ຕຶກສຳນັກງານອົງການປົກຄອງແຂວງຫົວພັນປິດງານແຂ່ງຂັນກິລາປະຈໍາປີ 2026.

ໃນວັນທີ 24 ກໍລະກົດ 2026 ນີ້, ຕຶກສໍານັກງານອົງການປົກຄອງແຂວງຫົວພັນ ໄດ້ປິດງານແຂ່ງຂັນກິລາປະຈໍາປີ 2026 ພາຍຫຼັງທີ່ດໍາເນີນການແຂ່ງຂັນມາເປັນເວລາ 4 ວັນ ( 21 -24 ກໍລະກົດ 2026 ) ຢູ່ທີ່ເດີນກິລາຫ້ວຍແໝນ. ເປັນກຽດເຂົ້າຮ່ວມໂດຍທ່ານ ພຸດພັນ ແກ້ວວົງໄຊ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີບັນດາທ່ານຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການ, ອົງການທຽບເທົ່າພາຍໃນຕຶກສຳນັກງານຫ້ອງວ່າການປົກຄອງແຂວງ, ແຂກຖືກເຊີນ, ນັກທຸລະກິດ, ກຳມະການພ້ອມດ້ວຍນັກກິລາເຂົ້າຮ່ວມນໍາ.

ການແຂ່ງຂັນກິລາ ປະຈໍາປີນີ້ ເຊິ່ງປະກອບມີ 3 ປະເພດກິລາຄື: ກິລາບານເຕະມີ 8 ທີມ, ໃນນັ້ນ ບານເຕະຊາຍມີ 5 ທີມ, ຍິງ 3 ທີມ, ກິລາ ຕໍ່ແລ້ມີ 11 ທີມ, ຍີງ 6 ທີມ, ຊາຍ 5 ທີມ ແລະ ກິລາເປຕັງມີ 17 ທີມ, ຊາຍ 8 ທີມ ແລະ ຍິງ 9 ທີມ.
ຜ່ານການແຂ່ງຂັນກິລາບານເຕະຊາຍອັນດັບໄດ້ແກ່ທີມ ຄະນະກວດກາແຂວງ, ອັນດັບ 2 ໄດ້ແກ່ທີມ ຫ້ອງວ່າການແຂວງ ແລະ ອັນດັບ 3 ໄດ້ແກ່ທີມ ພະແນກການຕ່າງປະເທດ. ກິລາບານເຕະຍິງອັນດັບ 1 ໄດ້ແກ່ທີມ ຫ້ອງວ່າການແຂວງ, ອັນດັບ 2 ໄດ້ແກ່ທີມ ຄະນະຈັດຕັ້ງແຂວງ ແລະ ອັນດັບ 3 ໄດ້ແກ່ທີມ ຄະນະກວດກາແຂວງ. ກິລາຕໍ່ແລ້ທີມຍິງອັນດັບ 1 ໄດ້ແກ່ທີມຄະນະໂຄສະນາອົບຮົມແຂວງ, ອັນດັບ 2 ໄດ້ແກ່ທີມ ຄະນະກວດກາແຂວງ ແລະ ອັນດັບ 3 ໄດ້ແກ່ທີມ ຄະນະຈັດຕັ້ງແຂວງ. ຕໍ່ແລ້ຊາຍອັນດັບ 1 ໄດ້ແກ່ທີມ ຄະນະກໍາມະການ ປກຊ-ປກສ, ອັນດັບ 2 ໄດ້ແກ່ທີມ ຄະນະກວດກາແຂວງ, ອັນດັບ 3 ໄດ້ແກ່ທີມ ຫ້ອງວ່າການແຂວງ. ສໍາລັບກິລາເປຕັງທີມຊາຍອັນດັບ 1 ໄດ້ແກ່ທີມ ຫ້ອງວ່າການແຂວງA, ອັນດັບ 2 ໄດ້ແກ່ທີມ ຄະນະກວດກາແຂວງ ແລະ ອັນດັບ 3 ໄດ້ແກ່ທີມຫ້ອງວ່າການB, ທີມຍິງອັນດັບ 1 ໄດ້ແກ່ທີມ ສະຫະພັນນັກຣົບເກົ່າແຂວງ, ອັນດັບ 2 ໄດ້ແກ່ທີມ ພະແນກການຕ່າງປະເທດ ແລະ ອັນດັບ 3 ໄດ້ແກ່ທີມ ຄະນະກຳມະການ ປກຊ-ປກສ.
ສໍາລັບລາງວັນທີ່ 1 ກິລາແຕ່ລະປະເພດໄດ້ຮັບຂັນ 1 ໜ່ວຍພ້ອມເງິນສົດ 1 ລ້ານກີບ, ອັນດັບ 2 ໄດ້ຮັບເງິນສົດ 8 ແສນກີບ ແລະ ອັນດັບ 3 ແຕ່ລະທີມໄດ້ຮັບເງິນສົດ 6 ແສນກີບ.
ການຈັດງານແຂ່ງຂັນກິລາໃນຄັ້ງນີ້ເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນວັນບຸນສຳຄັນຂອງຊາດ, ຂອງພັກ ໂດຍສະເພາະແມ່ນວັນເກີດປະທານ ສຸພານຸວົງ ຄົບຮອບ 117 ປີ, ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມືຄົບຮອບ 49 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 64 ປີໃຫ້ມີບັນຍາກາດ ແລະ ຂະບວນການພົດພື້ນ ຕິດພັນກັບການສ້າງຄວາມສາມັກຄີຮັກແພງພະນັກງານແຕ່ລະຫ້ອງການ, ພະແນກການ ທີ່ສັງກັດຢູ່ພາຍໃນຕືກຫ້ອງວ່າການ ກໍ່ຄືອົງການພາຄີຂອງຂົງເຂດວຽກງານການເມືອງ, ການປົກຄອງໃຫ້ມີຄວາມຮັດແໜ້ນຂຶ້ນເລື້ອຍໆ.