ເປີດກອງປະຊຸມສະໄໝສາມັນເທື່ອທີ 9 ສະພາປະຊາຊົນແຂວງຫົວພັນຊຸດທີ II

ເປີດກອງປະຊຸມສະໄໝສາມັນເທື່ອທີ 9 ສະພາປະຊາຊົນແຂວງຫົວພັນຊຸດທີ II

ວັນທີ 23 ກໍລະກົດ 2025, ກອງປະຊຸມສະໄໝສາມັນເທື່ອທີ່ 9 ສະພາປະຊາຊົນແຂວງຫົວພັນຊຸດທີ II ໄດ້ໄຂຂື້ນຢ່າງເປັນທາງການ. ພາຍໃຕ້ການເປັນປະທານຂອງທ່ານ ຄອນປະພັນ ເລືອງສີຈັນທອງ ປະທານສະພາປະຊາຊົນແຂວງຫົວພັນ, ມີທ່ານ ຄໍາແພງ ໄຊສົມແພງ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫົວພັນ, ມີບັນດາທ່ານການນໍາພັກ-ລັດ, ຫົວໜ້າພະແນກການ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ່ 8 ແຂວງຫົວພັນ, ສະມາຊິກສະພາປະຊາຊົນແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 9 ສະພາປະຊາຊົນແຂວງຫົວພັນຊຸດທີ II ຈະໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງແຂວງຄື: ບົດລາຍງານຂອງທ່ານເຈົ້າແຂວງກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຂອງແຂວງຫົວພັນ, ບົດລາຍງານການແກ້ໄຂຜົນຂອງການກວດສອບປະຈໍາປີ 2023 ຂອງແຂວງ, ບົດລາຍງານການຄຸ້ມຄອງຊັບພະຍາກອນປ່າໄມ້ຂອງແຂວງ, ບົດລາຍງານການເຄື່ອນໄຫວວຽກງານປະຈໍາ 6 ເດືອນຕົ້ນປີ 2025 ແລະ ທີດທາງແຜນການ 6 ເດືອນທ້າຍປີ 2025 ຂອງສະພາປະຊາຊົນແຂວງ, ພ້ອມນີ້ຍັງຈະໄດ້ຄົ້ນຄວ້າພິຈາລະນາກ່ຽວກັບຂໍ້ຕົກລົງຂອງທ່ານເຈົ້າແຂວງວ່າດ້ວຍກອງທຶນກິລາ-ກາຍຍະກຳຂອງແຂວງຫົວພັນ ແລະ ຄົ້ນຄ້ວາຮ່າງຂໍ້ຕົກລົງຂອງທ່ານເຈົ້າແຂວງວ່າດ້ວຍການກຳນົດຫຼັກການຄິດໄລ່ທົດແທນຄ່າເສຍຫາຍທີ່ຖືກຜົນກະທົບຈາກໂຄງການພັດທະນາຕ່າງໆຢູ່ແຂວງຫົວພັນ. ນອກຈາກນັ້ນຍັງຈະໄດ້ຮັບຟັງການຊີ້ແຈງ, ອະທິບາຍຂອງພາກສ່ວນກ່ຽວຂ້ອງຈໍານວນໜຶ່ງຕໍ່ຄໍາຊັກຖາມຂອງບັນດາທ່ານ ສະມາຊິກສະພາປະຊາຊົນແຂວງ.
ເພື່ອເຮັດໃຫ້ການພິຈາລະນາຮັບຮອງເອົາບັນຫາສໍາຄັນພື້ນຖານຂອງແຂວງມີຄຸນນະພາບ, ມີປະສິດທິຜົນ ແລະ ບັນລຸຕາມແຜນການທີ່ວາງໄວ້. ທ່ານ ຄອນປະພັນ ເລືອງສີຈັນທອງ ປະທານສະພາປະຊາຊົນແຂວງ ໄດ້ຮຽກຮ້ອງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງຈົ່ງສືບຕໍ່ໃຫ້ການຮ່ວມມື ແລະ ສະໜອງຂໍ້ມູນທີ່ສໍາຄັນຕໍ່ບັນດາເນື້ອໃນທີ່ຈະນໍາເຂົ້າພິຈາລະນາ ແລະ ຮັບຮອງໃນກອງປະຊຸມຄັ້ງນີ້, ພ້ອມທັງຮຽກຮ້ອງມາຍັງບັນດາທ່ານ ສະມາຊິກສະພາຈົ່ງນໍາໃຊ້ສິດປະຊາທິປະໄຕ ເສີມຂະຫຍາຍຫົວຄິດປະດິດສ້າງ ແລະ ເຊີດຊູຄວາມຮັບຜິດຊອບທາງດ້ານການເມືອງຂອງຕົນໃນການສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າຢ່າງເລິກເຊິ່ງ, ປະກອບສ່ວນໃນການປະກອບຄໍາຄິດ, ຄໍາເຫັນຕໍ່ທຸກບັນຫາຢ່າງຖີ່ຖ້ວນ, ສ້າງສັນ, ພາວະວິໄສ, ມີເຫດ, ມີຜົນ, ແທດເໝາະກັບຕົວຈິງ, ຮັດກຸມ ບົນພື້ນຖານແນວທາງປ່ຽນແປງໃໝ່ຂອງພັກ, ລັດຖະທໍາມະນູນ, ກົດໝາຍຂອງລັດ ແລະ ສະພາບຄວາມເປັນຈິງທາງດ້ານເສດຖະກິດ-ສັງຄົມຂອງແຂວງຫົວພັນໃນປະຈຸບັນ ພ້ອມກັນຊອກຫາວິທີທາງ, ມາດຕະການແກ້ໄຂ ບັນດາບັນຫາທີ່ຍັງໜ້າເປັນຫ່ວງ, ຮີບດ່ວນ ແລະ ເຄັ່ງຮ້ອນຂອງສັງຄົມໃນປະຈຸບັນ ເພື່ອສ້າງຄວາມເປັນເອກະພາບສູງກັບເນື້ອໃນທີ່ນໍາມາພິຈາລະນາ, ຮັບຮອງໃນກອງປະຊຸມຄັ້ງນີ້ໃຫ້ມີຄຸນນະພາບ ແລະ ສາມາດນໍາໄປຈັດຕັ້ງປະຕິບັດໃຫ້ເປັນຮູບປະທໍາຢ່າງແທ້ຈິ່ງ.
ກອງປະຊຸມສະໄໝສາມັນເທື່ອທີ 9 ສະພາປະຊາຊົນແຂວງຫົວພັນຊຸດທີ II ຈະໄດ້ດໍາເນີນໄປເປັນເວລາ 2 ວັນຈິ່ງຈະສໍາເລັດ.

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องข้อมูลจำเป็นถูกทำเครื่องหมาย *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa