ກອງປະຊຸມໃຫຍ່ ຂອງອົງຄະນະພັກ ແຂວງຫົວພັນ ສະໄໝທີ XI ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ

ກອງປະຊຸມໃຫຍ່ ຂອງອົງຄະນະພັກ ແຂວງຫົວພັນ ສະໄໝທີ XI ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ

     ໃນຕອນເຊົ້າ ຂອງວັນທີ 18 ຕຸລາ 2025 ພາຍຫຼັງທີ່ດຳເນີນມາເປັນເວລາ 1 ວັນເຄີ່ງ, ພາຍໃຕ້ການເປັປະທານຂອງ ສະຫາຍ ຄຳແພງ ໄຊສົມແພງ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫົວພັນ. ເປັນກຽດເຂົ້າຮ່ວມຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມດ້ວຍແຂກຖືກເຊີນ ແລະ ມີຜູ່ແທນສົມບູນເຂົ້າຮ່ວມທັງໝົດ 307 ສະຫາຍ, ຍິງ 41 ສະຫາຍ, ເຊິ່ງເປັນຕົວແທນໃຫ້ສະມາຊິກພັກທັງໝົດ 23.347 ສະຫາຍ. ບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມໄດ້ຍົກສູງຄວາມຮັບຜິດຊອບ ແລະ ຜູ່ແທນກອງປະຊຸມໃຫຍ່ໄດ້ສູມສະຕິປັນຍາ ຂອງຕົນເຂົ້າໃນການຄົ້ນຄວ້າປະກອບຄຳຄິດຄຳເຫັນຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງ. ໂດຍກອງປະຊຸມຄັ້ງປະຖົມມະລຶກໄດ້ເປັຍເອກະສັນຄັດເລືອກເອົາ ສະຫາຍ ພຸດພັນ ແກ້ວວົງໄຊ ເປັນເລຂາຄະນະບໍລິຫານງານພັກແຂວງຫົວພັນ ສະໄໝທີ XI.

 ກອງປະຊຸມໃຫຍ່ອົງຄະນະພັກແຂວງຫົວພັນ ຄັ້ງທີ XI ໄດ້ລົງປະຊາມະຕິເປັນເອກະສັນກັນຮັບຮອງເອົາບັນດາເນື້ອໃນສຳຄັນ ຂອງພັກ ຄື: ຮັບຮອງເອົາຮ່າງບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ບົດສຳຫຼວດການນຳພາລວມ ຂອງຄະນະພັກ ສະໄໝທີ X ພ້ອມທັງຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການນຳພາ-ຊີ້ນຳ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ 5 ປີຜ່ານມາ. ພ້ອມກັນນີ້, ກອງປະຊຸມໄດ້ເປັນເອກະພາບຮັບຮອງເອົາທິດທາງແຜນການ 5 ປີນັບແຕ່ປີ 2026-2030 ເຊິ່ງປະກອບດ້ວຍ: ຄະນະພັກແຕ່ລະຂັ້ນ ຕ້ອງເພີ່ມທະວີການນຳພາເດັັດຂາດ, ໂດຍກົງ ແລະ ຮອບດ້ານ ຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຖືສຳຄັນການສຶກສາອົມຮົບພົນລະເມືອງ ໃຫ້ເຊື່ອມຊືມຢ່າງເລີກເຊິ່ງ ແລະ ເປັນເຈົ້າການເຂົ້າຮ່ວມປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານ, ປັບປຸງກໍ່ສ້າງກຳລັງຫຼວງ, ກຳລັງທ້ອງ ຖິ່ນໃຫ້ມີຄວາມເຂັ້ມແຂງໃນທຸກດ້ານ. ເປັນເຈົ້າການຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ສືບຕໍ່ເຮັດໃຫ້ທົ່ວແຂວງຫົວພັນ ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະ ຮຽບຮ້ອຍ.
ຍົກສູງຄວາມສາມາດນຳພາຂອງພັກ, ປັບປຸງກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຮັບປະກັນບົດບາດເປັນແກນນຳໃນລະບົບການເມືອງ ເພີ່ມທະວີຄວາມສາມັກຄີປະຊາຊົນບັນດາເຜົ່າ ໃຫ້ເປັນປຶກແຜ່ນ ພາຍໃຕ້ແນວທາງຂອງພັກ, ປັບປຸງການບໍລິຫານລັດ ໃຫ້ມີຄວາມສັກສິດ, ໂປ່ງໃສ, ວ່ອງໄວ; ຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍ.
     ເອົາໃຈໃສ່ສ້າງເງື່ອນໄຂ ເພື່ອຂຸດຄົ້ນທ່າແຮງບົ່ມຊ້ອນເຂົ້າໃນການພັດທະນາເສດຖະກິດ ໃຫ້ມີການຂະຫຍາຍຕົວຕໍ່ເນື່ອງ ຮອດປີ 2030 ອັດຕາການຂະຫຍາຍຕົວດ້ານເສດຖະກິດສະເລ່ຍໃຫ້ຢູ່ໃນລະດັບ 5,05% ຂຶ້ນໄປ, ລວມຍອດຜະລິດຕະພັນພາຍໃນ (GDP) ລວມ ຂອງແຂວງຈະໃຫ້ບັນລຸ 39.670,94 ຕື້ກີບ. ຄາດວ່າປີ 2030 ລວມຍອດຜະລິດຕະພັນພາຍໃນ (GDP) ຈະໃຫ້ບັນລຸ 8.865,20 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນຈະໃຫ້ໄດ້ 27,049,021 ກີບ/ຄົນ/ປີ ຫຼື ເທົ່າກັບ 1,258 ໂດລາສະຫະລັດ, ໂຄງປະກອບເສດຖະກິດມີການຫັນປ່ຽນຢ່າງຕັ້ງໜ້າໃນນີ້ຂະແໜງກະສິກໍາ-ປ່າໄມ້ເພີ່ມຂຶ້ນ 5.28% ກວມເອົາ 51.97%ຂອງ GDP,ຂະແໜງອຸດສະຫະກໍາເພີ່ມຂຶ້ນ 5,10% ກວມເອົາ 29,46% ຂອງ GDP, ຂະແໜງການບໍລິການເພີ່ມຂຶ້ນ 4,74% ກວມເອົາ 18,57% ຂອງ GDP.
     ເອົາໃຈໃສ່ພັດທະນາຊັບພະຍາກອນມະນຸດ, ປະຕິບັດຍຸດທະສາດການສຶກສາ, ຮັບປະກັນໃຫ້ເດັກໃນເກນອາຍຸ 5ປີ ໄດ້ເຂົ້າຮຽນ 87%, ຍົກສູງຄຸນນະພາບການສຶກສາໃຫ້ໄດ້ມາດຕະຖານ, ຂະຫຍາຍຕາໜ່າງດ້ານສາທາລະນະສຸກໃຫ້ທົ່ວເຖິງ, ເພື່ອສ້າງເງື່ອນໄຂໃຫ້ທຸກຄົນມີໂອກາດໄດ້ຮັບການປິ່ນປົວ, ເພື່ອແນ່ໃສ່ໃຫ້ບັນລຸບັນດາເປົ້າໝາຍ SDG, UHC ແລະ ບັນດາຕົວຊີ້ວັດ ໃຫ້ມີຜົນສຳເລັດຕາມລະດັບຄາດໝາຍ; ອານຸລັກວັດທະນະທໍາຮີດຄອງປະເພນີ ແລະ ສະຖານທີ່ປູສະນິຍະສະຖານໄດ້ຮັບການບູລະນະ ແລະ ເສີມຂະຫຍາຍຢ່າງກວ້າງຂວາງ.
     ເພີ່ມທະວີຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານກັບບັນດາແຂວງແຮກສ່ຽວ ສສ ຫວຽດນາມ, ສປ ຈີນ ແລະ ບັນດາປະເທດເພື່ອນມິດສາກົນ ບົນພື້ນຖານແນວທາງການຕ່າງປະເທດຂອງພັກ ເພື່ອດຶງດູດເອົາທຶນຮອນ, ບົດຮຽນ, ເຕັກນິກດ້ານຕ່າງໆ ເຂົ້າໃນການຜະລິດ ແລະ ຂະຫຍາຍການຕະຫຼາດນັບມື້ເພີ່ມຂຶ້ນ ແລະ ສຸມໃສ່ສ້າງ ແລະ ຂະຫຍາຍຈຸດສຸມ ຕົວແບບໃນດ້ານຕ່າງໆ ໃຫ້ມີຄຸນນະພາບຕິດພັນກັບການຄ້າ-ຂາຍເຂດຊາຍແດນ ໄປພ້ອມກັບການກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ຄວບຄູ່ກັບການສ້າງພະນັກງານສືບທອດປ່ຽນແທນໃນຂະບວນການຕົວຈິງ ທີ່ເປັນປັດໃຈສ້າງຄວາມເປັນເຈົ້າໃຫ້ແກ່ປະຊາຊົນ.
      ກອງປະຊຸມໃຫຍ່ຍັງໄດ້ຮັບຟັງການລາຍງານ ແລະ ປະກອບຄຳຄິດ ຄຳເຫັນ ຈາກຜູ່ຕາງໜ້າຫຼາຍພາກສ່ວນ ລ້ວນແຕ່ສະແດງໃຫ້ເຫັນເຖິງຄວາມເປັນເອກະພາບ ຕໍ່ບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມແຜນພັດທະນາ ທິດທາງ ແລະ ແຜນການວຽກງານຮອບດ້ານຕໍ່ກອງປະຊຸມ ເຊິ່ງສ່ວນຫຼາຍໄດ້ລົງເລິກ ລາຍງານຜົນສຳເລັດແຫ່ງການຜັນຂະ ຫຍາຍ ແລະ ຈັດຕັ້ງປະຕິບັດບັນດາມະຕິກອງປະຊຸມໃຫຍ່ ເຂົ້າໃນແຕ່ລະຂົງເຂດວຽກງານຂະແໜງການຂອງຕົນ ເຊິ່ງໄດ້ເຮັດໃຫ້ກອງປະຊຸມມີເນື້ອໃນອຸດົມສົມບູນຂຶ້ນຕື່ມ.
ກອງປະຊຸມໄດ້ເລືອກເອົາຜູ່ແທນສົມບູນ ແລະ ສຳຮອງ ໄປຮ່ວມກອງປະຊຸມໃຫຍ່ຜູ່ແທນທົ່ວປະເທດ ສະໄໝທີ XII ຂອງພັກ. ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານພັກ ແຂວງຫົວພັນ ໄດ້ເລືອກເອົາຄະນະປະຈໍາພັກແຂວງ ຈຳນວນ 11 ສະຫາຍ, ເຊິ່ງໄດ້ເລືອກເອົາ ສະຫາຍ ພຸດພັນ ແກ້ວວົງໄຊ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ພອນສຸກ ອິນທະວົງ ແລະ ສະຫາຍ ຄອນປະພັນ ເລືອງສີຈັນທອງ ເປັນຮອງເລຂາ; ເລືອກເອົາ ສະຫາຍ ອ່ອນພັນ ທອງທິດາ ເປັນປະທານກວດກາ, ສະຫາຍ ສິງວົງໄຊ ສຸລິວົງພັນ, ສະຫາຍ ວົງເພັດ ຈັນທະມອນ ແລະ ສະຫາຍ ຄຳແພງ ອິນທະວີ ເປັນຮອງປະທານກວດກາ.
     ກອງປະຊຸມໃຫຍ່ ຄັ້ງທີ XI ຂອງແຂວງຫົວພັນ ຍັງໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ສະເຫຼີມໄຊ ກົມມະສິດ ກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ເຊິ່ງສະຫາຍໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ການນຳພາ-ຊີ້ນຳ ຂອງຄະນະພັກຊຸດເກົ່າທີ່ໄດ້ມີການນຳພາ-ຊີ້ນຳພະນັກງານ, ສະມາຊິກພັກ, ປະຊາຊົນບັນດາເຜົ່າ ປະຕິບັດໜ້າທີ່ຂອງຕົນ ເຊິ່ງຍາດໄດ້ຜົນງານທີ່ສຳເລັດໃນຫຼາຍດ້ານ. ພ້ອມກັນນັ້ນ, ສະຫາຍ ຍັງໄດ້ສະແດງຄວາມເປັນຫ່ວງເປັນໃຍ ຕໍ່ດ້ານອ່ອນ ແລະ ຂໍ້ຄົງຄ້າງ ເຊິ່ງໄດ້ຮຽກຮ້ອງໃຫ້ຄະນະພັກຊຸດໃໝ່ ຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ.ຈາກນັ້ນ, ສະຫາຍ ຍັງໄດ້ໃຫ້ທິດຊີ້ນຳວຽກງານໃນແຕ່ລະດ້ານ ແລະ ມີຄວາມເຊື່ອໝັ້ນ ຕໍ່ຄະນະບໍລິຫານງານພັກແຂວງຊຸດໃໝ່ ທີ່ຈະຕ້ອງສືບຕໍ່ນຳພາ-ຊີ້ນຳ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງຫົວພັນ ສະໄໝທີ XI ໃຫ້ຍາດໄດ້ຜົນສໍາເລັດຫຼາຍດ້ານໃຫ້ຫຼາຍຂຶ້ນກວ່າເກົ່າ.
    ຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງ ແມ່ນໝາກຜົນອັນລ້ຳຄ່າຂອງທົ່ວປວງຊົນຊາວແຂວງຫົວພັນບັນດາເຜົ່າ. ພ້ອມນີ້, ກອງປະຊຸມໃຫຍ່ຍັງໄດ້ຮຽກຮ້ອງມາຍັງສະມາຊິກພັກ, ພະນັກງານ ແລະ ປະຊາຊົນບັນດາເຜົ່າທົ່ວແຂວງຫົວພັນ ພ້ອມກັນເພີ່ມທະວີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ສູມທຸກສະຕິປັນຍາ, ຄວາມອາດສາມາດ, ຫົວຄິດປະດິດສ້າງປະກອບສ່ວນເຂົ້າໃນການປະຕິບັດເນື້ອໃນ ຂອງກອງປະຊຸມໃຫຍ່ ທີ່ຮັບຮອງເອົາແລ້ວນັ້ນໃຫ້ປະກົດຜົນເປັນຈິງ. ສູ້ຊົນແກ້ໄຂ ຈຸດອ່ອນ, ຂໍ້ຄົງຄ້າງ ໃນໄລຍະຜ່ານມາ ເພື່ອພ້ອມກັນປົກປັກຮັກສາ ແລະ ສ້າງສາແຂວງຫົວພັນ ໃຫ້ນັບມື້ກ້າວໜ້າ ຂຶ້ນຢ່າງບໍ່ຢຸດຢັ້ງ; ເຊີດຊູສະຕິ ແລະ ຄວາມຮັບຜິດຊອບການເມືອງ ຂອງຕົນໃຫ້ສູງຂຶ້ນ ສ້າງການຫັນປ່ຽນໃໝ່ທີ່ຕັ້ງໜ້າ ເຮັດໃຫ້ພັກມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ.

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องข้อมูลจำเป็นถูกทำเครื่องหมาย *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa