ພິທີມອບ – ຮັບຊົ່ວຄາວ ໂຄງການຊົນລະປະທານ ຫ້ວຍລວງ ບ້ານ ນາລວງ ເມືອງວຽງໄຊ.

ພິທີມອບ – ຮັບຊົ່ວຄາວ ໂຄງການຊົນລະປະທານ ຫ້ວຍລວງ
ບ້ານ ນາລວງ ເມືອງວຽງໄຊ.

ໃນວັນທີ 17 ກໍລະກົດ 2026 ນີ້, ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງວຽງໄຊ ສົມທົບກັບຄະນະຮັບຜິດຊອບຂັ້ນເມືອງ ລົງກວດກາໂຄງການກໍ່ສ້າງສ້ອມແປງຊົນລະປະທານ ຫ້ວຍລວງ ບ້ານ ນາລວງ ເມືອງວຽງໄຊ ແຂວງຫົວພັນ ແລະ ຈັດພິທີມອບ – ຮັບຊົ່ວຄາວ ຢ່າງເປັນທາງການ ຢູ່ທີ່ສະໂມສອນບ້ານ ໂດຍການເຂົ້າຮ່ວມຂອງ ທ່ານ ສີວິໄລ ພັນທິລາ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ຜູ້ຊີ້ນຳຂົງເຂດເສດຖະກິດ, ທ່ານ ວົງທອງ ພົນມີໄຊ ກຳມະການພັກເມືອງ ປະທານຄະນະກຳມະການປົກຄອງຕາແສງຊຽງລວງ, ມີເຈົ້າຂອງໂຄງການ, ຄະນະຮັບຜິດຊອບ, ບໍລິສັດຜູ້ຮັບເໝົາກໍ່ສ້າງ, ພາກສ່ວນກ້ຽວຂ້ອງ ແລະ ອຳນາດການປົກຄອງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມນຳ.


ໃນພິທີ ທ່ານ ສັງຄອນ ວິຊາການ ປະຈຳສະໜາມ ໄດ້ລາຍງານຜົນການຈັດຕັ້ງປະຕິບັດໂຄງການສ້ອມແປງຊົນລະປະທານ ຫ້ວຍລວງ ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດໂຄງການສ້ອມແປງ ຊົນລະປະທານດັ່ງກ່າວ ແມ່ນໄດ້ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 25 ພະຈິກ 2025 ແລະ ສຳເລັດໃນວັນທີ 25 ເມສາ 2026 ເປັນໂຄງການທີ່ນອນໃນແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງວຽງໄຊ ແລະ ເປັນໂຄງການທີ່ມີທ່າແຮງໃນການຜະລິດສະບຽງອາຫານ, ໂດຍໄດ້ຮັບທຶນຈາກລັດຖະບານ ຮ່ວງທຶນໄຟພິບັດປີ 2024 ເຊິ່ງແມ່ນຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງວຽງໄຊ ເປັນເຈົ້າຂອງໂຄງການ ແລະ ຮັບເໝົາກໍ່ສ້າງໂດຍບໍລິສັດ ວຽງພອນໄຊ ກໍ່ສ້າງສ້ອມແປງເຄຫາສະຖານ ຂົວທາງ ຊົນລະປະທານ ຈຳກັດຜູ້ດຽວ ໜ້າວຽກທີ່ໄດ້ຈັດຕັ້ງປະຕິບັດປະກອບມີ ລະບົບຫົວງານກ້ວາງ 6 ແມັດ, ຍາວ 14.2 ແມັດ ປະກອບມີ 3 ໜ້າວຽກຄື: ວຽກດິນ, ວຽກເບຕົງເສີມເຫຼັກ ແລະ ຫີນກໍ່, ວຽກໂຄງສ້າງເຫຼັກ(ຮາວກັນຕົກ, ປະຕູເອົານ້ຳເຂົ້າຄອງເໝືອງ). ກໍ່ສ້າງຄອງເໝືອງ ມີ 8 ໜ້າວຽກຄື:ວຽກດິນ, ຫີນກໍ່ຄອງເໝືອງຍາວ 650 ແມັດ, ມີຮາງລິນຍາວ 30 ແມັດ, ກໍ່ຄອງເໝືອງພ້ອມຝາປິດຍາວ 120 ແມັດ, ອາຄານຕາດໂຕນ, ກໍ່ຄອງເໝືອງຊອຍ 100 ແມັດ, ຄອງລະບາຍນໍ້າປ່າ 225 ແມັດ, ມີທໍ່ເອົານ້ຳເຂົ້າໃສ່ນາ 12 ຈຸດ. ລວມມູນຄ່າການກໍ່ສ້າງທັງໝົດ 4 ຕື້ກວ່າກີບ (ສີ່ຕື້ກວ່າກີບ). ເຊິ່ງມີຜູ້ໄດ້ຮັບຜົນປະໂຫຍດມີ 1 ບ້ານ ຄື: ບ້ານ ນາລວງ ປະກອບມີ 44 ຄອບຄົວ, ມີພົນລະເມືອງທັງໝົດ 203 ຄົນ, ຍິງ 106 ຄົນ, ມີເນື້ອທີ່ນາທັງໝົດ 25 ເຮັກຕາ. ຜ່ານການລົງກວດກາປະເມີນຜົນຂອງຄະນະຮັບຜິດຊອບ ບັນດາໜ້າວຽກແມ່ນສາມາດຈັດຕັ້ງປະຕິບັດສຳເລັດໄດ້ 100%.

ໂອກາດນີ້, ຍັງມີການເຊັນບົດບັນທຶກມອບ-ຮັບ ໂຄງການດັ່ງກ່າວ ລະຫວ່າງບໍລິສັດຮັບເໝົາກໍ່ສ້າງ ແລະ ເຈົ້າຂອງໂຄງການ ແລ້ວມອບຕໍ່ໃຫ້ບ້ານດັ່ງກ່າວ ເປັນຜູ້ປົກປັກຮັກສາຄຸ້ມຄອງນຳໃຊ້ເຂົ້າໃນການທຳການຜະລິດໃຫ້ເກີດປະໂຫຍດສູງສຸດ.

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องข้อมูลจำเป็นถูกทำเครื่องหมาย *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa