ຫົວພັນ ເປີດກອງປະຊຸມທາບທາມບຸກຄະລະກອນ ຄະນະບໍລິຫານງານພັກແຂວງ ສະໄໝທີ XI ຮອບທີ III

ຫົວພັນ ເປີດກອງປະຊຸມທາບທາມບຸກຄະລະກອນ ຄະນະບໍລິຫານງານພັກແຂວງ ສະໄໝທີ XI ຮອບທີ III

   ວັນທີ 3 ຕຸລາ 2025, ກອງປະຊຸມທາບທາມບຸກຄະລະກອນ ຄະນະບໍລິຫານງານພັກແຂວງ ສະໄໝທີ XI ຂອງອົງຄະນະພັກແຂວງຫົວພັນ ໄດ້ໄຂຂື້ນຢ່າງເປັນທາງການ ຢູ່ສະໂມສອນຂອງແຂວງ ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ. ມີສະຫາຍ ຄຳແພງ ໄຊສົມແພງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫົວພັນ, ສະຫາຍ ດອນ ໄພວົງ ຄະນະພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຄະນະບໍລິຫານງານພັກແຂວງຫົວພັນ ສະໄໝທີ X, ຜູ້ແທນສົມບູນຈາກຮາກຖານພັກອ້ອມຂ້າງແຂວງ, 10 ເມືອງທົ່ວແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ, ຂັ້ນແຂວງ ເຂົ້າຮ່ວມ.

ໃນກອງປະຊຸມ, ສະຫາຍ ຄຳແພງ ໄຊສົມແພງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫົວພັນ ໄດ້ຕາງໜ້າຄະນະບໍລິຫານງານພັກ, ອົງການປົກຄອງແຂວງຫົວພັນ ສະແດງຮູ້ສຶກເປັນກຽດ ແລະ ພາກພູມໃຈເປັນຢ່າງສູງທີ່ໄດ້ຮັບຕ້ອນສະຫາຍ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດເຂົ້າຮ່ວມເປັນປະທານກອງປະຊຸມທາບທາມບຸກຄະລາກອນຮອບ 3 ຂອງຄະນະບໍລິຫານງານພັກແຂວງຫົວພັນ ສະໄໝທີ XI. ຈາກນັ້ນ, ສະຫາຍໄດ້ລາຍງານຫຍໍ້ ກ່ຽວກັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ຢູ່ແຂວງຫົວພັນ ແລະ ການກະກຽມດຳເນີນກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງຫົວພັນ. ເຊິ່ງມາຮອດປັດຈຸບັນແຂວງຫົວພັນແມ່ນມີຄວາມພ້ອມໃນການດຳເນີນກອງປະຊຸມໃຫຍ່ຂອງຕົນ.
   ຈາກນັ້ນ, ບັນດາສະຫາຍຜູ້ແທນກອງປະຊຸມໄດ້ຮັບຟັງ ແລະ ພ້ອມກັນຄົ້ນຄວ້າປະກອບຄຳຄິດເຫັນໃສ່ ຮ່າງລາຍງານການເມືອງ, ຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແລະ ບົດສະຫຼວດນຳພາລວມ ຂອງຄະນະບໍລິຫານງານພັກແຂວງຫົວພັນ ສະໄໝທີ X. ເຊິ່ງຕະຫຼອດໄລຍະ 5 ປີຜ່ານມາຄະນະບໍລິຫານງານພັກແຂວງສະໄໝທີ X ໄດ້ພ້ອມກັນເອົາໃຈໃສນໍາພາ-ຊີ້ນໍາວຽກງານຮອບດ້ານໃນທົ່ວແຂວງ ມີຜົນສຳເລັດຫຼາຍດ້ານ ເປັນຕົ້ນແມ່ນນຳພາດ້ານການເມືອງ, ແນວຄິດ, ການຈັດຕັ້ງ, ການປັບປຸງແບບແຜນນຳພາ-ວິທີເຮັດວຽກ ແລະ ການນຳພາປະຕິບັດພາລະບົດບາດ, ສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບ.
    ໃນກອງປະຊຸມ, ສະຫາຍ ດອນ ໄພວົງ ຄະນະພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມາດຖານເງື່ອນໄຂຂອງຜູ້ອອກຮັບສະໝັກເລືອກຕັ້ງເປັນຄະນະບໍລິຫານງານພັກແຂວງ ສະໄໝທີ XI, ຄະນະປະຈຳພັກແຂວງ, ເລຂາ, ຮອງເລຂາ ແລະ ປະທານ, ຮອງປະທານກວດກາ.
ໂອກາດນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ຍັງໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ແລະ ແນະນຳບາງບັນຫາສຳຄັນ ຕໍ່ຮ່າງລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ, ການນຳພາຊີ້ນຳຂອງຄະນະບໍລິຫານງານພັກແຂວງໄລຍະຜ່ານມາ. ພ້ອມທັງແນະນຳບາງເນື້ອໃນສຳຄັນຂອງການປ່ອນບັດທາບທາມບຸກຄະລະກອນ ຄະນະບໍລິຫານງານພັກແຂວງ ແລະ ການກະກຽມກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງຫົວພັນ ສະໄໝທີ XI ທີ່ຈະເປີດຂື້ນໃນຕໍ່ໜ້າໃຫ້ມີຜົນສຳເລັດຢ່າງຈົບງາມ ແລະ ບັນລຸຕາມຄາດໝາຍທີ່ວາງໄວ້.
       ຕອນທ້າຍກອງປະຊຸມ, ຍັງໄດ້ດຳເນີນການປ່ອນບັດຄັດເລືອກເອົາຜູ້ອອກຮັບສະໝັກເລືອກຕັ້ງເປັນຄະນະບໍລິຫານງານພັກແຂວງ ສະໄໝທີ XI, ຄະນະປະຈໍາພັກແຂວງ, ເລຂາ, ຮອງເລຂາ ແລະ ປະທານ, ຮອງປະທານກວດກາ ຮອບທີ 3 ຢ່າງເປັນທາງການ.
ໂອກາດດຽວກັນນີ້, ຍັງມີພິທີມອບເງິນຊ່ວຍເຫຼືອແກ້ໄຂຜົນກະທົບຈາກໄພນ້ຳຖ້ວມຢູ່ແຂວງຫົວພັນຕື່ມອີກ ໂດຍທະນາຄານພັດທະນາລາວ ຈຳກັດ, ບໍລິສັດຈະເລີນເຊກອງພະລັງງານຈຳກັດ, ບໍລິສັດຄູນຄຳອຸດສະຫະກຳຈຳກັດ ແລະ ບໍລິສັດພັນທະມິດກຣຸບ ຈຳກັດຜູ້ດຽວ ມອບເງິນສົດລວມມູນຄ່າ 3 ຕື້ກີບ ແລະ ບໍລິສັດ ລາວກຣີນດີວີລົບເມັນ ຈຳກັດຜູ້ດຽວ ມອບເງິນສົດ 200 ລ້ານກີບ.

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องข้อมูลจำเป็นถูกทำเครื่องหมาย *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa