ຫົວພັນ ຮັບຊົມການຖ່າຍທອດສົດແຈ້ງຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກຄອມມູນິດຫວຽດນາມ.

ວັນທີ 5 ກຸມພາ 2026 ນີ້, ແຂວງຫົວພັນໄດ້ຈັດພິທີ ຮັບຊົມການຖ່າຍທອດສົດກອງປະຊຸມແຈ້ງຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກຄອມມູນິດຫວຽດນາມ ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແລະ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ. ການຮັບຊົມຖ່າຍທອດສົດພິທີດັ່ງກ່າວຈາກສູນກາງຜ່ານທາງອອນລາຍ ຢູ່ທີ່ສະໂມສອນໃຫຍ່ຂອງແຂວງ. ໂດຍມີ ສະຫາຍ ພຸດພັນ ແກ້ວວົງໄຊ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງຫົວພັນ, ມີຫົວໜ້າ, ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ກອງບັນຊາການທະຫານ, ກອງບັນຊາການຕໍາຫຼວດ ພ້ອມດ້ວຍພະນັກງານ-ລັດຖະກອນອ້ອມແຂວງ ແລະ ນ້ອງນັກຮຽນເຂົ້າຮ່ວມ.
