ພິທີ ປະກາດແຕ່ງຕັ້ງ ປະທານ, ຮອງປະທານ, ຜູ້ປະຈໍາການ ຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫົງບ ເມືອງແອດ

ພິທີ ປະກາດແຕ່ງຕັ້ງ ປະທານ, ຮອງປະທານ, ຜູ້ປະຈໍາການ ຄະນະກໍາມະການ

ປ້ອງກັນຊາດ-ປ້ອງກັນຄວາມສະຫົງບ ເມືອງແອດ

ຕອນເຊົ້າວັນທີ່ 13 ພືດສະພາ 2026 ຢູ່ທີ່ສະໂມສອນ ປກສ ເມືອງແອດ ໄດ້ຈັດພິທີ ປະກາດແຕ່ງຕັ້ງ ປະທານ, ຮອງປະທານ, ຜູ້ປະຈໍາການ ປ້ອງກັນຊາດ-ປ້ອງກັນຄວາມສະຫົງບ ເມືອງແອດ ຢ່າງເປັນທາງການ ພິທີໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ພຸດພັນ ແກ້ວວົງໄຊ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນເຂດ 8 ແຂວງຫົວພັນ, ມີການນຳເມືອງ, ພະນັກງານ-ລັດຖະກອນ ແລະ ສອງກຳລັງເຂົ້າຮ່ວມ;
ໃນພິທີ ທ່ານ ພັອ ບູນປະສົງ ນົນສົມພັນ ຫົວໜ້າ ປ້ອງກັນຊາດ-ປ້ອງກັນຄວາມສະຫົງບ ແຂວງຫົວພັນ ໄດ້ຜ່ານມະຕິຕົກລົງ ແຕ່ງຕັ້ງ ປະທານ, ຮອງປະທານ, ຜູ້ປະຈໍາການ ແລະ ຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫົງບ ເມືອງແອດຄື:
1 ແຕ່ງຕັ້ງ ສະຫາຍ ວັນເພັດ ສີບຸນແສງ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ ເປັນປະທານ.
2 ແຕ່ງຕັ້ງ ສະຫານວົງພັນ ຈັນງາຄໍາ ຮອງເລຂາ ຄະນະບໍລິຫານງານພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງ ເປັນຮອງປະທານ.
3 ສະຫາຍ ພັທ ພູວຽງ ບ່າວພີມພັນ ຫົວໜ້າການທະຫານ ກອງບັນຊາການທະຫານ ເມືອງ ເປັນຮອງປະທານ ຜູ້ປະຈໍາການ.
4 ສະຫາຍ ພັທ ຄໍາໄຊ ກຽນຫອມສົມບັດ ຄະນະປະຈໍາພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງ ເປັນກໍາມະການ.
5 ສະຫາຍ ຄໍາບູນມີ ດວງພະຈັນ ກໍາມະການພັກເມືອງ ຫົວໜ້າຫ້ອງວ່າການເມືອງ ເປັນກໍາມະການ.
ທ້າຍພີທີ ຍັງໄດ້ຮັບພັງຄໍາເຫັນໂອ້ລົມຈາກທ່ານປະທານກອງປະຊູມ ເຊີ່ງທ່ານໄດ້ເໜັ້ນໜັກວຽກງານ ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫົງບ ແມ່ນອາວຸດອັນແຫຼມຄົມ ຂອງພໍ່ແມ່ປະຊາຊົນ, ຮຽກຮ້ອງໃຫ້ແຕ່ລະຂັ້ນ ຈົ່ງເອົາໃຈໃສ່ເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫົງບໃຫ້ດີ ເພື່ອອໍານວຍຄວາມສະດວກໃນການພັດທະນາດ້ານຕ່າງໆ.

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องข้อมูลจำเป็นถูกทำเครื่องหมาย *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa