ສະພາປະຊາຊົນເຂດເລືອກຕັ້ງທີ 8 ແຂວງຫົວພັນ ປະກາດແຕ່ງຕັ້ງປະທານ ແລະ ຮອງປະທານ ຄະນະສະມາຊິກສະພາແຫ່ງຊາດ
………………………………………………..
ວັນທີ 31 ກໍລະກົດ 2026 ນີ້, ສະພາປະຊາຊົນເຂດເລືອກຕັ້ງທີ 8 ແຂວງຫົວພັນ ໄດ້ຈັດພິທີ ປະກາດແຕ່ງຕັ້ງ ປະທານ ແລະ ຮອງປະທານ ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 8 ແຂວງຫົວພັນ ຂຶ້ນຢູ່ທີ່ຫ້ອງປະຊຸມຊັ້ນ 5 ຫ້ອງວ່າການແຂວງຫົວພັນ. ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ມອນໄຊ ລາວມົວຊົ່ງ, ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ມີທ່ານ ພຸດພັນ ແກ້ວວົງໄຊ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ, ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງຂັ້ນສູນກາງ ແລະ ຂັ້ນແຂວງເຂົ້າຮ່ວມ.


ໃນພິທີ, ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານມະຕິຂອງຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 188, ລົງວັນທີ 8 ກໍລະກົດ 2026 ວ່າດ້ວຍການແຕ່ງຕັ້ງປະທານ ແລະ ຮອງປະທານ ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 8 ແຂວງຫົວພັນ. ໂດຍໄດ້ແຕ່ງຕັ້ງ ທ່ານ ພຸດພັນ ແກ້ວວົງໄຊ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ ເປັນປະທານ ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 8 ແຂວງຫົວພັນ ແລະ ແຕ່ງຕັ້ງ ທ່ານ ນາງ ສວຍເພັດ ທອງສົມບັດ, ຄະນະປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ ເປັນຮອງປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດ ເລືອກຕັ້ງທີ 8 ແຂວງຫົວພັນ.

ການປະກາດແຕ່ງຕັ້ງປະທານ ແລະ ຮອງປະທານ ໃນຄັ້ງນີ້ ມີຄວາມໝາຍຄວາມສໍາຄັນຢ່າງຍິ່ງ ເພື່ອ ເຮັດໃຫ້ການເຄື່ອນໄຫວປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຄະນະສະມາຊິກສະພາແຫ່ງຊາດ ຊຸດ ທີ X ປະຈໍາເຂດເລືອກຕັ້ງທີ 8 ແຂວງຫົວພັນ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຖືກຕ້ອງ, ສອດຄ່ອງກັບ ລະບຽບກົດ ໝາຍ, ທັງເປັນການປັບປຸງກົນໄກການເຮັດວຽກໃຫ້ມີຄວາມເຂັ້ມແຂງ ແລະ ເຄື່ອນໄຫວປະຕິບັດໜ້າທີ່ ຮັບຮອງສິດ ແລະ ຜົນປະໂຫຍດຂອງປະຊາຊົນໄດ້ຢ່າງມີປະສິດທິຜົນສູງສຸດໃນຕໍ່ໜ້າ.