ແຂວງຫົວພັນຈັດພິທີໂຮມຊຸມນຸມ ສະເຫຼີມສະຫຼອງວັນເກີດ ຂອງປະທານ ໄກສອນ ພົມວິຫານຄົບຮອບ 105 ປີ
ວັນທີ 12 ທັນວາ 2025 ນີ້, ແຂວງຫົວພັນໄດ້ຈັດພິທີໂຮມຊຸມນຸມ ສະເຫຼີມສະຫຼອງວັນເກີດ ຂອງປະທານ ໄກສອນ ພົມວິຫານຄົບຮອບ 105 ປີ ( 13 ທັນວາ 1920 – 13 ທັນວາ 2025 ). ດ້ວຍການຮັບຊົມການຖ່າຍທອດສົດພິທີສະເຫຼີມສະຫຼອງຈາກສູນກາງຜ່ານທາງອອນລາຍ ຢູ່ທີ່ສະໂມສອນໃຫຍ່ຂອງແຂວງ.ໂດຍມີທ່ານ ພອນສຸກ ອິນທະວົງ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ, ມີຄະນະປະຈໍາພັກແຂວງ, ກຳມະການພັກແຂວງ, ພະນັກງານບໍານານ, ຫົວໜ້າ-ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ກອງບັນຊາການທະຫານ, ກອງບັນຊາການຕໍາຫຼວດ ພ້ອມດ້ວຍພະນັກງານ-ລັດຖະກອນເຂົ້າຮ່ວມ.

ໃນພິທີໄດ້ຮັບຊົມການຖ່າຍທອດສົດພິທີສະເຫຼີມສະຫຼອງວັນເກີດ ປະທານ ໄກສອນ ພົມວິຫານ ທີ່ຈັດຢູ່ນະຄອນຫຼວງວຽງຈັນ. ໂດຍທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານ ປະເທດແຫ່ງ ສປປ ລາວ ໄດ້ຍົກໃຫ້ເຫັນຜົນງານ – ຄຸນງາມຄວາມດີ ແລະ ພາລະກິດປົດປ່ອຍຊາດຂອງປະທານ ໄກສອນ ພົມວິຫານ. ຊຶ່ງຄຸນງາມຄວາມດີຂອງທ່ານ ແມ່ນໃຫຍ່ຫຼວງທີ່ສຸດໃນການນໍາພາພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປະທານ ໄກສອນ ພົມວິຫານ ໄດ້ກາຍເປັນຕົວແທນລວມຍອດແຫ່ງຄວາມຮັກຊາດ ແລະ ເປັນສັນຍາລັກແຫ່ງຊາດລາວວິລະຊົນ, ຄົນລາວພິລະອາດຫານ, ເປັນນັກການເມືອງທີ່ສະຫຼາດສ່ອງໃສ, ເປັນນາຍທະຫານທີ່ປີຊາສາມາດ, ເປັນນັກທິດສະດີແນວຄິດທີ່ຍິ່ງໃຫຍ່ ຂອງຊາດລາວພວກເຮົາ, ເປັນນັກໂຄສະນາ-ປາຖະກະຖາທີ່ຊຳນານ, ເພິ່ນເປັນຜູ້ກຳແໜ້ນຫຼັກມູນພື້ນຖານຂອງສັດຈະວິພາກມາກ-ເລນິນ, ກຳສະພາບຄວາມເປັນຈິງຂອງປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ, ເປັນຜູ້ເຜີຍແຜ່ທິດສະດີປະຕິວັດ; ຍາມໃດກໍ່ຢຶດໝັ້ນແນວຄິດທີ່ຖືເອົາປະຊາຊົນເປັນກົກ, ເສີມຂະຫຍາຍບົດບາດເປັນເຈົ້າ ຂອງປະຊາຊົນຢ່າງສຸດຂີດ, ອີງໃສ່ປະຊາຊົນ ແລະ ເຊື່ອໝັ້ນຢ່າງໜັກແໜ້ນໃນກຳລັງແຮງຂອງປະຊາຊົນ ປະທານ ໄກສອນ ພົມວິຫານ ໄດ້ເອົາໃຈໃສ່ໃນການຄົ້ນຄວ້າແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍຂອງລັດ ໂດຍໄດ້ສຸມໃສ່ຊີ້ນໍາ-ນໍາພາ ຢ່າງໃກ້ຊິດໃນແຕ່ລະຂົງເຂດວຽກງານຢ່າງຮອບດ້ານ ແລະ ເລິກເຊິ່ງເປັນຕົ້ນ ຂົງເຂດເສດຖະກິດ, ການເມືອງ, ການສຶກສາ, ວັດທະນະທຳ-ສັງຄົມ ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານຕ່າງປະເທດ, ວຽກງານແນວໂຮມ, ວຽກງານອົງການຈັດຕັ້ງມະຫາຊົນ ແລະ ອື່ນໆ.

ຕະຫຼອດໄລຍະແຫ່ງການເປັນຜູ້ນຳສູງສຸດຂອງພັກ ແລະ ລັດເຮົາຍາມໃດປະທານ ໄກສອນ ພົມວິຫານກໍ່ຊີ້ທິດເຍືອງທາງແຫ່ງການກ້າວເດີນໄປສູ່ໄຊຊະນະຂອງການປະຕິວັດລາວ; ເພິ່ນເປັນຜູ້ນຳທີ່ເດັດຂາດ ແລະ ມີຫົວຄິດປະດິດສ້າງ, ກ້າຄິດ ກ້າເຮັດ, ກ້າຮັບຜິດຊອບ, ເປັນແວ່ນແຍງອັນໃສແຈ້ງ ແລະ ເປັນແບບຢ່າງອັນປະເສິດເລີດລໍ້າດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນວິທີເຮັດວຽກ ກໍ່ຄືແບບແຜນດໍາລົງຊີວິດໃຫ້ແກ່ພະນັກງານ, ສະມາຊິກພັກ, ນັກຮົບ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດ; ເພິ່ນໄດ້ອຸທິດຊີວິດຂອງຕົນດ້ວຍຄວາມບໍລິສຸດຜ່ອງໃສ ເພື່ອຜົນປະໂຫຍດຂອງຊາດ ແລະ ປະຊາຊົນ ເພື່ອເປັນບົດຮຽນໃຫ້ລູກຫຼານຮຸ່ນຕໍ່ໄປ, ປະທານ ໄກສອນ ພົມວິຫານ ເປັນຜູ້ນໍາທີ່ເປັນຄັນທຸງແຫ່ງການເຕົ້າໂຮມຄວາມສາມັກຄີ ທົ່ວປວງຊົນບັນດາເຜົ່າ; ເພິ່ນໄດ້ເປັນແວ່ນແຍງໃນການເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າ ຍາມໃດກໍ່ຖືສຳຄັນ ແລະ ເອົາໃຈໃສ່ ໃນການສ້າງຄວາມສາມັກຄີຮັກແພງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ໄດ້ຮັບຄວາມນັບຖືຈາກມະຫາຊົນ.
