18 ພຶດສະພາ ແມ່ນວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນ ແຂວງຊຽງຂວາງຄົບຮອບ 67 ປີ (18/5/1959-18/5/2026).
ກອງພັນທີ 2 ໄດ້ຜ່າວົງປິດລ້ອມຂອງສັດຕູ ທີ່ທົ່ງໄຫຫີນແຂວງຊຽງຂວາງໃນວັນທີ 18 ພຶດສະພາ 1959 ພາຍໃຕ້ການບັນຊາຂອງຄະນະກອງພັນ, ແຕ່ລະກົມກອງພ້ອມດ້ວຍຄອບຄົວພະນັກງານ, ນັກຮົບທັງໝົດພາຍໃຕ້ການນຳພາອັນປີຊາສາມາດສະຫຼາດສ່ອງໃສຂອງພັກ ປະຊາຊົນ ປະຕິບັດລາວ. ໃນນີ້, ສະແດງໃຫ້ເຫັນເຖິງຄວາມບໍລິສຸດຜຸດຜ່ອງ, ຄວາມຈົງຮັກພັກດີ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ຄວາມອົດທົນໝັ້ນໜຽວບໍ່ຄອນແຄນ ຕໍ່ການນາບຂູ່ຫຼອກລວງຂອງສັດຕູ, ນ້ຳໃຈສູ້ຮົບພິລະອາດຫານ ແລະ ໄຫວພິບຂອງຄະນະພັກ-ຄະນະບັນຊາ, ພະນັກງານນັກຮົບຂອງກອງພັນທີ 2 ສຸດທ້າຍກອງພັນທີ 2 ພ້ອມດ້ວຍ 91 ຄອບຄົວໄດ້ຜ່າວົງປິດລ້ອມຂອງສັດຕູໄປສູ່ເຂດທີ່ໝັ້ນດ້ວຍຄວາມປອດໄພ.
