ເຈົ້າແຂວງຫົວພັນ ພົບປະໂອ້ລົມພະນັກງານຄະນະໂຄສະນາອົບຮົມແຂວງ
ວັນທີ 30 ກັນຍາ 2025, ຢູ່ຫ້ອງປະຊຸມຫ້ອງວ່າການແຂວງຫົວພັນ. ສະຫາຍ ຄໍາແພງ ໄຊສົມແພງ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຫົວພັນ ໄດ້ພົບປະໂອ້ລົມພະນັກງານ-ລັດຖະກອນ ຄະນະໂຄສະນາອົບຮົມແຂວງ. ໂດຍມີ ສະຫາຍ ຕົງລີ ເຕັ່ງ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງການ ແລະ ພະນັກງານ-ລັດຖະກອນພາຍໃນຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມຮັບຟັງ.

ສະຫາຍ ຕົງລີ ເຕັ່ງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ລາຍງານສະພາບລວມຂອງຄະນະໂຄສະນາອົບຮົມໂດຍຫຍໍ້ໃຫ້ທ່ານເຈົ້າແຂວງຮັບຊາບ. ເຊິ່ງປະຈຸບັນຄະນະໂຄສະນາອົບຮົມແຂວງມີພະນັກງານ-ລັດຖະກອນທັງໝົດ 40 ສະຫາຍ, ຍິງ 18 ສະຫາຍ, ປະກອບມີ 5 ຂະແໜງການຄື: ຂະແໜງບໍລິຫານ, ຂະແໜງໂຄສະນາ, ຂະແໜງອົບຮົມ, ຂະແໜງຂໍ້ມູນຂ່າວສານ ແລະ ຂະແໜງຖະແຫຼງຂ່າວ-ສື່ມວນຊົນ. ເຮັດ ໜ້າທີ່ຕາມພາລະບົດບາດ ແລະ ສິດໜ້າທີ່ຂອງຕົນເອງ, ສ້າງຄວາມຮັບຮູ້, ເຂົ້າໃຈເປັນເອກະພາບ ພ້ອມກັນເຮັດສຳເລັດໜ້າທີ່ການເມືອງທີ່ພັກ-ລັດມອບໝາຍໃຫ້.

ຈາກນັ້ນ, ສະຫາຍ ຄໍາແພງ ໄຊສົມແພງ ເຈົ້າແຂວງຫົວພັນ ໄດ້ໃຫ້ການໂອ້ລົມ. ເຊິ່ງກ່ອນອື່ນສະຫາຍ ໄດ້ຍ້ອງຍໍຊົມເຊີຍຜົນງານທີ່ຄະນະໂຄສະນາອົບຮົມແຂວງ ຍາດມາໄດ້ໃນໄລຍະຜ່ານມາ. ພ້ອມນັ້ນ, ທ່ານຍັງໄດ້ໃຫ້ທັດສະນະວ່າ: ການຊັບຊ້ອນການຈັດຕັ້ງໃໝ່ຫຼາຍພະແນກການໂຮມເຂົ້າກັນແມ່ນປະຕິບັດຕາມທິດຊີ້ນໍາຂອງຂັ້ນເທິງກໍ່ຄືຄວາມຮຽກຮ້ອງຕ້ອງການໃນໜ້າທີ່ການເມືອງໄລຍະໃໝ່. ໃນນັ້ນ, ຄະນະໂຄສະນາອົບຮົມແຂວງ ແລະ ພະແນກ ຖວທ ແຂວງ ຜູ້ທີ່ເຮັດວຽກງານສື່ ກໍ່ໄດ້ໂຮມເຂົ້າກັນເປັນອັນໜື່ງອັນດຽວກັນ. ສະນັ້ນ, ຮຽກຮ້ອງໃຫ້ບັນດາສະຫາຍພາຍໃນຄະນະໂຄສະນາອົບຮົມແຂວງເປັນຄັນທຸງໃນການເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ພາຍນອກໃຫ້ກວ້າງຂວາງ; ພາຍໃນຄະນະຕ້ອງເປັນເອກະພາບກັນ, ແບ່ງວຽກ, ແບ່ງຄວາມຮັບຜິດຊອບໃຫ້ບັນດາຂະແໜງການ ກໍ່ຄືບຸກຄົນຄືນໃໝ່ຢ່າງເໝາະສົມ ເພື່ອເຮັດໃຫ້ວຽກງານເດີນແມ່ນແລ່ນສະດວກໃນການໂຮມ ແລະ ລວມວຽກເຂົ້າກັນນັ້ນໃຫ້ກະທັດຮັດແຕ່ມີຄຸນນະພາບ; ເພີ່ມທະວີຄວາມຮັບຜິດຊອບສ້າງພະນັກງານໃຫ້ກາຍເປັນວິຊາການທີ່ເກັ່ງ, ເປັນມືອາຊີບ, ຕ້ອງຮໍ່າຮຽນທິດສະດີມາກ-ເລນີນ, ແນວຄິດປະທານ ໄກສອນ ພົມວິຫານ, ຄົ້ນຄວ້າແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ; ເອົາໃຈໃສ່ວຽກງານໂຄສະນາມວນຊົນ ດ້ວຍການນໍາເອົາແນວທາງໃນແຕ່ລະໄລຍະ ຂອງພັກ ໄປສູ່ມະຫາຊົນ ເພື່ອເຊື່ອມຊື່ມ, ຮັບຮູ້, ເຂົ້າໃຈ ແລ້ວຜັນຂະຫຍາຍໃຫ້ປະກົດຜົນເປັນຈິ່ງ, ແນ່ໃສ່ນໍາເອົາຜົນປະໂຫຍດມາໃຫ້ປະຊາຊົນບັນດາເຜົ່າ, ນໍາສະເໜີບັນດາຕົວແບບການພັດທະນາເສດຖະກິດດ້ານຕ່າງໆພາຍໃນແຂວງ, ຕີຕ້ານຖ້ອຍທຳນອງບິດເບືອນຂອງທຸກອິດທິກຳລັງປໍລະປັກ, ເພີ່ມທະວີການເຄື່ອນໄຫວພົວພັນຮ່ວມມືສາກົນກັບບັນດາແຂວງຂອງປະເທດເພື່ອນມິດ ຕ່າງຝ່າຍຕ່າງມີຜົນ ແລະ ເປັນຂົວຕໍ່ລະຫວ່າງຂັ້ນເທິງກັບຂັ້ນລຸ່ມ, ລະຫວ່າງຂັ້ນລຸ່ມຂື້ນຫາຂັ້ນເທິງ ທັງເປັນເສນາທິການໃຫ້ຄະນະບໍລິຫານງານພັກແຂວງ ແລະ ເຮັດໜ້າທີ່ການເມືອງທີ່ພັກ-ລັດມອບໝາຍໃຫ້ມີຜົນສຳເລັດທັງປະລິມານ ແລະ ຄຸນນະພາບ, ສ້າງໃຫ້ວຽກງານໂຄສະນາໃຫ້ກາຍເປັນກະບອກສຽງຂອງພັກ-ລັດຢ່າງແທ້ຈິງ.
