ເມືອງແອດ ປາຖະກະຖາ 6 ວັນປະຫວັດສາດ ແລະ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະພັກແຂວງ ຄັ້ງທີ 18 ສະໄໝທີ X
ວັນທີ 14 ສິງຫາ 2025 ນີ້, ຢູ່ທີ່ສະໂມສອນ ປກສ ເມືອງແອດ ແຂວງຫົວພັນ, ໄດ້ຈັດພິທີປາຖະກະຖາ ແລະ ຫວນຄືນມູນເຊຶ້ອ 6 ວັນປະຫວັດສາດທີ່ສຳຄັນຂອງຊາດ ເປັນຕົ້ນແມ່ນວັນສ້າງຕັ້ງແນວລາວສ້າງຊາດ, ວັນສື່ມວນຊົນລາວ ແລະ ພີມຈໍາໜ່າຍ ຄົບຮອບ 75 ປີ ( 13 ສິງຫາ 1950 – 13 ສິງຫາ 2025), ວັນປະກາດໃຊ້ລັດຖະທຳມະນູນ ຄົບຮອບ 34 ປີ(15 ສິງຫາ 1991-15 ສິງຫາ 2025), ວັນຍຶດອໍານາດທົ່ວປະເທດ ຄົບຮອບ 80 ປີ( 23 ສິງຫາ 1945- 23 ສິງຫາ 2025), ວັນສ້າງຕັ້ງສະຫະພັນນັກຮົບເກົ່າ ແລະ ວັນສ້າງຕັ້ງອາຊຽນ ຄົບຮອບ 58 ປີ, ເປັນກຽດເຂົ້າຮ່ວມພິທີໂດຍ ທ່ານ ວັນເພັດ ສີບຸນແສງ ເລຂາພັກເມືອງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດ ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.

ໃນພິທີ ຫົວໜ້າຫ້ອງການທີ່ກ່ຽວຂ້ອງ ໄດ້ພັດປ່ຽນກັນຂຶ້ນຜ່ານເອກະສານ ເລົ່າຄືນມູນເຊຶ້ອຄວາມເປັນມາຂອງ 6 ວັນປະຫວັດສາດ, ເຊີ່ງໄດ້ຍົກໃຫ້ເຫັນການກໍາເນີດເຕີບໃຫຍ່ຂະຫຍາຍຕົວໃນແຕ່ລະໄລຍະເຊັ່ນ: ໄລຍະການຕໍ່ສູ້ກູ້ຊາດ, ໄລຍະການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນຂອງອົງການແນວລາວສ້າງຊາດ, ສື່ມວນຊົນລາວ-ການພິມຈຳໜ່າຍ,ການສ້າງຕັ້ງສະຫະພັນນັກຮົບເກົ່າ, ການປະກາດໃຊ້ລັດຖະທຳມະນູນ ແລະ ວັນຢຶດອໍານາດທົ່ວປະເທດ, ຈຸດປະສົງໃນການເລົ່າມູນເຊື້ອຄັ້ງນີ້ກໍ່ເພື່ອເຮັດໃຫ້ພະນັກງານ, ສະມາຊິກພັກ, ພະນັກງານ-ລັດຖະກອນ ໄດ້ຮັບຮູ້ ແລະ ເຂົ້າໃຈແຈ້ງເຖິງປະຫວັດມູນເຊື້ອຄວາມເປັນມາ ແລະ ພ້ອມກັນຄົ້ນຄວ້າປະກອບສ່ວນການຈັດຕັ້ງປະຕິບັດໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງພວກເຮົາຈະເລີນກ້າວໜ້າ.

ຕອນທ້າຍ ທ່ານເລຂາພັກເມືອງໄດ້ໂອ້ລົມ ເຊິ່ງທ່ານໄດ້ເນັ້ນໜັກຫຼາຍໆດ້ານວຽກງານປິ່ນອ້ອມຢູ່ເມືອງແອດ, ຮຽກຮ້ອງໃຫ້ທຸກພາກສ່ວນຫ້ອງການ ຈົ່ງພ້ອມກັນຈັດຕັ້ງປະຕິບັດວຽກງານທີ່ໄດ້ຮັບມອບໝາຍ ໃຫ້ມີຜົນສຳເລັດຕາມແຜນການທີ່ວາງໄວ້, ພ້ອມນີ້ທ່ານຍັງໄດ້ຜ່ານມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງຫົວພັນ ຄັ້ງທີ 18 ສະໄໝທີ X ຕຶ່ມອີກ ເພຶ່ອໃຫ້ທຸກພາກສ່ວນມີຄວາມຮັບຜິດຊອບ ພ້ອມກັນປະຕິບັດມະຕິດັ່ງກ່າວໃຫ້ປາກົດຜົນເປັນຈິງ.
