ທ່ານ ສາຄອນ ພົມມະລາດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພົບປະໂອ້ລົມພະນັກງານຄະນະໂຄສະນາອົບຮົມແຂວງ
ຕອນບ່າຍວັນທີ 27 ຕຸລາ 2025, ຢູ່ຫ້ອງປະຊຸມຫ້ອງວ່າການແຂວງຫົວພັນ ທ່ານ ສາຄອນ ພົມມະລາດ ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນໍາວຽກງານສື່ມວນຊົນ ໄດ້ພົບປະໂອ້ລົມພະນັກງານ-ລັດຖະກອນ ຄະນະໂຄສະນາອົບຮົມແຂວງ. ໂດຍມີ ທ່ານ ຕົງລີ ເຕັ່ງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງການ ແລະ ພະນັກງານ-ລັດຖະກອນພາຍໃນຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມຮັບຟັງ.

ທ່ານ ອົ້ມ ອິນທະລາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ລາຍງານສະພາບລວມຂອງຄະນະໂຄສະນາອົບຮົມໂດຍຍົກໃຫ້ເຫັນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ໄດ້ລາຍງານກ່ຽວກັບການປັບປຸງກົງຈັກການຈັດຕັ້ງ: ໄດ້ສໍາເລັດການປະກາດ ມອບໂອນ 3 ຂະແໜງສື່ມວນຊົນ, ວິທະຍຸ-ໂທລະພາບ ແລະ ສື່ສິ່ງພິມ ຂອງພະແນກ ຖວທ ມາຂື້ນກັບຄະນະໂຄສະນາອົບຮົມແຂວງ ຕັ້ງເປັນຂະແໜງຖະແຫຼງຂ່າວ-ສື່ມວນຊົນ ແລະ ມີພະນັກງານໂອນມາ 18 ທ່ານ, ຍິງ 8 ທ່ານ. ປະຈຸບັນຄະນະໂຄສະນາອົບຮົມແຂວງປະກອບມີ 5 ຂະແໜງຄື: ຂະແໜງໂຄສະນາປາຖະກະຖາ, ຂະແໜງອົບຮົມ, ຂະແໜງບໍລິຫານ, ຂະແໜງຄົ້ນຄວ້າສັງລວມ-ຂໍ້ມູນຂ່າວສານ ແລະ ຂະແໜງຖະແຫຼງຂ່າວ-ສື່ມວນຊົນ, ມີພະນັກງານ-ລັດຖະກອນທັງໝົດ 40 ທ່ານ, ຍິງ 16 ທ່ານ; ສໍາລັບ 10 ຫ້ອງການຄະນະໂຄສະນາອົບຮົມເມືອງກໍໄດ້ສໍາເລັດການປັບປຸງ ຕາມທິດຂອງຂັ້ນເທິງ ປະກອບມີ 3 ໜ່ວຍງານຄື: ໜ່ວຍງານບໍລິຫານ, ໜ່ວຍງານອົບຮົມ ແລະ ໜ່ວຍງານໂຄສະນາ, ເຮັດໜ້າທີ່ຕາມພາລະບົດບາດ ແລະ ສິດໜ້າທີ່ຂອງຕົນເອງ, ສ້າງຄວາມຮັບຮູ້, ເຂົ້າໃຈເປັນເອກະພາບ ພ້ອມກັນເຮັດສຳເລັດໜ້າທີ່ການເມືອງທີ່ພັກ-ລັດມອບໝາຍໃຫ້.
ຈາກນັ້ນ, ທ່ານ ສາຄອນ ພົມມະລາດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນໍາວຽກງານສື່ມວນຊົນ ໄດ້ມີຄໍາເຫັນໂອ້ລົມ. ເຊິ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຜົນງານທີ່ຄະນະໂຄສະນາອົບຮົມແຂວງ ຍາດມາໄດ້ໃນໄລຍະຜ່ານມາ. ພ້ອມນັ້ນ, ທ່ານຍັງໄດ້ໃຫ້ທັດສະນະວ່າ: ການຊັບຊ້ອນການຈັດຕັ້ງໃໝ່ຫຼາຍພະແນກການໂຮມເຂົ້າກັນແມ່ນປະຕິບັດຕາມທິດຊີ້ນໍາຂອງຂັ້ນເທິງກໍ່ຄືຄວາມຮຽກຮ້ອງຕ້ອງການໃນໜ້າທີ່ການເມືອງໄລຍະໃໝ່. ສະນັ້ນ, ຮຽກຮ້ອງໃຫ້ພະນັກງານພາຍໃນຄະນະໂຄສະນາອົບຮົມແຂວງ ມີຄວາມອຸນອຽງທຸ່ນທ່ຽງຕໍ່ກັບໜ້າທີ່ວຽກງານທີ່ຕົນ, ເຮັດສຳເລັດໜ້າທີ່ວຽກງານໄດ້ຮັບການມອບໝາຍ, ເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ເປັນເອກະພາບກັນເພີ່ມທະວີຄວາມຮັບຜິດຊອບສ້າງພະນັກງານໃຫ້ກາຍເປັນວິຊາການທີ່ເກັ່ງ, ເປັນມືອາຊີບ, ເອົາໃຈໃສ່ໂຄສະນາດ້ວຍການນໍາເອົາແນວທາງໃນແຕ່ລະໄລຍະຂອງພັກ ໄປສູ່ມະຫາຊົນ ເພື່ອເຊື່ອມຊື່ມ, ຮັບຮູ້, ເຂົ້າໃຈ ແລ້ວຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ ແລະ ສ້າງວຽກງານໂຄສະນາໃຫ້ກາຍເປັນກະບອກສຽງຂອງພັກ-ລັດຢ່າງແທ້ຈິງ.
