ແຂວງຫົວພັນປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ, ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດ
ວັນທີ 26 ມີນາ 2026 ນີ້, ແຂວງຫົວພັນໄດ້ຈັດພິທີປາຖະກະຖາວັນສ້າງຕັງພັກປະຊາຊົນປະຕິວັດລາວ ຄົບຮອບ 71 ປີ ( 22 ມີນາ 1955-22 ມີນາ 2026), ວັນນົກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດຄົບຮອບ 80 ປີ ( 21 ມີນາ 1946-21 ມີນາ 2026 ) ຢູ່ທີ່ຫໍວັດທະນະທໍາແຂວງ. ເປັນກຽດເຂົ້າຮ່ວມ ແລະ ປາຖະກະຖາໂດຍ ສະຫາຍ ຄອນປະພັນ ເລືອງສີຈັນທອງ ຮອງເລຂາຄະນະບໍລິຫານງານພັກແຂວງ, ຜູ້ປະຈຳການ, ມີບັນດາທ່ານການນຳແຂວງ, ພະແນກການ, ກົມກອງ, ສະມາຊິກພັກ, ພະນັກງານ-ລັດຖະກອນ, ຫົວໜ່ວຍທຸລະກິດ ແລະ ບັນດາໂຮງຮຽນອ້ອມຂ້າງແຂວງເຂົ້າຮ່ວມ.

ໃນພິທີ, ສະຫາຍ ຄອນປະພັນ ເລືອງສີຈັນທອງ ຮອງເລຂາຄະນະບໍລິຫານງານພັກແຂວງ, ຜູ້ປະຈຳການ, ຜູ້ຊີ້ນຳວຽກງານແນວຄິດທິດສະດີຂັ້ນແຂວງ ໄດ້ຍົກໃຫ້ເຫັນການກຳເນີດ, ຜົນສໍາເລັດແຫ່ງການນໍາພາ-ຊີ້ນໍາ ຂອງພັກປະຊາຊົນປະຕິວັດລາວ ຕະຫຼອດໄລຍະ 71 ປີຜ່ານມາ. ເຊິ່ງພັກປະຊາຊົນປະຕິວັດລາວ ສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955 ໂດຍສືບຕໍ່ຈາກການຕໍ່ສູ້ຕ້ານລ່າເມືອງຂຶ້ນ ໂດຍໄດ້ນໍາພາປວງຊົນລາວຕໍ່ສູ້ຈົນປົດປ່ອຍປະເທດ ແລະ ສ້າງຕັ້ງ ສປປ ລາວ ໃນວັນທີ 2 ທັນວາ 1975. ຕໍ່ຈາກນັ້ນ ພັກໄດ້ນໍາພາສ້າງສາປະເທດຊາດ ແລະ ຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ນັບແຕ່ປີ 1986 ເປັນຕົ້ນມາ ເຮັດໃຫ້ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ ລາຍຮັບປະຊາຊົນເພີ່ມຂຶ້ນ ມີພື້ນຖານໂຄງລ່າງທີ່ທັນສະໄໝ ທັງດ້ານສຶກສາ, ສາທາລະນະສຸກ ແລະ ຄົມມະນາຄົມ. ສໍາລັບແຂວງຫົວພັນ. ໃນປີຜ່ານມາ ພັກໄດ້ນຳພາ-ຊີ້ນຳ ມີຜົນສໍາເລັດດ້ານ ໂດຍສະເພາະແມ່ນເສດຖະກິດມີການຂະຫຍາຍຕົວ 5,16%, ທົ່ວແຂວງມີສະມາຊິກພັກ 23.347 ສະຫາຍ ແລະ ມີການພັດທະນາຕໍ່ເນື່ອງໃນທຸກດ້ານ. ໃນໂອກາດຄົບຮອບ 71 ປີ ນີ້ ພັກໄດ້ມຸ່ງໝັ້ນສຶກສາຈິດໃຈຮັກຊາດ, ແກ້ໄຂຄວາມຫຍຸ້ງຍາກທາງເສດຖະກິດ, ເສີມຂະຫຍາຍຄວາມສາມັກຄີ ແລະ ປັບປຸງອົງຄະນະພັກແຕ່ລະຂັ້ນ ເພື່ອນໍາພາປະເທດຊາດກ້າວໄປຂ້າງໜ້າຢ່າງໝັ້ນຄົງ.

ໂອກາດດຽວກັນນີ້, ສະຫາຍຮອງເລຂາພັກແຂວງ, ຜູ້ປະຈຳການ ຍັງເລົ່າຄືນສະພາບການ ແລະ ການກະກຽມການຕໍ່ສູ້ຕ້ານພວກລ່າເມືອງຂື້ນຝຣັ່ງ ຂອງໜ່ວຍພັກເມືອງທ່າແຂກ, ເຫດການ ແລະ ການຕໍ່ສູ້ຢ່າງພິລະອາດຫານ ຂອງທະຫານ ແລະ ປະຊາຊົນເມືອງທ່າແຂກ ແລະ ຄວາມໝາຍຄວາມສໍາຄັນ ຂອງບັ້ນຮົບປ້ອງກັນຕົວເມືອງທ່າແຂກ. ໃນນັ້ນ, ວັນທີ 21 ມີນາ 1946 ພວກລ່າເມືອງຂຶ້ນຝຣັ່ງໄດ້ບຸກໂຈມຕີຕົວເມືອງທ່າແຂກດ້ວຍກໍາລັງທະຫານຈໍານວນຫຼວງຫຼາຍ ທັງທາງບົກ ແລະ ທາງອາກາດ ແຕ່ກອງກໍາລັງປະຕິວັດລາວ-ຫວຽດນາມ ພາຍໃຕ້ການບັນຊາຂອງ ປະທານ ສຸພານຸວົງ ໄດ້ຕໍ່ສູ້ຕ້ານຢ່າງກ້າຫານ ແຕ່ບໍ່ສາມາດຮັກສາເມືອງໄວ້ໄດ້ ຈຶ່ງຖອຍຂ້າມແມ່ນໍ້າຂອງໄປຕັ້ງຫຼັກຢູ່ຝັ່ງຂວາ. ສັດຕູໄດ້ສ້າງໂສກນາດຕະກໍາຂຶ້ນ ໂດຍສັງຫານປະຊາຊົນຜູ້ບໍລິສຸດກວ່າ 3.000 ຄົນ ຢ່າງໂຫດຮ້າຍທາລຸນ. ເຫດການດັ່ງກ່າວໄດ້ກາຍເປັນ “ວັນຄຽດແຄ້ນ” ຂອງຊາດ ແລະ ເປັນແຮງບັນດານໃຈໃຫ້ປະຊາຊົນລາວລຸກຮື້ຕໍ່ສູ້ຕ້ານລ່າເມືອງຂຶ້ນ. ຕໍ່ມາ ໃນປີ 2008 ລັດຖະບານໄດ້ກໍານົດໃຫ້ວັນທີ 21 ມີນາ ເປັນ “ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ” ແລະ ໄດ້ເລີ່ມຈັດງານລະນຶກຢ່າງເປັນທາງການນັບແຕ່ປີ 2014 ເປັນຕົ້ນມາ.
