ເປີດໂຄງການກໍ່ສ້າງສະຖານິ ວີທະຍຸກະຈ່າຍສຽງ ແລະ ໂທລະພາບແຂວງຫົວພັນ
ວັນທີ 27 ຕຸລາ 2025, ແຂວງຫົວພັນ ໄດ້ຈັດພິທີເປີດການກໍ່ສ້າງສະຖານິວີທະຍຸກະຈ່າຍສຽງ ແລະ ໂທລະພາບແຂວງຂື້ນ ຢູ່ສະຖານທີ່ ພະແນກ ຖວທ ຫຼັງເກົ່າ. ໂດຍມີທ່ານ ພຸດພັນ ແກ້ວວົງໄຊ ເລຂາພັກແຂວງ ຮອງເຈົ້າແຂວງຫົວພັນ, ທ່ານ ເລ ກວຽນ ຄະນະປະຈໍາ ຄະນະພັກ ຮອງອຳນວຍການໃຫຍ່ສະຖານີໂທລະພາບຫວຽດນາມ, ທ່ານ ສາຄອນ ພົມມະລາດ ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນໍາວິທະຍຸກະຈ່າຍສຽງແຫ່ງຊາດລາວ, ມີພາກສ່ວນທີ່ກ່ຽວຂ້ອງລາວ-ຫວຽດນາມເຂົ້າຮ່ວມ.

ໂຄງການກໍ່ສ້າງວິທະຍຸກະຈ່າຍສຽງ ແລະ ໂທລະພາບແຂວງຫົວພັນມີມູນຄ່າການກໍ່ສ້າງທັງໝົດ 146 ຕື້ກວ່າດົງ, ໃນນັ້ນທຶນຊ່ວຍເຫຼືອລ້າຈາກລັດຖະບານຫວຽດນາມໃຫ້ແກ່ລັດຖະບານລາວຈໍານວນ 138 ຕື້ກວ່າດົງ ແລະ ທຶນສົມທົບຂອງລັດຖະບານລາວ 7,8 ຕື້ດົງ. ເຊິ່ງໂຄງການນີ້ຈະໄດ້ກໍ່ສ້າງຕາມລະບົບຕ່ອງໂສ້ເຕັກໂນໂລຢີທີ່ທັນສະໄໝຄື: ລະບົບເຄື່ອງສົ່ງໂທລະພາບດີຈີຕັອນ ມີມາດຖານການສົ່ງສັນຍານໂທລະພາບພາກພື້ນດີນແບບດີຈີຕັອນ ໃຊ້ສໍາລັບການສົ່ງສັນຍານໂທລະພາບ ແລະ ສື່ມີເດຍຜ່ານຄື້ນວິທະຍຸ ແລະ ມາດຕະຖານການສົ່ງສັນຍານດີຈີຕ໋ອນ ພາກພື້ນດີນລຸ້ນທີ 2, ໂດຍປະກອບມີ ອາຄານຕິດຕັ້ງເຄື່ອງສົ່ງສັນຍານ, ເສົາອັງແຕນສູງ 75 ແມັດ, ມີອາຄານເຮັດວຽກ, ຫ້ອງສະຕູດີໂອເພື່ອຜະລິດລາຍການ, ບັນດາຫ້ອງອັດພາສາເຜົ່າ. ນອກນັ້ນຍັງໄດ້ປະກອບລະບົບໄຟຟ້າ, ລະບົບປ້ອງກັນຟ້າຜ່າທີ່ທັນສະໄໝ, ລະບົບປ້ອງກັນອັກຄີໄຟ ແລະ ອື່ນໆ. ຄາດວ່າທ້າຍປີ 2026 ແມ່ນຈະໃຫ້ສໍາເລັດ.

ໂຄງການກໍ່ສ້າງດັ່ງກ່າວເປັນຂອງຂວັນອັນລໍ້າຄ່າ ແລະ ມີຄວາມໝາຍສຳຄັນເລິກເຊິ່ງຈາກລັດຖະບານຫວຽດນາມມອບໃຫ້ແກ່ລັດຖະບານລາວ ກໍ່ຄືແຂວງຫົວພັນ, ແມ່ນໂຄງການໜື່ງທີ່ນອນໃນແຜນການຮ່ວມມືລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສສ ຫວຽດນາມ, ພາຍຫຼັງໂຄງການດັ່ງກ່າວໄດ້ຮັບການກໍ່ສ້າງສໍາເລັດ ແລະ ເປີດການນໍາໃຊ້ ຈະຊ່ວຍຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການໃນການພັດທະນາພື້ນຖານໂຄງລ່າງສື່ມວນຊົນໃຫ້ມີຄຸນນະພາບ, ເປັນລະບົບທັນສະໄໝ, ວ່ອງໄວ, ຊັດເຈນ ແລະ ທັນການ, ຈະກາຍເປັນກະບອກສຽງອັນສໍາຄັນໃນການໂຄສະນາແນວທາງ, ນະໂຍບາຍຂອງພັກ-ລັດ ເພື່ອໃຫ້ສັງຄົມໄດ້ຮັບຮູ້ຢ່າງກວ້າງຂວາງ, ມີຫຼາກຫຼາຍເນື້ອໃນທີ່ຄົບຖ້ວນ, ເປັນແຫຼ່ງສະໜອງຂໍ້ມູນຂ່າວສານ ແລະ ໃຫ້ສາລະຄວາມຮູ້ຢ່າງຮອບດ້ານ. ເປັນການປະກອບສ່ວນສໍາຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາແຂວງຫົວພັນໃນໄລຍະໃໝ່. ໂຄງການກໍ່ສ້າງສະຖານີວິທະຍຸກະຈ່າຍສຽງ ແລະ ໂທລະພາບແຂວງຫົວພັນຍັງຈະກາຍເປັນສັນຍາລັກ ແຫ່ງຄວາມສາມັກຄີ ແລະ ເປັນການເສີມຂະຫຍາຍສາຍພົວພັນມິດຕະພາບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດຖະບານ ແລະ ປະຊາຊົນສອງຊາດລາວ-ຫວຽດນາມໃຫ້ນັບມື້ແຕກດອກອອກຜົນ ສວຍສົດງົດງາມຍິ່ງໆຂື້ນ.
