ແຂວງຫົວພັນທາບທາມບຸກຄະລາກອນ ຄະນະບໍລິຫານງານພັກແຂວງ ສະໄໝທີ XI ຮອບທີ່ II

ແຂວງຫົວພັນທາບທາມບຸກຄະລາກອນ ຄະນະບໍລິຫານງານພັກແຂວງ ສະໄໝທີ XI ຮອບທີ່ II

     ວັນທີ 15 ກັນຍາ 2025 ນີ້, ແຂວງຫົວພັນ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນ ຄະນະບໍລິຫານງານພັກແຂວງຫົວພັນ ສະໄໝທີ XI ຮອບທີ່ II ຢູ່ທີ່ສະໂມສອນແຂວງ. ໂດຍມີ ສະຫາຍ ຄຳແພງ ໄຊສົມແພງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຫົວພັນ, ມີບັນດາສະຫາຍ ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ພາກສ່ວນທີ່ກ່ຽວຂັ້ນສູນກາງ, ຜູ້ແທນສົມບູນ, ສຳຮອງພະແນກການຂັ້ນແຂວງ, ພະນັກງານລັດຖະກອນ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.

    ກອງປະຊຸມໄດ້ຜ່ານ ຮ່າງລາຍງານການເມືອງທັງສອງພາກ, ແຜນພັດທະນາເສດຖະກິດສັງຄົມ, ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກແຂວງສະໄໝທີ X ມາດຖານເງື່ອນໄຂຂອງຄະນະຜູ້ແທນຜູ້ທີ່ຈະຮັບສະມັກເລືອຕັ້ງເປັນຄະນະບໍລິຫານງານພັກແຂວງຫົວພັນ ສະໄໝທີ XI, ຕ້ອງເປັນຜູ້ທີ່ມີຄວາມຮູ້, ຄວາມສາມາດ, ມີວິໄສທັດໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຮອບດ້ານ ໂດຍສະເພາະແມ່ນ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ຫຼື ແຜນພັດທະນາບັນດາຂະແໜງການ, ດ້ານບຸກຄະລາກອນ, ເພື່ອເຮັດໃຫ້ພະນັກງານ, ສະມາຊິກພັກມີຄວາມຮັບຮູ້, ເຂົ້າໃຈກ່ຽວກັບຄວາມໝາຍ ແລະ ຄວາມສຳຄັນຂອງພັກ, ເປັນເຈົ້າການໃນການຜັນຂະຫຍາຍບັນດາມະຕິ, ຄຳສັ່ງຕ່າງໆ ຂອງພັກ, ເອົາໃຈໃສ່ປັບປຸງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ຮັບປະກັນໃນການກໍ່ສ້າງພັກຕາມ 5 ຫຼັກການ ແລະ 3 ທິດນຳຂອງພັກ, ຖືກຕ້ອງຕາມກົດລະບຽບຂອງພັກ; ເພື່ອຄັດເລືອກບຸກຄະລາກອນທີ່ມີມາດຖານ, ເງື່ອນໄຂຕາມທີ່ໄດ້ກຳນົດໄວ້ ປະກອບເຂົ້າໃນການຈັດຕັ້ງແຕ່ລະຂັ້ນໃນລະບົບການເມືອງ, ເພື່ອບຸກທະລຸການຫັນປ່ຽນໃໝ່ຢ່າງແຂງແຮງ ແລະ ເລິກເຊິ່ງຂອງວຽກງານແຕ່ລະພະແນກການ, ຂະແໜງການຕ່າງໆ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ສ້າງຄວາມເຊື່ອໝັ້ນ, ສັດທາ ຂອງມະຫາຊົນຕໍ່ການນຳພາຂອງຄະນະພັກແຕ່ລະຂັ້ນກໍ່ຄືພະນັກງານສະມາຊິກພັກ.
ກອງປະຊຸມ ຍັງໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລຶອກເອົາບຸກຄະລາກອນຜູ້ທີ່ຖືກຕາມມາດຖານ, ເງື່ອນໄຂ ໃນການສະໝັກເຂົ້າເປັນຄະນະບໍລິຫານງານພັກແຂວງ ສະໄໝທີ XI ຮອບສອງຕື່ມອີກ.

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องข้อมูลจำเป็นถูกทำเครื่องหมาย *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa