ຄະນະໂຄສະນາອົບຮົມແຂວງ ຮຽນສະໜັບສະໜູນພັກໃຫ້ມະຫາຊົນກ້າວໜ້າ

ຄະນະໂຄສະນາອົບຮົມແຂວງ ຮຽນສະໜັບສະໜູນພັກໃຫ້ມະຫາຊົນກ້າວໜ້າ

     ວັນທີ 27 ມີນາ 2026, ຄະນະໂຄສະນາອົບຮົມແຂວງຫົວພັນ (ຄອຂ) ໄດ້ຈັດຕັ້ງການຮຽນສະໜັບສະໜູນພັກ ໃຫ້ແກ່ມະຫາຊົນຜູ້ທີ່ມີຄວາມກ້າວໜ້າ ຂື້ນຢູ່ຫ້ອງປະຊຸມຫ້ອງວ່າການແຂວງ, ໂດຍການເຂົ້າຮ່ວມເປັນປະທານ ແລະ ນຳສະເໜີເນື້ອໃນເອສານໂດຍ ສະຫາຍ ເພັດ ມະນີພອນ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີນັກວິທະຍາກອນຈາກຄະນະໂຄສະນາອົບຮົມແຂວງ ແລະ ມະຫາຊົນກ້າວໜ້າຈາກພະແນກການ, ກົມກອງ, ອົງການຈັດຕັ້ງ ແລະ ໂຮງຮຽນເຂົ້າຮ່ວມ ທັງໝົດ 12 ສະຫາຍ.
     ການຮຽນສະໜັບສະໜູນພັກ ໃຫ້ແກ່ມະຫາຊົນຜູ້ທີ່ມີກ້າວໜ້າ ແມ່ນຂັ້ນຕອນໜຶ່ງໃນການຂະຫຍາຍມະຫາຊົນເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ແນໃສ່ເຮັດໃຫ້ເຂົາເຈົ້າໄດ້ຮັບຮູ້ເຂົ້າໃຈເບື້ອງຕົ້ນກ່ຽວກັບ ພັກປະຊາຊົນປະຕິວັດລາວ ໂດຍສະເພາະແມ່ນປະຫວັດການກຳເນີດ, ວັດຖຸປະສົງ, ອຸດົມຄະຕິ, ທາດແທ້ ແລະ ຫຼັກການຂອງພັກ. ຄຽງຄູ່ກັນນັ້ນ, ຍັງໄດ້ສ້າງເງື່ອນໄຂໃຫ້ມະຫາຊົນກ້າວໜ້າຮັບຮູ້ກ່ຽວກັບມາດຖານ, ເງື່ອນໄຂຂອງຜູ້ຈະເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ, ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ໜ້າທີ່ຂອງສະມາຊິກພັກ, ຂໍ້ຫ້າມສຳລັບສະມາຊິກພັກ, ແລະ ການຕີຕ້ານລະບອບອາດຍາສິດ, ສໍ້ລາດບັງຫຼວງ ແລະ ບັນດາປະກົດການຫຍໍ້ທໍ້ທີ່ເກີດຂື້ນໃນສັງຄົມ ແລະ ໃນພັກ.
     ໂອກາດນີ້, ບັນດາມະຫາຊົນກ້າວໜ້າທີ່ໄດ້ຮໍ່າຮຽນສະໜັບສະໜູນຍັງໄດ້ຮັບໃບຢັ້ງຢືນ ໂດຍໃຫ້ກຽດມອບໂດຍ ສະຫາຍ ເພັດ ມະນີພອນ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ເພື່ອເປັນຫຼັກຖານໃນການຕິດຕາມເຂົ້າຮຽນກົດລະບຽບຂອງພັກຕໍ່ໄປ.

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องข้อมูลจำเป็นถูกทำเครื่องหมาย *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa