ແຂວງຫົວພັນປະຖະກະຖາ 2 ວັນສໍາຄັນຂອງຊາດ
ໃນວັນທີ 14 ສິງຫາ 2025 ນີ້, ຄະນະໂຄສະນາອົບຮົມແຂວງຫົວພັນໄດ້ຈັດພິທີປາຖະກະຖາ ວັນສື່ມວນ ຊົນ ແລະ ການພີມຈໍາຫນ່າຍ ຄົບຮອບ 75 ປີ ( 13 ສິງຫາ 1950 -13 ສິງຫາ 2025) ແລະ ວັນຍຶດອໍານາດທົ່ວປະເທດ ສປປ ລາວ ຄົບຮອບ 80 ແລະ 50 ປີ ( 23 ສິງຫາ1945 – 23 ສິງຫາ 2025 – 23 ສິງຫາ 1975 ແລະ 23 ສິງຫາ 2025) ຢູ່ທີ່ຫໍວັດທະນະຂອງແຂວງ ໂດຍການເຂົ້າຮ່ວມ ແລະ ປາຖະກະຖາຂອງ ທ່ານ ພຸດພັນ ແກ້ວວົງໄຊ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງຫົວພັນ, ມີບັນດາທ່ານການນໍາຂັ້ນແຂວງ, ຫົວຫນ້າ, ຮອງຫົວຫນ້າພະແນກການອ້ອມຂ້າງແຂວງ, ກອງບັນຊາການທະຫານ, ກອງບັນຊາການຕໍາຫຼວດ ຕະຫຼອດຮອດພະນັກງານ – ລັດຖະກອນ ເຂົ້າຮ່ວມຮັບຟັງທັງຫມົດ 320 ກ່ວາຄົນ, ຍິງ 118 ກ່ວາຄົນ.
ການປາຖະກະຖາໃນຄັ້ງນີ້ມີ ທ່ານ ພຸດພັນ ແກ້ວວົງໄຊ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງຫົວພັນ, ປະຈໍາພັກແຂວງ ແລະ ທ່ານອົ້ມ ອິນນທະລາ ຮອງຫົວຫນ້າຄະນະໂຄສະນາອົບຮົມແຂວງຫົວພັນ ໄດ້ພັດປ່ຽນກັນ ຂື້ນປາຖະກະຖາ ວຽກງານຖະແຫຼ່ງຂ່າວສື່ມວນຊົນຂອງແຂວງຫົວພັນໄດ້ກໍາເນີດເກີດຂຶ້ນ ແລະ ຂະຫຍາຍຕົວຕາມ ຂະບວນວິວັດຂອງການປະຕິະວັດລາວ ໂດຍສະເພາະແມ່ນນັບແຕ່ມື້ສະຖາປະນາລະບອບໃຫມ່ໃນວັນທີ 2 ທັນວາ 1975 ເປັນຕົ້ນມາ ວຽກງານຖະແຫຼ່ງຂ່າວສື່ມວນຊົນໄດ້ພະຍາຍາມຜ່ານຜ່າຄວາມທຸກຍາກຈັດຕັ້ງປະຕິບັດຫນ້າທີ່ ຂອງຕົນມີຜົນສໍາເລັດຫຼາຍດ້ານ, ໃນພິທີດຽວກັນນີ້ຍັງໄດ້ຜ່ານປະຫວັດຄວາມເປັນມາຂອງວັນຍຶດອໍານາດທົ່ວປະ ເທດ ແລະ ການເສີມຂະຫຍາຍມູນເຊື້ອ 23 ສິງຫາເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ ໂດຍໄດ້ຍົກໃຫ້ເຫັນຊາດລາວເປັນຊາດຫນຶ່ງທີມີປະຫວັດສາດແຫ່ງການກໍ່ຕັ້ງອັນສະຫງ່າງາມ ແລະ ໄດ້ຖືກປົກ ປັກຮັກສາເປັນເວລາຫຼາຍພັນປີ.
ການປາຖະກະຖາໃນຄັ້ງນີ້ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ປະຊາ ຊົນບັນດາເຜົ່າໄດ້ເຊື່ອມຊືມວັນປະຫວັດສາດສໍາຄັນຂອງຊາດ, ທັງເປັນການເຊືອມຊຶມແນວທາງນະໂຍບາຍ ຂອງພັກລະບຽບກົດຫມາຍລັດ, ບັນດານິຕິກໍາຕ່າງເພື່ອເປັນການໂຄສະນາໃຫ້ບັນດາຊັ້ນຄົນຕ່າງໆໃນທົ່ວສັງຄົມໃຫ້ ເຂົ້າໃຈເລິກເຊິ່ງຕໍ່ກັບມູນເຊື້ອແຫ່ງຄວາມສາມັກຄີຂອງປະຊາຊົນລາວບັນດາເຜົ່າຈິ່ງສາມາດຍຶດອໍານາດມາມືຂອງ ປະຊາຊົນລາວຢ່າງແທ້ຈິງ ແລະ ເປັນການປຸກລະດົມຊັ້ນຄົນຕ່າງໆເປັນເຈົ້າການເຂົ້າຮ່ວມໃນການແກ້ໄຂບັນຫາ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ ບົນພື້ນຖານການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃຫມ່