ພິທີອົບຮົມສະມາຊິກພັກສົມບູນໃຫມ່ ຂອງຄະນະໂຄສະນາອົບຮົມເມືອງວຽງໄຊ
ໂດຍອີງຕາມ ຄໍາແນະນໍາສະບັບເລກທີ 100/ຄອສພ, ລົງວັນທີ 08 ມິຖຸນາ 2022 ແລະ ແຈ້ງການສະບັບ ເລກທີ 65/ຄອຂ, ຫົວພັນ, ລົງວັນທີ 15 ກຸມພາ 2023 ວ່າດ້ວຍການຈັດຕັ້ງການອົບຮົມສະມາຊິກພັກສົມບູນໃຫມ່ (ສະມາຊິກພັກທີ່ຫາກໍ່ເລື່ອນເຂົ້າເປັນສະມາຊິກພັກສົມບູນໃຫມ່)
ອີງຕາມທິດຊີ້ນໍາຂອງຄະນະປະຈໍາພັກເມືອງວຽງໄຊ ແລະ ການກະກຽມຄວາມພ້ອມໃນການຈັດຕັ້ງຝຶກ ອົບຮົມໃຫ້ສະມາຊິກພັກສົມບູນໃຫມ່ ຢູ່ບັນດາຫນ່ວຍພັກທົ່ວເມືອງວຽງໄຊ ຂອງຄະນະໂຄສະນາອົບຮົມເມືອງວຽງໄຊ
ໃນເວລາ 8:00 ຂອງວັນທີ 31 ກໍລະກົດ 2025 ນີ້ ຄະນະໂຄສະນາອົບຮົມເມືອງວຽງໄຊ ໄດ້ຈັດພິທີ ອົບ ຮົມໃຫ້ສະມາຊິກພັກໃຫມ່ ປະຈໍາປີ 2024 ຂຶ້ນຢູ່ທີ່ສະໂມສອນຂອງເມືອງ ພາຍໃຕ້ການເປັນປະທານ ຂອງສະຫາຍ ພຸດຄໍາ ອິນທະວົງ ກໍາມະການພັກເມືອງ, ຫົວຫນ້າຄະນະໂຄສະນາອົບຮົມເມືອງ ມີສະມາຊິກພັກສົມບູນໃຫມ່ເຂົ້າ ຮ່ວມຝຶກອົບຮົມຈໍານວນ ທັງຫມົດ 33 ສະຫາຍ, ຍິງ 11 ສະຫາຍ. ທີ່ມາຈາກຫນ່ວຍພັກສໍານັກງານ, ກົມກອງ, ໂຮງ ຮຽນ ຈໍານວນ 22 ຫນ່ວຍພັກ;
ເຊິ່ງໃນພິທີສະຫາຍນາງ ນັດ ຄອນນາລີ ຫົວຫນ້າຫນ່ວຍງານອົບຮົມ ໄດ້ຂຶ້ນກ່າວຈຸດປະສົງ ແລະ ຜ່ານຂໍ້ຕົກ ລົງວ່າດ້ວຍການເປີດຊຸດອົບຮົມໃຫ້ສະມາຊິກພັກສົມບູນໃຫມ່, ຫຼັງຈາກນັ້ນ ສະຫາຍ ພຸດຄໍາ ອິນທະວົງ ໄດ້ກ່າວເປີດ ຊຸດອົບຮົມຢ່າງເປັນທາງການ ພ້ອມທັງໃຫ້ກຽດບັນຍາຍເອກະສານ ຈໍານວນ (2 ບົດ) ແລະ ສະຫາຍ ສິມໄຊ ເພັດ ພິມທອງ ຮອງຫົວຫນ້າຄະນະໂຄສະນາອົບຮົມເມືອງ ບັນຍາຍຈໍານວນ (2 ບົດ), ລວມທັງຫມົດມີຈໍານວນ 4 ບົດຄື: ບົດທີ 1 ເສີມຂະຫຍາຍມູນເຊື້ອຂອງພັກ; ບົດທີ 2 ຍົກສູງຄວາມສາມາດການນໍາພາຂອງພັກ; ບົດທີ 3 ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ຍທໍ້; ບົດທີ 4 ເຝິກຝົນຫຼໍ່ຫຼອມຄຸນສົມບັດສິນທໍາປະຕິບັດ
ຜ່ານການຝຶກອົບຮົມເຮັດໃຫ້ສະມາຊິກພັກໃຫມ່ ຮັບຮູ້, ເຂົ້າໃຈ, ກໍາແຫນ້ນ ການເສີມຂະຫຍາຍມູນເຊື້ອຂອງ ພັກ, ການຍົກສູງຄວາມສາມາດນໍາພາຂອງພັກ, ຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທໍາປະຕິວັດຂອງສະມາຊິກພັກ, ສະ ກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນພາຍໃນພັກ ກໍຄືຖັນແຖວສະມາຊິກພັກຢ່າງທັນການ. ບົນ ພື້ນຖານຂອງຄວາມຮັບຮູ້ ແລະ ເຂົ້າໃຈດັ່ງກ່າວ ເພື່ອຊ່ວຍໃຫ້ສະມາຊິກພັກ ມີຄວາມຕັ້ງຫນ້າໃນການຝຶກຝົນຫຼໍ່ຫຼອມ ຕົນເອງໃຫ້ກາຍເປັນສະມາຊິກພັກທີ່ ປອດໃສ, ເຂັ້ມແຂງ ແລະ ຫນັກແຫນ້ນ.
ຕອນທ້າຍຂອງພິທີ ຍັງໄດ້ມອບໃບຢັ້ງຢືນການຜ່ານການຝຶກອົບຮົມໃຫ້ສະມາຊິກພັກໃຫມ່ທີ່ໄດ້ເຂົ້າຮ່ວມພິທີ ແລະ ຍັງໄດ້ຮັບຟັງການໂອ້ລົມໃຫ້ທິດແນະນໍາຈາກສະຫາຍ ພູດທໍາ ອິນທະວົງ ກໍາມະການພັກເມືອງ ຫົວຫນ້າຄະນະ ໂຄສະນາອົບຮົມເມືອງ ອີກດ້ວຍ
ພິທີໄດ້ປິດລົງໃນເວລາ 12:00 ຂອງວັນດຽວກັນດ້ວຍຫມາກຜົນອັນຈົບງາມ