ແຂວງຫົວພັນ ຮັບຊົມຖ່າຍທອດສົດກອງປະຊຸມເຜີຍແຜ່, ເຊື່ອມຊຶມເອກະສານ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ
ວັນທີ 25 ກຸມພາ 2026, ແຂວງຫົວພັນໄດ້ຈັດພິທີຮັບຊົມຖ່າຍທອດສົດກອງປະຊຸມເຜີຍແຜ່, ເຊື່ອມຊຶມເອກະສານ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຢູ່ສະໂມສອນໃຫຍ່ຂອງແຂວງ ໂດຍມີ ສະຫາຍ ພຸດພັນ ແກ້ວວົງໄຊ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງຫົວພັນ, ມີບັນດາສະຫາຍຄະນະບໍລິຫານງານພັກແຂວງ, ເມືອງຊຳເໜືອ, ຄະນະນຳ ແລະ ພະນັກງານລັດຖະກອນບັນດາພະແນກການ, ກົມກອງ, ອົງການຈັດຕັ້ງມະຫາຊົນ ອ້ອມຂ້າງແຂວງເຂົ້າຮ່ວມຮັບຊົມນຳ.

ການຮັບຊົມການຖ່າຍທອດສົດກອງປະຊຸມຄັ້ງນີ້ ເພື່ອເພີ່ມທະວີການກໍາແໜ້ນເນື້ອໃນຈຸດໝາຍ, ທິດທາງ, ແຜນນະໂຍບາຍ ສືບຕໍ່ການ “ບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ” ໃນໂຄງການການເມືອງ ສະບັບທີ 3 ແລະ ຜັນຂະຫຍາຍຢ່າງແຂງແຮງ ໃຫ້ເປັນຮູບປະທໍາ ແລະ ໜັກແໜ້ນ. ເດັດດ່ຽວຕັດສິນໃຈສູ້ຊົນສ້າງປະເທດເຮົາ ເປັນປະເທດກຳລັງພັດທະນາ ທີ່ມີລາຍຮັບປານກາງສູງ ຫຍັບເຂົ້າໃກ້ ປະເທດທີ່ມີລາຍຮັບສູງ, ມີລະບົບການເມືອງທີ່ເຂັ້ມແຂງ, ມີພື້ນຖານເສດຖະກິດທີ່ທັນສະໄໝ, ກໍາລັງການຜະລິດ ໄດ້ຮັບການພັດທະນາຮອບດ້ານ ໂດຍມີການພົວພັນການຜະລິດທີ່ສອດຄ່ອງ ແລະ ກ້າວໜ້າ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ມີພື້ນຖານອັນໜັກແໜ້ນ ກ້າວສູ່ຄວາມອີ່ມໜ້າສໍາລານ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແມ່ນເຫດການການເມືອງສໍາ ຄັນປະຫວັດສາດຂອງພັກ, ຂອງຊາດ ເປັນກອງປະຊຸມແຫ່ງການສືບຕໍ່ຢຶດໝັ້ນ ແລະ ເສີມຂະຫຍາຍແນວທາງປ່ຽນແປງໃໝ່ຮອບດ້ານ ມີຫຼັກການຂອງພັກເຮົາ ໃຫ້ເຂົ້າສູ່ລວງເລີກ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນກ້າວຂຶ້ນສັງຄົມນິຍົມ. ໂດຍກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດ ໄດ້ເສີມຂະຫຍາຍທາດແທ້ມູນເຊື້ອອັນດີງາມ ແລະ ຜົນງານອັນລໍ້າເລີດຂອງພັກ, ກອງປະຊຸມໃຫຍ່ຂອງພັກເຮົາ ໄດ້ພິຈາລະນາ, ຮັບຮອງເອົາໂຄງການການເມືອງ ສະບັບທີ 3 ຂອງພັກ, ສັງລວມຄືນການປະຕິບັດພາລະກຳປະຫວັດສາດ ແລະ ຖອດຖອນບົດຮຽນດ້ານທິດສະດີ, ພຶດຕິກຳ ຕະຫຼອດໄລຍະ 70 ປີ ແຫ່ງການນໍາພາ ພາລະກິດຕໍ່ສູ້ກູ້ຊາດ ແລະ ບູລະນະລະບອບປະຊາທິປະໄຕປະຊາຊົນ; ການປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ ມີຫຼັກການຂອງພັກ ໃນ 40 ປີຜ່ານມາ ເຊິ່ງໄດ້ນໍາເອົາຄວາມມີຊີວິດຊີວາ ມາໃຫ້ສັງຄົມລາວ; ກໍາລັງແຮງບົ່ມຊ້ອນຂອງທົ່ວທັງຊາດ ໄດ້ຮັບການຂຸດຄົ້ນ ແລະ ເສີມຂະຫຍາຍຢ່າງແຂງແຮງ; ໂສມໜ້າຂອງປະເທດເຮົາ ມີການຫັນປ່ຽນໄປໃນທາງທີ່ຕັ້ງໜ້າ, ເສດຖະກິດແຫ່ງຊາດ ໄດ້ຫັນປ່ຽນຢ່າງຈະແຈ້ງ ຈາກພື້ນຖານເສດຖະກິດທໍາມະຊາດ ແລະ ເຄິ່ງທໍາມະຊາດ ໄປສູ່ພື້ນຖານເສດຖະກິດຕະຫຼາດ ທີ່ມີການນໍາພາຂອງພັກ, ການຄຸ້ມຄອງ-ດັດສົມຂອງລັດ ແລະ ການພົວພັນກັບຕ່າງປະເທດໄດ້ຮັບການເປີດກວ້າງ, ເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ ເປັນກ້າວໆ.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແມ່ນຂີດໝາຍແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງພັກເຮົາ, ແມ່ນບັ້ນດໍາເນີນຊີວິດການເມືອງພາຍໃນພັກ ເພື່ອສ້າງການຫັນປ່ຽນທີ່ແຂງແຮງ ແລະ ເປັນລະບົບໂດຍເລີ່ມຈາກການຫັນປ່ຽນດ້ານແນວຄິດ-ຈິນຕະນາການ ສູ່ການກະທໍາຕົວຈິງ ເພື່ອແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຄ້າງ ໃຫ້ເກີດການຫັນປ່ຽນໃໝ່ ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ແນໃສ່ຍົກສູງບົດບາດ, ຄວາມສາມາດນໍາພາ ແລະ ຄວາມ ເປັນແບບຢ່າງນໍາພາ ຂອງພັກ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ ຂອງປະຊາຊົນໃນຊາດ, ເດັດດ່ຽວປົກປັກຮັກສາ ແລະ ພັດທະນາປະເທດຊາດ ກ້າວຂຶ້ນສູ່ສັງຄົມນິຍົມ.
ຜົນສໍາເລັດ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແມ່ນສັດຈະທໍາ ແຫ່ງການນໍາພາຂອງພັກ, ພັກເຮົາ ມີຄວາມຕັດສິນໃຈສູງ, ມີຄວາມກ້າຫານປະເຊີນໜ້າກັບບັນຫາຕົວຈິງ, ກ້າຮັບເອົາຄວາມເປັນຈິງ, ມີຄວາມຮັບຮູ້ຕໍ່ຂໍ້ບົກພ່ອງ ແລະ ສິ່ງທ້າທາຍໃນອາດີດ, ປັດຈຸບັນ ແລະ ມີຄວາມມຸ່ງໝັ້ນຫັນປ່ຽນໄປສູ່ອະນາຄົດທີ່ດີງາມ, ໜ້າທີ່ໃໝ່ຂອງການປະຕິວັດ ແມ່ນເລັ່ງທວງໃຫ້ພັກເຮົາ ຕ້ອງເພີ່ມຄວາມຮັບຜິດຊອບໃຫ້ສູງຂຶ້ນກວ່າເກົ່າ ໃນການສ້າງການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ ຮອບດ້ານ ໃນການນໍາພາ ແລະ ກໍາອໍານາດຂອງຕົນ.
