ໜ່ວຍກຳມະບານຮາກຖານຄະນະໂຄສະນາອົບຮົມປະເມີນຜົນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2025

ໜ່ວຍກຳມະບານຮາກຖານຄະນະໂຄສະນາອົບຮົມປະເມີນຜົນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2025

ວັນທີ 11 ພະຈິກ 2025, ໜ່ວຍກຳມະບານຮາກຖານຄະນະໂຄສະນາອົບຮົມ ແຂວງຫົວພັນ ໄດ້ເປີດກອງປະຊຸມປະເມີນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2025 ຂື້ນຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ, ໂດຍການເປັນປະທານຂອງທ່ານ ຕົ່ງລີ ເຕັ່ງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະໜ່ວຍກຳມະບານຮາກຖານ, ພ້ອມດ້ວຍສະມາຊິກກໍາມະບານພາຍໃນຮາກຖານເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ຕົງ ເຍຍບີທໍ ປະທານໜ່ວຍກຳມະບານຮາກຖານຄະນະໂຄສະນາອົບຮົມແຂວງ ໄດ້ສະຫຼຸບຕີລາການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໃນແຕ່ລະດ້ານໂດຍສະເພາະແມ່ນ: ວຽກງານການເມືອງ-ແນວຄິດ, ການປະຕິບັດກົດໝາຍ ແລະ ລະບຽນການຂອງລັດ, ການພັດທະນາຕົນເອງ ແລະ ການຈັດຕັ້ງ, ການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ, ເປັນເຈົ້າໃນການຈັດຕັ້ງປະຕິບັດແນວທາງການຕ່າງປະເທດຕາມນະໂຍບາຍຂອງພັກ, ລະບຽບຂອງລັດ. ປັດຈຸບັນທົ່ວກຳມະບານຮາກຖານຄະນະໂຄສະນາອົບຮົມແຂວງຫົວພັນ ມີສະມາຊິກກຳມະບານທັງໝົດ 40 ສະຫາຍ, ຍິງ 14 ສະຫາຍ, ມີໜ້າປະເມີນຕົວຈິງ 16 ສະຫາຍ, ຍີງ 7 ສະຫາຍ(ສະມາຊິກທີມາຈາກການໂຮມ, ຍົກຍ້າຍມາ ຍັງປະເມີນຢູ່ຮາກຖານໜ່ວຍເກົ່າທີຕົນສັງກັດ). ໃນໄລຍະຜ່ານມາຄະນະກຳມະບານຮາກຖານໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ, ໂດຍຖືເອົາວຽກງານການເມືອງ-ແນວຄິດເປັນບັນຫາສໍາຄັນ, ນໍາເອົາແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ນິຕິກໍາຕ່າງໆ ເຜີຍແຜ່ເຊື່ອມຊຶມໃຫ້ສະມາຊິກກຳມະບານທຸກສະຫາຍ, ເພື່ອສ້າງສະມາຊິກມີຄວາມໜັກແໜ້ນດ້ານການເມືອງ, ເຂັ້ມແຂງດ້ານການຈັດຕັ້ງ, ຕິດພັນກັບການຈັດຕັ້ງເຊື່ອມຊຶມເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຂອງກຳມະບານລາວວາງອອກຢ່າງທົ່ວເຖິງ, ເຊິ່ງໄດ້ເຮັດໃຫ້ຖັນແຖວສະມາຊິກກໍາມະບານ, ພະນັກງານ-ລັດຖະກອນ, ມີແນວຄິດທຸນທ່ຽງ, ຕັ້ງໜ້າເຮັດໜ້າທີ່ການເມືອງຂອງຕົນດ້ວຍຄວາມເປັນເຈົ້າການສູງ ສາມາດຕອບສະໜອງໄດ້ດ້ານວິຊາສະເພາະ, ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານກຳມະບານ ແລະ ສາມາດປະເມີນກຳມະບານຮາກຖານຄະນະໂຄສະນາອົບຮົມແຂວງ ເປັນກຳມະບານຮາກຖານ 5 ເປັນເຈົ້າປະຈໍາປີ 2025 ພ້ອມທັງໄດ້ຮັບປະດັບທຸງໄຊແຂ່ງຂັນ 5 ເປັນເຈົ້າ.

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องข้อมูลจำเป็นถูกทำเครื่องหมาย *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa