ໜ່ວຍພັກຄະນະໂຄສະນາອົບຮົມແຂວງ ສໍາເລັດກອງປະຊຸມໃຫ່ຍ ຄັ້ງທີ VIII

ໜ່ວຍພັກຄະນະໂຄສະນາອົບຮົມແຂວງ ສໍາເລັດກອງປະຊຸມໃຫ່ຍ ຄັ້ງທີ VIII

   ຕອນເຊົ້າວັນທີ 9 ເມສາ 2025 ນີ້, ໜ່ວຍພັກຄະນະໂຄສະນາອົບຮົມແຂວງຫົວພັນ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ VIII ຢູ່ທີ່ຫ້ອງປະຊຸມຊັ້ນ V ຫ້ອງວ່າການປົກຄອງ ແຂວງຫົວພັນ, ພາຍໃຕ້ການເປັນປະທານຂອງ ສະຫາຍ ຕົງລີ ເຕັ່ງ ກໍາມະການພັກແຂວງ, ຫົວຫນ້າຄະນະໂຄສະນາອົບຮົມແຂວງ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ນາງ ລ້ອງຄໍາ ພອນມີໄຊ ຄະນະປະຈໍາພັກແຂວງ, ຫົວຫນ້າຄະນະຈັດຕັ້ງແຂວງ, ຜູ້ຊີ້ນໍາວຽກງານພັກພະນັກງານ, ວຽກງານການ ເມືອງ-ແນວຄິດທິດສະດີ ແລະ ວຽກງານອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ການເຂົ້າຮ່ວມເປັນສັກຂີພິຍານຂອງຜູ້ ຕາງຫນ້າຄະນະຈັດຕັ້ງແຂວງ, ຄະນະກວດກາພັກແຂວງ, ແຂກຖືກເຊີນ ພ້ອມດ້ວຍສະມາຊິກພັກສົມບູນ, ສໍາຮອງເຂົ້າ ຮ່ວມທັງຫມົດ 20 ສະຫາຍ, ຍິງ 8 ສະຫາຍ.

ກອງປະຊຸມໄດ້ຜ່ານຮ່າງບົດລາຍງານການເມືອງທັງ 2 ພາກ ແລະ ບົດສໍາຫຼວດການນໍາພາລວມ ຈາກສະຫາຍ ເລຂາ, ຮອງເລຂາຫນ່ວຍພັກ ໃນການຈັດຕັ້ງປະຕິບັດວຽກງານໃນໄລຍະ 5 ປີຜ່ານມາ ແລະ ທິດທາງໃນ 5 ປີຕໍ່ຫນ້າ, ພ້ອມນັ້ນ ຜູ້ແທນກອງປະຊຸມຍັງໄດ້ພ້ອມກັນປະປອບຄໍາຄິດເຫັນໃສ່ຮ່າງບົດລາຍງານການເມືອງທັງ 2 ພາກ ແລະ ບົດ ສໍາຫຼວດການນໍາພາຂອງຄະນະພັກຊຸດເກົ່າ ໃຫ້ມີເນື້ອໃນຄົບຖ້ວນສາມາດຈັດຕັ້ງປະຕິບັດໄດ້ໃນຕໍ່ຫນ້າ. ພ້ອມນັ້ນກອງ ປະຊຸມຍັງໄດ້ຮັບຟັງການຜ່ານມາດຖານເງື່ອນໄຂຂອງຜູ້ສະຫມັກເລືອກຕັ້ງ, ພ້ອມທັງໄດ້ໃຊ້ສິດປະຊາທິປະໄຕດໍາເນີນ ການປ່ອນບັດຄັດເລືອນເອົາຄະນະພັກຊຸດໃໝ່ບົນພື້ນຖານຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ໄດ້ກໍານົດໄວ້ ເຊິ່ງມີຜູ້ຮັບສະຫມັກເລືອກຕັ້ງ ຈໍານວນ 5 ສະຫາຍ, ຍິງ 1 ສະຫາຍ, ຜ່ານການລົງຄະແນນສຽງ ແລະ ຕົກລົງເຫັນດີ ເປັນເອກະພາບກັນຢູ່ໃນກອງປະຊຸມຄັ້ງປະຖົມມະລຶກໄດ້ຕົກລົງຄົ້ນຄວ້າຮັບຮອງເອົາຄະນະພັກຊຸດໃຫມ່

ເຊິ່ງຄັດເລືອກ ໄດ້ 3 ສະຫາຍຄື: ສະຫາຍ ຕົ່ງລີ ເຕັ່ງ ເປັນເລຂາຫນ່ວຍພັກ, ສະຫາຍ ສຸກເສີມ ຢາງຈາງ ເປັນຮອງເລຂາຫນ່ວຍພັກ ທັງ ເປັນປະທານກວດກາ, ສະຫາຍ ອົ້ມ ອິນທະລາ ເປັນຄະນະຫນ່ວຍພັກ, ສະຫາຍ ນ ສຸກ ກັນຍາວົງ ເປັນຮອງປະທານ ກວດກາຫນ່ວຍພັກ, ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ, ສໍາຮອງເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງຫົວພັນ.

ຕອນທ້າຍກອງປະຊຸມ ສະຫາຍ ນາງ ລ້ອງຄໍາ ພອນມີໄຊ ຄະນະປະຈໍາພັກແຂວງ, ຫົວຫນ້າຄະນະຈັດຕັ້ງ ແຂວງ, ຜູ້ຊີ້ນໍາວຽກງານພັກ-ພະນັກງານ, ວຽກງານການເມືອງ-ແນວຄິດທິດສະດີ ແລະ ວຽກງານອົງການຈັດຕັ້ງມະ ຫາຊົນຂັ້ນແຂວງ, ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມຄັ້ງນີ້ ກ່ອນອື່ນເພີ່ນໄດ້ຍ້ອງຍໍຊົມເຊີຍຕໍ່ການນໍາພາຂອງຄະນະພັກ ຊຸດເກົ່າ ທີ່ໄດ້ນໍາພາ-ຊີ້ນໍາພະນັກງານສະມາຊິກພັກໃນການຈັດຕັ້ງປະຕິບັດຫນ້າທີ່ການເມືອງຂອງຕົນທີ່ຍາດມາໄດ້ຜົນ ສໍາເລັດຫຼາຍດ້ານ ພ້ອມນັ້ນສະຫາຍຍັງໄດ້ເປັນຫ່ວງເປັນໃຍຕໍ່ບັນຫາທີ່ຍັງຄົງຄ້າງ ເຊິ່ງໄດ້ຮຽກຮ້ອງໃຫ້ຄະນະພັກ, ສະມາຊິກພັກ, ພະນັກງານລັດຖະກອນ ຈະຕ້ອງໄດ້ປັບປຸງ, ແກ້ໄຂເພື່ອເຮັດສໍາເລັດຫນ້າທີ່ ທີ່ກອງປະຊຸມໃຫຍ່ຄັ້ງທີ VIII ມອບໝາຍໃຫ້,

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องข้อมูลจำเป็นถูกทำเครื่องหมาย *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa