ຄະນະໂຄສະນາອົບຮົມແຂວງ ຈັດພິທີມອບຮັບໃບຢັ້ງຢືນ ຫນ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄັ້ງທີ VI ປະຈໍາປີ 2023.
ໃນຕອນເຊົ້າເວລາ 8:30 ຂອງວັນທີ 11 ກັນຍາ 2024. ຄະນະໂຄສະນາອົບຮົມແຂວງຫົວພັນ ໄດ້ຈັດພິທີມອບໃບ ຢັ້ງຢືນຫນ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄັ້ງທີ VI ປະຈໍາປີ 2023 ຢູ່ຫ້ອງປະຊຸມຊັ້ນ IV ຕືກສຳນັກງານອົງການປົກຄອງແຂວງຫົວພັນ. ພາຍໃຕ້ການເປັນປະທານຂອງສະຫາຍ ເພີດ ມາປັນຍາ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານແນວຄິດທິດສະດີຂັ້ນແຂວງ, ສະຫາຍ ຕົງລີ ເຕັ່ງ ກໍາມະການພັກແຂວງ, ເລຂາໜ່ວຍພັກ, ຫົວຫນ້າຄະນະໂຄສະນາອົບຮົມແຂວງ ມີບັນດາສະຫາຍທີ່ຕາງໜ້າຈາກ ຄະນະຈັດຕັ້ງແຂວງ, ກວດກາພັກ-ລັດແຂວງ ຕະຫຼອດຮອດສະມາຊິກ ພັກຂອງຄະນະໂຄສະນາອົບຮົມແຂວງ, ເຂົ້າຮ່ວມພິທີໃນຄັ້ງນີ້ມີທັງໝົດ 18 ສະຫາຍ, ຍິງ 8 ສະຫາຍ.
ໃນພິທີຍັງໄດ້ຮັບຟັງ ບົດສະຫຼຸບຜົນການປະເມີນການກໍ່ສ້າງຫນ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄັ້ງທີ VI ປະຈໍາປີ 2023 ແລະ ທິດທາງແຜນການປະຈໍາປີ 2024. ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງ. ເຊິ່ງຍົກໃຫ້ເຫັນ ດ້ານດີຜົນງານທີ່ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ເຊິ່ງໄດ້ສະແດງອອກຄື: ຫນ່ວຍພັກຄະນະໂຄສະນາອົບຮົມເປັນຫນ່ວຍພັກເອກະລາດ, ມີພາລະບົດບາດເປັນເສນາທິການແລະ ເປັນອົງການວິຊາສະເພາະໃຫ້ແກ່ຄະນະບໍລິຫານງານພັກແຂວງດ້ານການ ດໍາເນີນວຽກງານໂຄສະນາອົບຮົມກໍ່ຄືວຽກງານການເມືອງ-ແນວຄິດພາຍໃຕ້ການຊີ້ນໍາໂດຍກົງຈາກຄະນະປະຈໍາພັກແຂວງ ແລະ ໄດ້ຮັບການຊີ້ນໍາຈາກຄະນະໂຄສະນາອົບຮົມສູນກາງພັກ, ໜ່ວຍພັກໂຄສະນາອົບຮົມປະກອບມີສະມາຊິກພັກທັງຫມົດ 17 ສະຫາຍ, ຍິງ 7 ສະຫາຍ, ສໍາຮອງ 0. ສາມາດສ້າງໄດ້ເປັນຫນ່ວຍພັກ ປອດໃສ, ເຂັ້ມແຂງ, ຫນັກແຫນ້ນໄດ້ເປັນຄັ້ງ ທີ VI ປະຈໍາປີ 2023 ແລະ ໄດ້ຜ່ານມະຕິຕົກລົງວ່າດ້ວຍການຮັບຮອງເອົາຫນ່ວຍພັກຄະນະໂຄສະນາອົບ ຮົບແຂວງຫົວພັນ ເປັນຫນ່ວຍພັກປອດໃສ, ເຂັ້ມແຂງ, ຫນັກແຫນ້ນ ເປັນຄັ້ງທີ VI ປະຈໍປີ 2023. ພ້ອມນັ້ນ ສະຫາຍ ເພີດ ມາປັນຍາ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານແນວຄິດທິດສະດີຂັ້ນແຂວງ ປະທານພິທີ ຍັງໄດ້ໃຫ້ກຽດຂຶ້ນມອບໃບຢັ້ງຢືນເປັນຫນ່ວຍພັກປອດໃສ, ເຂັ້ມແຂງ, ຫນັກແຫນ້ນຄັ້ງທີ VI. ໃຫ້ກຽດຂຶ້ນຮັບໂດຍ ສະຫາຍ ຕົງລີ ເຕັ່ງ ກໍາມະການພັກແຂວງ, ເລຂາຫນ່ວຍພັກ, ຫົວຫນ້າຄະນະໂຄສະນາອົບຮົມແຂວງ, ເພື່ອເປັນການຢັ້ງຢືນ, ສະແດງ ໃຫ້ຮູ້ວ່າຫນ່ວຍພັກໂຄສະນາອົບຮົມແຂວງຫົວພັນໄດ້ຮັບຮອງເປັນຫນ່ວຍພັກປອດໃສ, ເຂັ້ມແຂງ, ຫນັກແຫນ້ນຢ່າງແທ້ຈິງ.
ໃນຕອນທ້າຍຂອງພິທີຍັງໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ເພີດ ມາປັນຍາ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກ ງານແນວຄິດທິດສະດີ ຂັ້ນແຂວງ ເຊິ່ງກ່ອນອື່ນເພິ່ນໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຫນ່ວຍພັກ ຄະນະໂຄສະນາອົບຮົມຍາດມາໄດ້ໃນ 1 ປີຜ່ານມາ, ພ້ອມນັ້ນສະຫາຍຍັງໄດ້ເຫນັ້ນຫນັກວ່າ: ຄະນະພັກ, ຄະນະນໍາຕ້ອງສືບ ຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ, ສະມາຊິກພັກ, ລັດຖະກອນໃຫ້ຫນັກແຫນ້ນ ແລະ ດີກ່ວາເກົ່າ, ສືບຕໍ່ ການສ່ອງແສງປະຈໍາອາທິດໃຫ້ເປັນປົກກະຕິ, ຮັກສາມູນເຊື້ອຄວາມສາມັກຄີ, ຄະນະພັກຕ້ອງເປັນເອກະພາບກັນໃນການ ກວດກາຕິດຕາມໃນການກໍ່ສ້າງພະນັກງານສືບທອດທົດແທນ ແລະ ຕ້ອງເພີ່ມທະວີຄວາມຮັບຜິດຊອບຕໍ່ວຽກງານການ ເມືອງຂອງພັກເວົ້າລວມ, ເວົ້າສະເພາະກໍ່ຄືຕໍ່ວຽກງານວິຊາສະເພາະໃນການເປັນເສນາທິການໃຫ້ແກ່ຄະນະພັກຂັ້ນເທິງ,ຝຶກ ຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນພະນັກງານສືບທອດ, ພ້ອມກັນນັ້ນຕ້ອງເພີ່ມທະວີຂອດປະສານງານພາຍໃນອົງການພາຄີ ຂອງພັກເປັນຕົ້ນແມ່ນ ຫ້ອງວ່າການແຂວງ, ຄະນະຈັດຕັ້ງແຂວງ ແລະ ກວດກາພັກແຂວງ ເພື່ອແນໃສ່ເຮັດໃຫ້ການຈັດຕັ້ງ ປະຕິບັດວຽກງານການເມືອງຂອງພັກເດີນແມ່ນແລ່ນສະດວກທັງມີປະສິດທິພາບ, ປະສິດທິຜົນພ້ອມທັງມີຜົນສໍາເລັດ.