ໜ່ວຍພັກຄະນະໂຄສະນາອົບຮົມແຂວງ ມອບຮັບໃບຢັ້ງຢືນ ເປັນຫນ່ວຍພັກປອດໃສ, ເຂັ້ມແຂງ, ຫນັກແຫນ້ນ ຄັ້ງທີ VII ປະຈໍາປີ 2024.

ໜ່ວຍພັກຄະນະໂຄສະນາອົບຮົມແຂວງ ມອບຮັບໃບຢັ້ງຢືນ ເປັນຫນ່ວຍພັກປອດໃສ, ເຂັ້ມແຂງ, ຫນັກແຫນ້ນ ຄັ້ງທີ VII ປະຈໍາປີ 2024.

     ວັນທີ 01 ສິງຫາ 2025 ນີ້, ໜ່ວຍພັກຄະນະໂຄສະນາອົບຮົມແຂວງຫົວພັນ ໄດ້ຈັດພິທີມອບ – ຮັບໃບຢັ້ງຢືນ ເປັນຫນ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄັ້ງທີ VII ປະຈໍາປີ 2024 ຢູ່ຫ້ອງປະຊຸມນ້ອຍຊັ້ນ 4 ຕືກສຳນັກງານຫ້ອງວ່າການ ແຂວງຫົວພັນ ໂດຍການເປັນປະທານກຽດຕິມະສັກຂອງ ສະຫາຍ ນາງ ລ້ອງຄໍາ ພອນມີໄຊ ຄະນະປະຈໍາພັກແຂວງ ຫົວຫນ້າຄະນະຈັດຕັ້ງແຂວງ ຜູ້ຊີ້ນໍາວຽກງານການເມືອງ – ແນວຄິດທິດ, ວຽກພັກພະນັກງານ ແລະ ຊີ້ນໍາວຽກອົງການຈັດຕັ້ງ ມະຫາຊົນຂັ້ນແຂວງ, ເຂົ້າຮ່ວມເປັນປະທານຂອງ ສະຫາຍ ຕົງລີ ເຕັ່ງ ກໍາມະການພັກແຂວງ ເລຂາໜ່ວຍພັກ ຫົວຫນ້າ ຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍ ສະຫາຍສະມາຊິກພັກສົມບູນ, ສໍາຮອງ, ມີບັນດາສະຫາຍແຂກທີ່ຕາງຫນ້າມາ ຈາກຄະນະຈັດຕັ້ງ, ຄະນະກວດກາພັກ-ລັດແຂວງເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີດັ່ງກ່າວ ສະຫາຍ ນາງ ລ້ອງຄໍາ ພອນ ມີໄຊ ຄະນະປະຈໍາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງ – ແນວຄິດທິດ, ວຽກພັກພະນັກງານ ແລະ ຊີ້ນໍາວຽກອົງ ການຈັດຕັ້ງມະຫາຊົນຂັ້ນແຂວງ ໄດ້ຂຶ້ນມອບໃບຢັ້ງຢືນຫນ່ວຍພັກປອດໃສ, ເຂັ້ມແຂງ, ຫນັກແຫນ້ນ ຄັ້ງທີ VII ປະຈໍາປີ 2024 ແລະ ກ່າວຮັບໂດຍ ສະຫາຍ ຕົງລີ ເຕັ່ງ ກໍາມະການພັກແຂວງ ຫົວຫນ້າຄະນະໂຄສະນາອົບຮົມແຂວງ ເລຂາຫນ່ວຍ ພັກຄະນະໂຄສະນາອົບຮົມແຂວງຫົວພັນ .

ໃນຕອນທ້າຍຂອງພິທີຍັງໄດ້ຮັບຟັງການໂອ້ລົມຂອງສະຫາຍ ນາງ ລ້ອງຄໍາ ພອນມີໄຊ ຄະນະປະຈໍາພັກແຂວງ ຫົວຫນ້າຄະນະຈັດຕັ້ງແຂວງ ຜູ້ຊີ້ນໍາວຽກງານການເມືອງ – ແນວຄິດ, ວຽກພັກພະນັກງານ ແລະ ຊີ້ນໍາວຽກອົງການຈັດຕັ້ງ ມະຫາຊົນຂັ້ນແຂວງ ເຊິ່ງສະຫາຍຍັງໄດ້ເຫນັ້ນຫນັກໃຫ້ຄະນະພັກ, ສະມາຊິກພັກສືບຕໍ່ເຮັດວຽກງານການເມືອງ-ແນວຄິດ ດ້ວຍການນໍາເອົາບັນດາເອກະສານທີ່ສໍາຄັນຂອງພັກມາເຊື່ອມຊຶມໃຫ້ເລິກເຊິ່ງກວ່າເກົ່າ, ພ້ອມທັງຮັກສາມູນເຊື້ອຫນ່ວຍ ພັກປອດໃສ, ເຂັ້ມແຂງ, ຫນັກແຫນ້ນ ໃຫ້ຫມັ້ນຄົງຕະຫຼອດໄປ.

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องข้อมูลจำเป็นถูกทำเครื่องหมาย *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa