ຄະນະໂຄສະນາອົບຮົມແຂວງ ສະຫຼຸບຕີລາຄາວຽກງານໂຄສະນາອົບຮົມທົ່ວແຂວງ ໃນໄລຍະ 5 ປີ ຜ່ານມາ
ວັນທີ 25 ມີນາ 2026, ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງຫົວພັນ, ຄະນະໂຄສະນາອົບຮົມແຂວງ ໄດ້ຈັດກອງປະຊຸມສະຫຼຸບວຽກງານໂຄສະນາອົບຮົມແຂວງ 5 ປີ ( 2021-2025) ແລະ ວາງທິດທາງແຜນການ 5 ປີ ( 2026-2030). ໂດຍການເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ຄອນປະພັນ ເລືອງສີຈັນທອງ ຮອງເລຂາພັກແຂວງ, ຜູ້ປະຈຳການ, ຜູ້ຊີ້ນຳວຽກງານແນວຄິດທິດສະດີ, ພັກ-ພະນັກງານຂັ້ນແຂວງ. ມີ ສະຫາຍ ເພັດ ມະນີພອນ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມຂັ້ນແຂວງ, ມີບັນດາສະຫາຍຮອງເລຂາພັກເມືອງ-ຜູ້ຊີ້ນໍາວຽກງານແນວຄິດທິດສະດີຂັ້ນເມືອງ, ການນໍາຂອງພະແນກການ, ກົມກອງ, ອົງການທຽບເທົ່າ, ຫົວໜ້າຄະນະໂຄສະນາອົບຮົມເມືອງ, ຄະນະກໍາມະການ ແລະ ເພື່ອນຮ່ວມງານຫາງສຽງສັງຄົມ, ສື່ມວນຊົນຂັ້ນແຂວງ ພ້ອມດ້ວຍພະນັກງານ-ລັດຖະກອນ ຄະນະໂຄສະນາອົບຮົມແຂວງຫົວພັນເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ສະຫຼຸບ, ຕີລາຄາຄືນ ການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມຮອບດ້ານ ໃນໄລຍະ 5 ປີຜ່ານມາ ພ້ອມທັງເປັນເອກະພາບໃນທິດທາງແຜນການ 5 ປີຕໍ່ໜ້າ. ໃນນັ້ນ, ພາຍໃຕ້ການນໍາພາຂອງອົງຄະນະພັກແຂວງ ສະໄໝທີ X, ຄະນະໂຄສະນາອົບຮົມແຕ່ລະຂັ້ນ ໄດ້ຕັ້ງໜ້າເຮັດໜ້າທີ່ວຽກງານການເມືອງ-ແນວຄິດຢ່າງເປັນລະບົບຕໍ່ເນື່ອງ ໂດຍສະເພາະແມ່ນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິ X ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ IX, ບັນດາມະຕິ, ຄໍາສັ່ງ, ເອກະສານສຶກສາອົບຮົມການເມືອງ-ແນວຄິດຂອງພັກ ແລະ ລັດອື່ນໆ ໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດຕະຫຼອດຮອດປະຊາຊົນບັນດາເຜົ່າ ຢ່າງເລິກເຊິ່ງ, ກວ້າງຂວາງພໍສົມ ຄວນແນໃສ່ໂຄສະນາປຸກລະດົມຈິດໃຈຮັກຊາດ, ສ້າງຄວາມໄວ້ເນື້ອເຊື່ອໃຈຕໍ່ການນໍາພາຂອງພັກ, ການຄຸ້ມຄອງຂອງລັດ ໃນແຕ່ລະໄລຍະ, ປຸກລະດົມຈິດໃຈເອກະລາດເປັນເຈົ້າຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ປະກອບສ່ວນເຮັດໃຫ້ແຂວງຫົວພັນ ມີຄວາມໜັກແໜ້ນທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດ, ວັດທະນາທຳ-ສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໄດ້ຮັບການສົ່ງເສີມປັບປຸງດີຂຶ້ນ ແລະ ມີການພັດທະນາດີຂຶ້ນເລື້ອຍໆ; ປະຊາຊົນບັນດາເຜົ່າມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ ແລະ ຕື່ນຕົວປະກອບສ່ວນວຽກງານຂະບວນການຕ່າງໆຂອງພັກ-ລັດ.
ພ້ອມນີ້, ກອງປະຊຸມຍັງໄດ້ສ້າງຄວາມເປັນເອກະພາບທາງດ້ານຄວາມຮັບຮູ້, ເຂົ້າໃຈຕໍ່ກັບວຽກງານການເມືອງ – ແນວຄິດ, ວຽກງານໂຄສະນາອົບຮົມ ແລະ ວຽກງານຖະແຫຼງຂ່າວ – ສື່ມວນຊົນ ໃນໄລຍະໃໝ່ ແລະ ຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງ ໃຫ້ເຂົ້າສູ່ລວງເລິກ ແລະ ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງໃນຂົງເຂດວຽກງານໂຄສະນາອົບຮົມແຂວງ.

ໃນກອງປະຊຸມ, ທ່ານ ເພັດ ມະນີພອນ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມຂັ້ນແຂວງ ໄດ້ສະເໜີຮຽກຮ້ອງມາຍັງທຸກຂັ້ນ, ທຸກພາກສ່ວນ ຕ້ອງໄດ້ຕັ້ງໜ້າເສີມຂະຫຍາຍຄວາມຮັບຜິດຊອບ ໃນການສຶກສາ ອົບຮົມການເມືອງ – ແນວຄິດ ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ປະຊາຊົນ ໃຫ້ທົ່ວເຖິງ ແລະ ເລິກເຊິ່ງ ຕາມເປົ້າໝາຍ ໃຫ້ກາຍເປັນຈຸດສຸມຢ່າງຕໍ່ເນື່ອງ; ຊຸກຍູ້ ແລະ ສົ່ງເສີມ ວຽກງານສື່ມວນຊົນ ໃຫ້ໄດ້ເຮັດໜ້າທີ່ ເປັນກະບອກສຽງອັນແຫຼມຄົມຂອງພັກ-ລັດ ໃນການເຜີຍແຜ່ແນວທາງ-ນະໂຍບາຍຂອງພັກ, ກົດໝາຍຂອງລັດ ໃຫ້ໄດ້ທົ່ວເຖິງ ທຸກຊັ້ນທຸກຂົງເຂດ; ແລະ ທຸກຂັ້ນ, ທຸກພາກສ່ວນ ຕ້ອງໄດ້ນໍາເອົາເນື້ອໃນຂອງກອງປະຊຸມຄັ້ງນີ້ ໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ໃຫ້ໄດ້ຢ່າງເປັນລະບົບ, ຮອບດ້ານ ໂດຍໃຊ້ຮູບການ, ວິທີການທີ່ຫຼາກຫຼາຍ ເໝາະສົມກັບສະພາບຕົວຈິງ ຂອງແຕ່ລະທ້ອງຖິ່ນ.

ໂອກາດນີ້, ກອງປະຊຸມຍັງໄດ້ຮັບຟັງຄຳເຫັນໂອ້ລົມ, ໃຫ້ທິດຊີ້ນໍາຈາກ ສະຫາຍ ຄອນປະພັນ ເລືອງສີຈັນທອງ ຮອງເລຂາພັກແຂວງ, ຜູ້ປະຈຳການ, ຜູ້ຊີ້ນຳວຽກງານແນວຄິດທິດສະດີ, ພັກ-ພະນັກງານ ຂັ້ນແຂວງ. ເຊິ່ງ ຄຳເຫັນຂອງສະຫາຍ ສຸດທີ່ມີຄວາມໝາຍສໍາຄັນ ແລະ ໄດ້ສ້າງຄວາມກະຈ່າງແຈ້ງ, ກາຍເປັນທິດນໍາ, ເປັນວິທີນໍາພາ, ເປັນຮູບການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນຕໍ່ໜ້າໃຫ້ມີຄຸນນະພາບ, ມີປະສິດທິຜົນໃນຂະບວນການວຽກງານການເມືອງ-ແນວຄິດ.ໃນນັ້ນ, ສະຫາຍຮອງເລຂາພັກແຂວງໄດ້ຮຽກຮ້ອງໃຫ້ຄະນະພັກທຸກຂັ້ນ ເພີ່ມຄວາມພະຍາຍາມ ແລະ ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າຢ່າງເລິກເຊິ່ງ ແລະ ທົ່ວເຖິງ; ສືບຕໍ່ເສີມຂະຫຍາຍມູນເຊື້ອຜົນງານ, ບົດຮຽນດ້ານຕັ້ງໜ້າ ໃນການເຮັດວຽກງານໂຄສະນາອົບຮົມຜ່ານມາ ເພື່ອປັບປຸງແກ້ໄຂຂອດຄົງຄ້າງຢ່າງຈິງຈັງ. ຄະນະໂຄສະນາອົບຮົມແຂວງ, ເມືອງ, ບັນດາພະແນກການ, ອົງການ, ກົມກອງຕ່າງໆ ສືບຕໍ່ເປັນເຈົ້າການນໍາເອົາແນວທາງນະໂຍບາຍ, ມະຕິ, ຄໍາສັ່ງຄໍາແນະນໍາ ຂອງພັກ, ກົດໝາຍຂອງລັດ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດ ແລະ ເອກະສານສຶກສາອົບຮົມການເມືອງ-ແນວຄິດ ນຳໄປຈັດຕັ້ງຄົ້ນຄ້ວາ, ເຜີຍແຜ່ເຊື່ອມຊຶມໃຫ້ແກ່ຖັນແຖວສະມາຊິກພັກ, ພະນັກງານ ແລະ ປະຊາຊົນ ທີ່ຢູ່ໃນຄວາມຮັບຜິດຊອບຕົນຢ່າງເປັນປະຈໍາ, ເຮັດຢ່າງຮອບດ້ານ, ຮອບຄອບມີຈຸດສຸມ, ເຮັດຫຼາຍລົບຫຼາຍຕ່າວ, ສົມທົບຫຼາຍຮູບການ ແລະວິທີການທີ່ສອດຄ່ອງກັບແຕ່ລະເປົ້າໝາຍ. ສືບຕໍ່ເພີ່ມທະວີການໂຄສະນາສຶກສາອົບຮົມການເມືອງ-ແນວຄິດ, ຍົກລະດັບຄວາມຮູ້ທາງດ້ານທິດສະດີ-ແນວທາງ ກໍຄືມູນເຊື້ອ, ທາດແທ້, ອຸດົມການຂອງພັກ ໃຫ້ແກ່ເປົ້າໝາຍຕ່າງໆ ໃນຄວາມຮັບຜິດຊອບຕົນ ຕິດພັນກັບການເອົາໃຈໃສ່ສະກັດກັ້ນ ແລະ ຕ້ານການເສື່ອມຖອຍທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນດຳລົງຊີວິດ, ເປັນເຈົ້າການຕອບຕ້ານກະແສແນວຄິດບໍ່ດີໃນຖັນແຖວສະມາຊິກພັກ, ພະນັກງານ ແລະ ປະຊາຊົນບັນດາເຜົ່າ, ເດັດດ່ຽວທັບມ້າງກົນອຸບາຍຂອງອິດທິກຳລັງປໍລະປັກທີ່ຫວັງມ້າງເພທໍາລາຍພາຍໃນພັກ.
ພ້ອມນີ້, ສະຫາຍຮອງເລຂາພັກແຂວງ ຍັງໄດ້ຮຽກຮ້ອງໃຫ້ຜູ້ທີ່ເຮັດວຽກງານໂຄສະນາອົບຮົມຕ້ອງເອົາໃຈໃສ່ສຶກສາຄົ້ນຄວ້າຮໍ່າຮຽນໃຫ້ຫຼາຍເພື່ອຍົກສູງຄວາມຮູ້ຄວາມສາມາດ, ຄວາມສະດຸ້ງໄວຕໍ່ເຫດການ; ເພີ່ມທະວີວຽກງານຊຸກຍູ້, ຕິດຕາມ ກວດກາ ຂອງຄະນະພັກແຕ່ລະຂັ້ນຕໍ່ການເຄື່ອນໄຫວວຽກງານການເມືອງແນວຄິດ ກໍຄືການຈັດຕັ້ງຜັນຂະຫຍາຍບັນດາມະຕິ, ຄໍາສັ່ງຄໍາແນະນໍາ ແລະ ເອກະສານສຶກສາອົບຮົມແນວຄິດໃນແຕ່ລະໄລຍະ; ຕິດຕາມເກັບກໍາສະພາບແນວຄິດ-ຫາງສຽງສັງຄົມດ້ານຕັ້ງໜ້າ, ດ້ານຫຍໍ້ທໍ້ ຕໍ່ການນໍາພາຂອງພັກ, ການຄຸ້ມຄອງຂອງລັດ, ການພັດທະນາເສດຖະກີດ-ສັງຄົມແຕ່ລະໄລຍະ ລວມທັງຖ້ອຍທໍານອງບິດເບືອນ, ການໃສ່ຮ້າຍປ້າຍສີຕໍ່ແນວທາງນະໂຍບາຍຂອງພັກ, ຕໍ່ການນໍາພັກ-ລັດ, ຕໍ່ການຈັດຕັ້ງຕ່າງໆ ຂອງບັນດາອິດທິກໍາລັງປໍລະປັກ ແລະ ກຸ່ມຄົນບໍ່ຫວັງດີ; ພ້ອມນັ້ນ, ກໍຕ້ອງເອົາໃຈໃສ່ຄົ້ນຄ້ວາວິເຄາະ, ວິໄຈຢ່າງພາວະວິໄສ, ນໍາສະເໜີວີທີແກ້ໄຂ ແລະ ລາຍງານໃຫ້ຄະນະພັກຂັ້ນເທິງຕົນຕາມສາຍຕັ້ງສາຍຂວາງໃຫ້ປົກກະຕິ ແລະ ທັນເວລາ.
ໂດຍລວມແລ້ວ, ໃນໄລຍະ 5 ປີຜ່ານມາ ພາຍໃຕ້ການນໍາພາ ຂອງຄະນະປະຈໍາພັກແຂວງ, ຄະນະພັກແຕ່ລະຂັ້ນ ໄດ້ຖືເອົາວຽກງານໂຄສະນາສຶກສາອົບຮົມການເມືອງ-ແນວຄິດ ເປັນວຽກງານສໍາຄັນແຖວໜ້າ ເຮັດເປັນປົກກະຕິ, ຕໍ່ເນື່ອງ, ກວ້າງຂວາງ ແລະ ມີຜົນສໍາເລັດຫຼາຍດ້ານ ເຮັດໃຫ້ແຂວງຫົວພັນ ຍັງຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດ-ສັງຄົມມີການຂະຫຍາຍຕົວຕໍ່ເນື່ອງ ທັງໄດ້ຮັບການປັບປຸງ ແລະ ມີທ່ວງທ່າດີຂຶ້ນ, ສະມາຊິກພັກ, ພະນັກງານ-ລັດຖະກອນ, ປະຊາຊົນບັນດາເຜົ່າ, ຊັ້ນຄົນຕ່າງໆມີຄວາມສາມັກຄີເປັນເອກະພາບ ກັບແນວທາງແຜນນະໂຍບາຍ ຂອງພັກ ປະກອບສ່ວນສ້າງສາພັດທະນາຄອບຄົວ ກໍຄືແຂວງຫົວພັນໃຫ້ມີການພັດທະນາກ້າວຂື້ນ.
