ແຂວງຫົວພັນ ປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ

ແຂວງຫົວພັນ ປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ

ພິທີປາຖະກະຖາ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຈັດຂຶ້ນໃນວັນທີ 28 ພະຈິກ 2025 ຢູ່ຫໍວັດທະນະທຳແຂວງ ໂດຍການເປັນປະທານ ແລະ ໃຫ້ກຽດປາຖະກະຖາ ຂອງ ທ່ານ ຄໍາແພງ ໄຊສົມແພງ ກຳມະການສູນກາງພັກ, ເຈົ້າແຂວງຫົວພັນ, ທ່ານ ພຸດພັນ ແກ້ວວົງໄຊ ເລຂາພັກແຂວງ, ທ່ານ ຄອນປະພັນ ເລືອງສີຈັນທອງ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຫົວພັນ, ມີບັນດາທ່ານຄະນະປະຈຳພັກແຂວງ, ອະດີດການນໍາຂອງແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ກົມກອງ, ພະນັກງານລັດຖະກອນ ແລະ ພໍ່ແມ່ປະຊາຊົນອ້ອມຂ້າງແຂວງເຂົ້າຮ່ວມ.
ທ່ານ ຄໍາແພງ ໄຊສົມແພງ ເຈົ້າແຂວງຫົວພັນ ໄດ້ຍົກໃຫ້ເຫັນຕະຫຼອດໄລຍະ 50 ປີ ແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຊາດ ພາຍໃຕ້ການນໍາພາ ຂອງພັກ ໄດ້ເຮັດໃຫ້ໂສມໜ້າຂອງປະເທດເຮົາມີການປ່ຽນແປງໃຫຍ່ຫຼວງຮອບດ້ານ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ, ໄດ້ກາຍເປັນພື້ນຖານດ້ານສັງຄົມ, ການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ປະເທດຊາດອັນໜັກແໜ້ນທີ່ຮັບປະກັນລະບອບໃໝ່ໃຫ້ຍືນຍົງຄົງຕົວສາມາດຜ່ານຜ່າອຸປະສັກ, ສິ່ງທ້າທາຍທົດສອບຕ່າງໆ ແລະ ສືບຕໍ່ກ້າວຂຶ້ນຕາມເສັ້ນທາງທີ່ພັກວາງອອກ.
ຕະຫຼອດໄລຍະ 50 ປີແຂວງຫົວພັນໄດ້ຖືສໍາຄັນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ສາມາດປົກປັກຮັກສາຄວາມໝັ້ນຄົງ, ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ; ສ້າງບ້ານປ້ອງກັນຊາດເຂັ້ມແຂງໄດ້ 207 ບ້ານ, ສ້າງບ້ານປ້ອມໝັ້ນສູ້ຮົບໄດ້ 7 ບ້ານ, ກຸ່ມບ້ານສູ້ຮົບຕິດລຽນໄດ້ 2 ກຸ່ມບ້ານ ແລະ ບ້ານແຮກສ່ຽວໄດ້ 22 ບ້ານ, ສ້າງບ້ານປ້ອງກັນຄວາມສະຫງົບດີໄດ້ 115 ບ້ານ, ສ້າງບ້ານປອດຢາເສບຕິດໄດ້ 124 ບ້ານ, ສ້າງໂຮງຮຽນປອດຢາເສບຕິດໄດ້ 123 ໂຮງຮຽນ; ດ້ານເສດຖະກິດມີການຂະຫຍາຍຕົວຕໍ່ເນື່ອງສະເລ່ຍຢູ່ໃນລະດັບ 4,15% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນ 5 ປີ ບັນລຸໄດ້ 24.539 ຕື້ກີບ ທຽບໃສ່ແຜນການ 5 ປີ ລື່ນຄາດໝາຍ 30,50%, ມາຮອດປີ 2025 ລວມຍອດ ຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 6.357 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນໄດ້ 20 ລ້ານກີບ/ຄົນ/ປີ ທຽບໃສ່ແຜນການລື່ນຄາດໝາຍ 56,47% ຫຼືເທົ່າກັບ 931 ໂດລາສະຫະລັດ/ຄົນ/ປີ; ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ: ທົ່ວແຂວງມີ 724 ບ້ານ, ມີ 53.721 ຄອບຄົວ, ມີພົນລະເມືອງທັງໝົດ 319.573 ຄົນ ຍິງ 159.691 ຄົນ; ຍັງມີຄອບຄົວທຸກຍາກຈໍານວນ 28.047 ຄອບຄົວ ກວມ 52,21% ແລະ ຍັງມີບ້ານທຸກຍາກ 492 ບ້ານ ກວມ 67,96%, ມີ 10 ເມືອງທີ່ຍັງທຸກຍາກກວມ 100%. ໄດ້ຖືສໍາຄັນການພັດທະນາຊັບພະຍາກອນມະນຸດ ເປັນໜ້າທີ່ແຖວໜ້າ ໂດຍສະເພາະແມ່ນສຸມໃສ່ການປະຕິບັດຍຸດທະສາດການປະຕິຮູບລະບົບການສຶກສາແຫ່ງຊາດ, ປັບປຸງຍົກລະດັບຄຸນນະພາບການຮຽນ-ການສອນ, ການສຶກສານອກໂຮງຮຽນ, ຕາໜ່າງການສຶກສາໄດ້ຂະຫຍາຍຕົວລົງສູ່ຊົນນະບົດ ສ້າງໂອກາດໃຫ້ເດັກ ແລະ ນັກຮຽນແຕ່ລະຊັ້ນໄດ້ເຂົ້າຮຽນຕາມເກນອາຍຸ; ຕາໜ່າງສາທາລະນະສຸກຂະຫຍາຍລົງສູ່ຊົນນະບົດເຂດຫ່າງໄກສອກຫຼີກທົ່ວເຖິງ; ວຽກງານວັດທະນະທໍາ, ທ່ອງທ່ຽວໄດ້ຮັບການປັບປຸງ ພັດທະນາທາງດ້ານໂຄງລ່າງພື້ນຖານແຫຼ່ງທ່ອງທ່ຽວ, ການບໍລິການການທ່ອງທ່ຽວໄດ້ຮັບການປັບປຸງ ແລະ ພັດທະນາ; ວັດທະນະທໍາທີ່ເປັນເອກະລັກຂອງຊາດ, ຂອງບັນດາເຜົ່າໄດ້ຮັບການອະນຸລັກປົກປັກຮັກສາ; ຖືສໍາຄັນການຄຸ້ມຄອງແຮງງານ ສົ່ງເສີມການພັດທະນາສີມືແຮງງານ ແລະ ການຈັດຫາວຽກເຮັດງານທໍາໃຫ້ແຮງງານພາຍໃນ ແລະ ໄປອອກແຮງງານຢູ່ຕ່າງປະເທດຈໍານວນໜຶ່ງ, ໄດ້ປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດຕາມຄວາມເໝາະສົມ; ຖືເອົາການກໍ່ສ້າງພັກດ້ານການເມືອງ-ແນວຄິດເປັນກົກ ແລະ ສອດຫ້ອຍໄປກັບທຸກວຽກງານ ສ້າງພະນັກງານດ້ວຍຫຼາຍຮູບການ, ຫຼາຍລະດັບຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ໄດ້ປັບປຸງກໍ່ສ້າງພັກທາງດ້ານປະລິມານ ແລະ ຄຸນນະພາບເປັນປົກກະຕິ, ຕໍ່ເນື່ອງເຮັດໃຫ້ລະບົບການຈັດຕັ້ງ, ຖັນແຖວພະນັກງານ-ສະມາຊິກພັກ ແຕ່ແຂວງລົງຮອດບ້ານມີຄວາມເຂັ້ມແຂງຂຶ້ນເລື້ອຍໆ ສາມາດເປັນແກນນຳໃນລະບົບການເມືອງຢ່າງແທ້ຈິງ. ປະຈຸບັນທົ່ວແຂວງມີ 10 ອົງຄະນະພັກເມືອງ, ມີ 2 ອົງຄະນະພັກກົມກອງ, ມີ 159 ຄະນະພັກຮາກຖານ ແລະ ມີ 1.231 ໜ່ວຍພັກ, ມີໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 974 ໜ່ວຍ, ມີສະມາຊິກພັກທັງໝົດ 23.347 ສະຫາຍ, ຍິງ 5.856 ສະຫາຍ.
ການປາຖະກະຖາດັ່ງກ່າວ, ເພື່ອເປັນການເສີມຂະຫຍາຍມູນເຊື້ອວັນຊາດທີ່ 2 ທັນວາໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຄືຕ້ອງເດັດດ່ຽວຍຶດໝັ້ນອຸດົມການສັງຄົມນິຍົມທີ່ພັກກຳນົດໄວ້ຢ່າງໜັກ ແໜ້ນ, ຕັ້ງໜ້າສຶກສາອົບຮົມການເມືອງນໍາພາແນວຄິດພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າໃຫ້ເຊີດຊູນໍ້າໃຈຮັກຊາດ, ຕັ້ງໜ້າປຸກລະດົມຂະບວນການເຄື່ອນໄຫວຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດໃຫ້ປາກົດຜົນເປັນຈິ່ງ; ເພີ່ມທະວີຄວາມສັກສິດແຫ່ງການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ, ຕັ້ງໜ້າບູລະນະລະບອບປະຊາທິປະໄຕປະຊາຊົນໃຫ້ໜັກແໜ້ນ, ຕັ້ງໜ້າປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ຈັດຕັ້ງປະຕິບັດແນວທາງການຕ່າງປະເທດ ທີ່ສ້າງສັນເຊື່ອມໂຍງເຂົ້າກັບສາກົນຢ່າງຕັ້ງໜ້າ, ເປັນເຈົ້າການປະຕິບັດນະໂຍບາຍແບບຫຼາຍທິດ, ຫຼາຍຝ່າຍ ແລະ ຫຼາຍຮູບແບບບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ ແລະ ກັນ, ສະເໝີພາບ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องข้อมูลจำเป็นถูกทำเครื่องหมาย *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa