັດທະນາປະເທດຊາດ ໃຫ້ນັບມື້ນັບຈະເລີນກ້າວໜ້າ ຕາມອຸດົມການຂອງພັກວາງໄວ້ ແລະ ວັນຢຶດອຳນາດ 23 ສິງຫາ ປີ 1975 ແມ່ນວັນທີ່ມີຄວາມໝາຍຄວາມສໍາຄັນຫຼາຍ ສໍາລັບປະຊາ ຊົນລາວທັງຊາດ ເພາະວ່າ: ໄຊຊະນະດັ່ງກ່າວ ມັນແມ່ນໜາກຜົນແຫ່ງການຕໍ່ສູ້ປະຕິວັດ ອັນຍືດເຍື້ອ ຍາວນານ ຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ; ມັນ ແມ່ນຜົນທີ່ເກີດຈາກຄວາມກ້າຫານປະດິດສ້າງແຫ່ງການນຳໃຊ້ 3 ບາດຄ້ອນຍຸດທະສາດ ເພື່ອຢຶດ ອໍານາດການປົກຄອງໃນທົ່ວປະເທດແບບ ” ບົວບໍ່ຊ້ຳ ນ້ຳບໍ່ຂຸ່ນ “; ມັນແມ່ນໄຊຊະນະຂອງແນວ ທາງປະຕິວັດອັນຖືກຕ້ອງ ແລະ ການນຳພາອັນສະຫຼາດສ່ອງໃສຂອງພັກ ທີ່ຮູ້ຫມູນໃຊ້ລັດທິມາກ-ເລນິນ ເຂົ້າໃນພຶດຕິກໍາຕົວຈິງຂອງການປະຕິວັດລາວ ຢ່າງປະດິດສ້າງ; ມັນແມ່ນໄຊຊະນະຂອງກຳລັງ ແຮງ ແຫ່ງຄວາມສາ ມັກຄີເປັນຈິດໜຶ່ງໃຈດຽວກັນຂອງປວງຊົນທັງຊາດ, ຄວາມເປັນອັນໜຶ່ງອັນ ດຽວກັນຂອງກອງທັບແລະ ປະຊາຊົນລາວບັນດາເຜົ່າ, ແມ່ນໄຊຊະນະຂອງຄວາມສາມັກຄີຮ່ວມ ສຳພັນສູ້ຮົບລະຫວ່າງ ປະຊາຊົນລາວ, ສັງຄົມນິຍົມຫວຽດນາມ ແລະ ປະຊາຊົນກຳປູເຈຍ ທີ່ໄດ້ ຄຽງບ່າຄຽງໄຫລ່ກັນຕ້ານສັດຕູໂຕດຽວກັນຕະຫຼອດໄລຍະການປະຕິວັດປົດປ່ອຍຊາດໃນເມື່ອກ່ອນ ກໍຄືໃນພາລະກິດປົກປັກຮັກສາ ແລະ ກໍ່ສ້າງປະເທດຊາດໃນປະຈຸບັນ.
ພິທີປາຖະກະຖາໃນຄັ້ງນີ້ ບໍ່ພຽງແຕ່ເປັນການສະເຫຼີມສະຫຼອງວັນສຳຄັນທັງ 3 ຂອງຊາດ ເທົ່ານັ້ນ ແຕ່ຍັງເປັນໂອກາດອັນສຳຄັນໃຫ້ພະນັກງານ, ນັກຮຽນ, ນັກສຶກສາ ແລະ ປະຊາຊົນລາວບັນ ດາເຜົ່າ ຢູ່ແຂວງຫົວພັນ ໄດ້ຮ່ວມກັນທົບທວນຄືນປະຫວັດສາດອັນຮຸ່ງເຮືອງຂອງຊາດ, ເຫັນເຖິງຄຸນ ຄ່າຂອງລັດຖະທຳມະນູນ, ບົດບາດຂອງແນວລາວສ້າງຊາດ ແລະ ຄວາມກ້າຫານຂອງບັນພະບຸລຸດ ໃນການຕໍ່ສູ້ຢຶດອຳນາດປົດປ່ອຍຊາດ. ພິທີດັ່ງກ່າວຍັງເປັນການປຸກລະດົມໃຫ້ທຸກພາກສ່ວນ ສືບຕໍ່ ຮັກສາໜາກຜົນແຫ່ງການປະຕິວັດ, ເສີມສ້າງຄວາມສາມັກຄີປອງດອງພາຍໃນຊາດ ແລະ ຮ່ວມແຮງ ຮ່ວມໃຈກັນພັດທະນາປະເທດຊາດ ກໍຄືແຂວງຫົວພັນ ໃຫ້ນັບມື້ນັບຈະເລີນກ້າວໜ້າຕາມແນວ ທາງທີ່ພັກປະຊາຊົນປະຕິວັດລາວ ໄດ້ວາງໄວ້.

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องข้อมูลจำเป็นถูกทำเครื่องหมาย *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa