ພະນັກງານຫຼັກແຫຼ່ງເມືອງວຽງໄຊໄດ້ຮັບການຍົກລະດັບທັກສະການໂຄສະນາ-ປາຖະກະຖາ
ລະຫວ່າງວັນທີ 16-17 ມີຖຸນາ 2026 ຢູ່ສະໂມສອນເມືອງວຽງໄຊ, ຄະນະໂຄສະນາອົບຮົມສູນກາງພັກ ສົມທົບກັບຄະນະໂຄສະນາອົບຮົມແຂວງຫົວພັນ ແລະ ຄະນະໂຄສະນາອົບຮົມເມືອງວຽງໄຊ ໄດ້ສຳເລັດ ຊຸດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ ໃຫ້ພະນັກງານຫຼັກແຫຼ່ງ ໃນທົ່ວເມືອງວຽງໄຊ ໂດຍການເປັນປະທານຮ່ວມຂອງທ່ານ ສິງພອນ ທິດສະຫວັນ ຮອງເລຂາພັກເມືອງ, ຜູ້ປະຈຳການ ແລະ ທ່ານ ບົວໄລ ພານຸວົງ ຫົວໜ້າກົມໂຄສະນາ-ປາຖະກະຖາ, ຄະນະໂຄສະນາອົບຮົມສູນກາງພັກ ມີຄະນະຮັບຜິດຊອບຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ ແລະ ສຳມະນາກອນຈາກບັນດາຫ້ອງການ ແລະ 6 ຕາແສງ ທົ່ວເມືອງວຽງໄຊ ເຂົ້າຮ່ວມ ທັງໝົດ 40 ກວ່າສະຫາຍ.

ການຝຶກອົບຮົມຄັ້ງນີ້ໄດ້ອັດລົງດ້ວຍຜົນສຳເລັດ ພາຍຫຼັງທີ່ດຳເນີນມາເປັນເວລາ 2 ວັນເຕັມ ໂດຍສຳມະນາກອນໄດ້ຮັບການຖ່າຍທອດຄວາມຮູ້ ແລະ ທັກສະໃນຫຼາຍດ້ານ ປະກອບມີ: ບັນຫາພື້ນຖານຂອງວຽກງານໂຄສະນາ, ການຈັດຕັ້ງປາຖະກະຖາ ແລະ ສີລະປະການປາກເວົ້າ-ການປາຖະກະຖາ ເພື່ອນຳໄປໝູນໃຊ້ໃນການປະຕິບັດໜ້າທີ່ຕົວຈິງໃຫ້ມີປະສິດທິຜົນ.
ການຈັດອົບຮົມດັ່ງກ່າວ ມີຈຸດປະສົງເພື່ອຍົກລະດັບຄວາມຮູ້, ຄວາມສາມາດ ແລະ ປະສິດທິພາບໃນວຽກງານໂຄສະນາ-ປາຖະກະຖາ ໃຫ້ແກ່ພະນັກງານຫຼັກແຫຼ່ງໃນທົ່ວເມືອງວຽງໄຊ. ພ້ອມທັງ ສ້າງຄວາມເຂົ້າໃຈກ່ຽວກັບພາລະບົດບາດ ແລະ ໜ້າທີ່ໃນການເຮັດວຽກງານການເມືອງ-ແນວຄິດ ໃຫ້ສາມາດປະຕິບັດບົດບາດເປັນເສນາທິການດ້ານການເມືອງ-ແນວຄິດ ໃຫ້ແກ່ການນຳຂັ້ນຂອງຕົນໄດ້ຢ່າງມີປະສິດທິຜົນ.
ພ້ອມກັນນີ້, ຍັງແນໃສ່ຍົກສູງຄຸນນະພາບ ແລະ ປະສິດທິຜົນການເຄື່ອນໄຫວວຽກງານໂຄສະນາອົບຮົມ ນັບແຕ່ຂັ້ນແຂວງລົງຮອດຂັ້ນເມືອງ ໃຫ້ມີຄວາມວ່ອງໄວ, ທັນກັບກຳນົດເວລາ, ຖືກຕ້ອງສັດເຈນ ແລະ ມີຄວາມເອກະພາບໃນດ້ານຫຼັກການ ແລະ ລະບຽບການ ອັນເປັນພື້ນຖານສຳຄັນໃນການພັດທະນາວຽກງານການເມືອງ-ແນວຄິດໃຫ້ມີຄຸນນະພາບ ແລະ ສອດຄ່ອງກັບພາລະກິດໃນໄລຍະໃໝ່.