ຄະນະໂຄສະນາອົບຮົມແຂວງຫົວພັນລົງໂຄສະນາເຄື່ອນທີ່ເພື່ອສະເຫຼີມສະຫຼອງ 3 ວັນປະຫັວດສາດຢູ່ບ້ານຫ້ວຍມ້າ ເມືອງຊໍາເໜືອ

ຄະນະໂຄສະນາອົບຮົມແຂວງຫົວພັນລົງໂຄສະນາເຄື່ອນທີ່ເພື່ອສະເຫຼີມສະຫຼອງ 3 ວັນປະຫັວດສາດຢູ່ບ້ານຫ້ວຍມ້າ ເມືອງຊໍາເໜືອ

ຄໍ່າຄືນວັນທີ 5 ກຸມພາ 2026 ນີ້, ຄະນະໂຄສະນາອົບຮົມແຂວງຫົວພັນສົມທົບກັບເມືອງຊໍາເໜືອ ໄດ້ລົງໂຄສະນາເຄື່ອນທີ່ຢູ່ທີ່ບ້ານຫ້ວຍມ້າເມືອງຊໍາເໜືອ. ໂດຍມີທ່ານ ນ ຄອນສີ ອິນທະວີ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ແສງແກ້ວ ແສງຕາ ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງຊໍາເໜືອ, ມີນາຍບ້ານພ້ອມດ້ວຍປະຊາຊົນພາຍໃນບ້ານເຂົ້າຮ່ວມ.
ການລົງໂຄສະນາເຄື່ອນທີ່ໃນຄັ້ງນີ້ໄດ້ນໍາເອົາສາລະຄະດີມູນເຊື້ອການກໍ່ຕັ້ງ ແລະ ການເຕີບໃຫຍ່ຂະຫຍາຍ ຕົວ ຂອງພັກປະຊາຊົນປະຕິວັດລາວ ( ກໍ່ຄືພັກປະຊາຊົນປະຕິວັດລາວໃນເມື່ອກ່ອນ ) ຕະຫຼອດໄລຍະ 70 ປີຜ່ານມາ ແລະ ສາລະຄະດີຕ່າງໆທີ່ຕິດພັນກັບການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ ລົງໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້.
ຈຸດປະສົງໃນການລົງໂຄສະນາຄັ້ງນີ້ເພື່ອເປັນ ການທົບທວນຄືນມູນເຊື້ອແຫ່ງການຕໍ່ສູ້ປົດປ່ອຍຊາດ, ພາລະ ກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນຕະຫຼອດໄລຍະ 50 ປີ ສະຖາປະນາ ສປປ ລາວ ທັງເປັນການລະນຶກ ແລະ ສະແດງຄວາມກະຕັນຍູຮູ້ບຸນຄຸນ, ຄຸນງາມຄວາມດີ, ຄຸນສົມບັດສິນທໍາປະຕິວັດຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ, ເພື່ອສຶກສາອົບຮົມໃຫ້ສະມາຊິກພັກ, ພະນັກງານ,ທະຫານ, ຕໍາຫຼວດຕະຫຼອດຮອດປະຊາຊົນບັນດາເຜົ່າໄດ້ຮັບຮູ້ເຂົ້າໃຈ, ພ້ອມກັນຕັ້ງໜ້າຄົ້ນຄວ້າ, ສຶກສາຮໍ່າຮຽນ ແນ່ໃສ່ເພີ່ມທະວີຄວາມເປັນແບບຢ່າງນໍາໜ້າ, ຍົກສູງຄວາມຮັບຜິດຊອບ, ເສີມຂະຫຍາຍມານະຈິດປະຕິວັດ, ບຸກບືນສູ້ຊົນເຮັດລ້ອນໜ້າທີ່ວຽກງານທີ່ພັກ ແລະ ລັດມອບໝາຍໃຫ້, ເຊີດຊູກຽດ, ອິດທິພົນຂອງພັກເຮັດໃຫ້ສູງຂື້ນຢ່າງບໍ່ຢຸດຢັ້ງ ແລະ ເພື່ອປຸກລະດົມຂະບວນການເຄື່ອນໄຫວໃນທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດຕັ້ງໜ້າບຸກບືນສູ້ຊົນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະ ກິດ-ສັງຄົມ 5 ປີແຫ່ງຊາດຄັ້ງທີ IX ແລະ ສອງວາລະແຫ່ງຊາດຕິດພັນກັບການໂຄສະນາແນວທາງນະໂຍບາຍຂອງພັກ-ລັດ, ຜົນສໍາເລັດຂອງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດພາຍໃຕ້ການນໍາພາຂອງພັກ, ຍູ້ແຮງການແຂ່ງຂັນຮັກຊາດ ແລະ ພັດທະນາ, ສ້າງຜົນງານຂໍ່ານັບຮັບຕ້ອນບັນດາວັນບຸນໃຫຍ່ທີ່ສໍາຄັນຂອງພັກ, ຂອງຊາດ ຢ່າງເປັນຂະບວນຟົດຟື້ນແຂງແຮງ ແລະ ເບີກບານມ່ວນຊື່ນ.

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องข้อมูลจำเป็นถูกทำเครื่องหมาย *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa