ກອງປະຊຸມສ່ອງແສງລາຍງານການຈັດຕັ້ງປະຕິບັດວຽກງານເຕັກໂນໂລຊີ- ຂໍ້ມູນຂ່າວສານ (ເວັບໄຊສ) ຂອງຄະນະໂຄສະນາອົບຮົມແຂວງທົ່ວປະເທດ ປະຈຳໄຕມາດ II

ກອງປະຊຸມສ່ອງແສງລາຍງານການຈັດຕັ້ງປະຕິບັດວຽກງານເຕັກໂນໂລຊີ- ຂໍ້ມູນຂ່າວສານ (ເວັບໄຊສ) ຂອງຄະນະໂຄສະນາອົບຮົມແຂວງທົ່ວປະເທດ ປະຈຳໄຕມາດ II ແລະ ທິດທາງປະຈຳໄຕມາດ III

    ໃນຕອນເຊົ້າຂອງວັນທີ 3 ມີຖຸນາ 2024 ກົມຂໍ້ມູນຂ່າວສານ ແລະ ຝືກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມທາງໄກ (Video Conference) ສ່ອງແສງລາຍງານການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຮນີກ (ເວບໄຊ) ຄະນະໂຄສະນາອົບຮົມແຂວງທົ່ວປະເທດ ປະຈຳໄຕມາດ II ແລະ ທິດທາງປະຈຳໄຕມາດ III ປີ 2025 ເຊີ່ງຮ່ວມກັບບັນດາຄະນະໂຄສະນາອົບຮົມແຂວງ 17 ແຂວງ ແລະ 1 ນະຄອນຫຼວງ. ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ວັນຕຸລາ ຣັກນຸດ ກຳມະການປະຈຳພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝືກອົບຮົມ. ຕາງໜ້າຄະນະໂຄສະນາອົບຮົມແຂວງຫົວພັນ ເຂົ້າຮ່ວມກອງປະຊຸມຄັ້ງມີ ທ່ານ ອົ້ມ ອິນທະລາ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີວິຊາການຮັບຜິດຊອບວຽກງານໂຄສະນາຜ່ານສື່ເອເລັກໂຕຣນີກ (ເວັບໄຊ) ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ໃນວາລະຂອງກອງປະຊຸມ ໄດ້ພ້ອມກັນຮັບຟັງຜົນສໍາເລັດໃນການປະຕິບັດວຽກງານ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ຂອງແຕ່ລະແຂວງ ເພື່ອຖອດຖອນບົດຮຽນການຫັນເປັນທັນສະໄໝ ແລະ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໂດຍສະເພາະວຽກງານ ການເມືອງ-ແນວຄິດ ໃນໄລຍະໃໝ່, ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຜ່ານສື່ເອເລັກໂຕຮນີກຂອງຄະນະໂຄສະນາອົບຮົມແຕ່ລະແຂວງ ສາມາດເຄື່ອນໄຫວໄດ້ປົກກະຕິມີຄວາມສະດວກວ່ອງໄວ, ທັນສະໄໝ ໃຫ້ທັນກັບສະພາບການ.

ຫຼັງຈາກນັ້ນ ຄະນະຮັບຜິດຊອບແຕ່ລະແຂວງໄດ້ລາຍງານຫຍໍ້ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານເວບໄຊຂອງ ຄະນະໂຄສະນາອົບຮົມແຂວງ ປະຈຳໄຕຮມາດ II ເຊີ່ງມີທັງດ້ານດີຜົນງານ, ຂໍ້ສະດວກ, ຂໍ້ຫຍຸ້ງຫຍາກ ແລະ ທິດທາງແຜນການໃນຕໍ່ໜ້າຂອງບັນດາແຂວງໃນທົ່ວປະເທດ.

ໃນຕອນທ້າຍຂອງກອງປະຊຸມ ທ່ານ ວັນຕຸລາ ຣັກນຸດ ກຳມະການປະຈຳພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝືກອົບຮົມ ຍັງໄດ້ຮຽກຮ້ອງມາຍັງກອງປະຊຸມໃຫ້ເອົາໃຈໃສ່ບາງບັນຫາ ຄະນະຮັບຜິດຊອບແອັດມິນຕ້ອງສັງເກດຕີລາຄາຄືນໃນການຈັດຕັ້ງປະຕິບັດວຽກງານຕົວຈິງໃນແຕ່ລະໄລຍະ ເພື່ອລາຍງານຕໍ່ຜູ້ຊີ້ນໍາ, ສືບຕໍ່ຕິດຕາມກວດກາການເຄື່ອນໄຫວໜ້າເວັບໄຊສຂອງແຂວງຕົນໃຫ້ມີຄວາມອຸດົມສົມບູນ, ທາງດ້ານຄວາມຮັບຜິດຊອບໃນຂອດການປະສານ, ການເປັນເສນາທິການຂອງແອັດມິນແຕ່ລະແຂວງໃຫ້ແກ່ຄະນະນໍາ ໃນການສົ່ງບົດສະຫຼຸບລາຍງານການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານເວັບໄຊສກໍຄືຜົນງານປະຈໍາເດືອນຂອງແຕ່ລະແຂວງ, ເນັ້ນໜັກໃຫ້ຄະນະນຳໂຄສະນາອົບຮົມແຂວງຊ່ວຍບຳລຸງກໍ່ສ້າງຢ່າງເລິກເຊີ່ງ ແລະ ແບ່ງໜ້າທີ່ຄວາມຮັບຜິດຊອບໃຫ້ແຕ່ລະສະຫາຍຜູ້ທີ່ຮັບຜິດຊອບວຽກງານດັ່ງກ່າວໃຫ້ແທດ    ເໝາະກັບຄວາມຮູ້ຄວາມສາມາດ ແລະ ວິຊາສະເພາະຂອງແຕ່ລະສະຫາຍ.

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องข้อมูลจำเป็นถูกทำเครื่องหมาย *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa