ຫົວພັນ-ຊຽງຂວາງ ແລກປ່ຽນບົດຮຽນວຽກງານໂຄສະນາອົບຮົມ ເພື່ອເສີມສ້າງຄວາມສາມັກຄີລະຫວ່າງສອງແຂວງ.

ຫົວພັນ-ຊຽງຂວາງ ແລກປ່ຽນບົດຮຽນວຽກງານໂຄສະນາອົບຮົມ ເພື່ອເສີມສ້າງຄວາມສາມັກຄີລະຫວ່າງສອງແຂວງ

     ວັນທີ 22 ມັງກອນ 2026 ນີ້, ຄະນະໂຄສະນາອົບຮົມແຂວງຫົວພັນ ແລະ ແຂວງຊຽງຂວາງ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນວຽກງານໂຄສະນາອົບຮົມ ຢູ່ຫ້ອງປະຊຸມຫ້ອງວ່າການແຂວງຫົວພັນ. ໂດຍມີທ່ານ ເພັດ ມະນີພອນ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ, ທ່ານ ວັນນະສິນ ຜະລິຈັນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຊຽງຂວາງ ພ້ອມດ້ວຍຄະນະຈາກທັງສອງແຂວງເຂົ້າຮ່ວມ.
     ກອງປະຊຸມ, ທັງສອງຝ່າຍໄດ້ລາຍງານສະພາບ ແລະ ຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ໂດຍສະເພາະວຽກງານໂຄສະນາປາຖະກະຖາ, ວຽກງານອົບຮົມ, ການຄົ້ນຄວ້າສັງລວມ, ວຽກງານເສນາທິການ ແລະ ວຽກງານຖະແຫຼງຂ່າວ-ສື່ມວນຊົນ, ທັງສອງແຂວງໄດ້ສົນທະນາແລກປ່ຽນປະສົບການໃນຫຼາຍຂະແໜງ ປະກອບມີ: ການເຜີຍແຜ່ ແລະ ຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ຜູ້ແທນອົງການພັກແຂວງ, ການຕິດຕາມກວດກາ, ການເຝິກອົບຮົມນັກທຸລະກິດ ແລະ ຊາວໜຸ່ມ, ການເກັບກຳຟັງສຽງສັງຄົມພາຍໃນແຂວງ, ການເຄື່ອນໄຫວວຽກງານໂຄສະນາຜ່ານສື່ມວນຊົນ, ການໂຄສະນາປາຖະກະຖາໃນວັນຄົບຮອບວັນສຳຄັນຕ່າງໆຂອງຊາດ, ຂອງພັກ, ວິທີການສ້າງລາຍຮັບດ້ານສື່ມວນຊົນໃນຍຸກເທັກໂນໂລຊີທັນສະໄໝ ແລະ ການຫັນເອົາວຽກງານສື່ມວນຊົນເຂົ້າສູ່ລະບົບດິຈິຕອນ.
     ການພົບປະແລກປ່ຽນບົດຮຽນໃນຄັ້ງນີ້ ເພື່ອເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງສອງແຂວງຫົວພັນ-ຊຽງຂວາງໃຫ້ແໜ້ນແຟ້ນໝັ້ນຄົງຍິ່ງຂຶ້ນ. ໃນໂອກາດນີ້, ຄະນະຜູ້ແທນຄະນະໂຄສະນາອົບຮົມແຂວງຊຽງຂວາງ ຍັງໄດ້ເດີນທາງໄປທ່ຽວຊົມເຂດອານຸສອນສະຖານເມືອງວຽງໄຊ ໃນນັ້ນໄດເຂົ້າທ່ຽວຊົມຖ້ຳ ທ່ານໄກສອນ ພົມວິຫານ, ຖ້ຳທ່ານ ສຸພານຸວົງ, ຖ້ຳຊ້າງລອດ, ຜານາງມ້ອນ ແລະ ຊົມສວນຊາກຸຣາ ມິດຕະພາບລາວ-ຢີ່ປຸ່ນ ອີກດ້ວຍ.

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องข้อมูลจำเป็นถูกทำเครื่องหมาย *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa