ຄະນະໂຄສະນາອົບຮົມແຂວງເປີດກອງປະຊຸມສະຫຼຸບວຽກງານໂຄສະນາອົບຮົມທົ່ວແຂວງຫົວພັນ ປະຈໍາປີ 2024 ແລະ ທິດທາງທາງແຜນການປີ 2025
ຕອນເຊົ້າວັນທີ 2 ເມສາ 2025 ຜ່ານມານີ້, ຄະນະໂຄສະນາອົບຮົມແຂວງຫົວພັນ ໄດ້ເປີດກອງປະຊຸມ ສະຫຼຸບວຽກງານໂຄສະນາອົບຮົມທົ່ວແຂວງຫົວພັນປະຈໍາປີ 2024 ແລະ ວາງທິດທາງແຜນການປີ 2025 ຂື້ນ ທີຫ້ອງປະຊຸມຊັ້ນ 2 ຕຶກຫ້ອງວ່າການແຂວງ ຜ່ານລະບົບທາງໄກ (video conference) ເປັນເວລາ 1 ຕອນ. ພາຍໃຕ້ການເປັນປະທານຂອງທ່ານ ຕົງລີ ເຕັ່ງ ກໍາມະການພັກແຂວງ, ຫົວຫນ້າຄະນະໂຄສະນາອົບຮົມແຂວງ, ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ລ້ອງຄໍາ ພອນມີ ໄຊ ຄະນະປະຈໍາພັກແຂວງ, ຫົວຫນ້າຄະນະຈັດຕັ້ງແຂວງ, ຜູ້ຊີ້ນໍາວຽກງານພັກພະນັກງານ, ວຽກງານການເມືອງ-ແນວ ຄິດທິດສະດີ ແລະ ວຽກງານອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ມີບັນດາຜູ້ແທນທີ່ຕາງຫນ້າ ພະແນກການອ້ອມຂ້າງ ແຂວງ ແລະ 2 ກອງບັນຊາການຄື: ກອງບັນຊາການທະຫານ, ກອງບັນຊາການປ້ອງກັນຄວາມສະຫງົບ, ຫົວໜ້າ, ຮອງຫົວໜ້າພະແນກການ, ເລຂາພັກເມືອງ, ຮອງເລຂາພັກເມືອງ, ຄະນະປະຈໍາພັກເມືອງ, ຫົວຫນ້າ, ຮອງຫົວຫນ້າຄະນະໂຄສະນາອົບຮົມເມືອງໃນ 10 ເມືອງ ແລະ ພະນັກງານລັດຖະກອນທີ່ສັງກັດຢູ່ໂຄສະນາອົບຮົມແຂວງເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ຮັບຟັງການຜ່ານບົດສະຫຼຸບການເຄື່ອນໄຫວວຽກງານໂຄສະນາອົບຮົມປະຈໍາປີ 2024 ປີ ແລະ ວາງທິດທາງແຜນການປະຈໍາປີ 2025, ເອກະສານເສີມຂະຫຍາຍເອກະລາດເປັນເຈົ້າຕົນເອງວຽກງານໂຄສະນາອົບຮົມ ໃນໄລຍະໃຫມ່ ຈາກທ່ານຫົວຫນ້າ, ຮອງຫົວຫນ້າຄະນະໂຄສະນາອົບຮົມແຂວງ ແລະ ຮັບຟັງປະກອບຄໍາເຫັນການຈັດຕັ້ງ ປະຕິວັດວຽກງານເກັບກໍາສະພາບຫາງສຽງສັງຄົມ ຈາກຄະນະໂຄສະນາອົບຮົມເມືອງຊໍາໃຕ້, ຫຼັງຈາກນັ້ນ ບັນດາທ່ານກໍ ໄດ້ປະກອບຄໍາເຫັນໃສ່ບົດສະຫຼຸບວຽກງານໂຄສະນາອົບຮົມປະຈໍາປີ 2024 ແລະ ທິດທາງປະຈໍາປີ 2025, ແລະ ທ່ານ ຕົງລີ ເຕັ່ງ ກໍາມະການພັກແຂວງ, ຫົວຫນ້າຄະນະໂຄສະນາອົບຮົມແຂວງຈະໄດ້ແກ້, ຕອບຂໍ້ຂ້ອງໃຈຂອງຜູ້ແທນກອງປະຊຸມ.
ໃນຕອນທ້າຍ ກອງປະຊຸມໄດ້ຮັບຟັງການໂອ້ລົມຈາກ ທ່ານນາງ ລ້ອງຄໍາ ພອນມີໄຊ ຄະນະປະຈໍາພັກແຂວງ, ຫົວຫນ້າຄະນະຈັດຕັ້ງແຂວງ, ຜູ້ຊີ້ນໍາວຽກງານພັກ-ພະນັກງານ, ວຽກງານການເມືອງ-ແນວຄິດທິດສະດີ ແລະ ວຽກງານ ອົງການຈັດຕັ້ງມະຫາຊົນຂັ້ນແຂວງ ໄດ້ເຫນັ້ນຫນັກບາງບັນຫາດັ່ງນີ້:
- ຄະນະພັກແຕ່ລະຂັ້ນຊ່ວຍໃນການຕິດຕາມ ແລະ ຊຸກຍູ້ວຽກງານໂຄສະນາອົບຮົມທີ່ຕົນຮັບຜິດຊອບ ທັງ ໃຫ້ຄວາມສໍາຄັນ, ອໍານວຍຄວາມສະດວກໃນດ້ານຕ່າງໆ ແລະ ນໍາໃນພະນັກງານທີ່ເຮັດວຽກງານໂຄສະນາໃຫ້ກາຍເປັນ ເສນາທິການຂອງຄະນະພັກ, ຄະນະນໍາ ຖ້າມີຄວາມຈໍາເປັນກໍ່ຕ້ອງໄດ້ປັບປຸງ ແລະ ສັບຊ້ອນບັນຈຸບຸກຄາລະກອນໃຫ້ ສອດຄ່ອງ ແລະ ຕອບສະຫນອງຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານໂຄສະນາອົບຮົມໃນໄລຍະໃຫມ່.
- ເປັນເຈົ້າການໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍ, ມະຕິ, ຄໍາສັ່ງແນວທາງນະໂຍບາຍຂອງພັກ ລັດໃຫ້ທົ່ວເຖິງເປົ້າຫມາຍດ້ວຍຫຼາຍຮູບ, ຫຼາຍວິທີ, ເອົາໃຈໃສ່ການໂຄສະນາປາຖະກະຖາມູນເຊື້ອອັນດີງາມຂອງຊາດ, ຂອງພັກ, ຂອງສາກົນ, ສາລະຄະດີ, ບົດຮຽນການປູກ-ການລ້ຽງ, ວຽກດີຄົນເດັ່ນ ແລະ ຖືສໍາຄັນໃນການສ້າງ ແລະ ຊີ້ນໍາການເຄື່ອນໄຫວຂອງຕາຫນ່າງຫາງສຽງສັງຄົມ ເພື່ອຕີຕ້ານຕອບໂຕ້ຕໍ່ການບິດເບືອນ, ການໃສ່ຮ້າຍປ້າຍສີ, ການໂຄ່ນ ລົ້ມໂຈມຕີຕໍ່ການຈັດຕັ້ງ ແລະ ແນວທາງຂອງພັກເຮົາ; ສໍາຄັນແມ່ນການຕອບແກ້ບັນຫາທີ່ເກີດຂຶ້ນ, ການແກ້ໄຂຄໍາສະ ເຫນີຂອງປະຊາຊົນ ຕໍ່ການບໍລິຫານຂອງເບຶ້ອງລັດພວກເຮົາໃຫ້ທ່ວງທັນ.
- ຄະນະພັກ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ຖືເອົາການສຶກສາອົບຮົມການເມືອງ ແນວຄິດເປັນວຽກວຽກງານທີ່ເຮັດກ່ອນຂະບວນການ, ເຮັດໄປພ້ອມຂະບວນການ ແລະ ເຮັດຕາມຫຼັງຂະບວນການ, ສອດຫ້ອຍໄປກັບທຸກວຽກງານ ສຸມໃສ່ໃນການແກ້ໄຂ 3 ກະແສແນວຄິດເຊັ່ນ: ແນວຄິດຄອງເດີມ, ເອື່ອຍອີງ, ຄັບແຄບຂອງພະນັກງານລັດຖະກອນ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດນັບທັງປະຊາຊົນບັນດາເຜົ່າ ດ້ວຍຈິດໃຈບຸກທະລຸ, ຈິດໃຈເອກະລາດເປັນເຈົ້າຕົນເອງວຽກງານໂຄສະນາອົບຮົມໃນໄລຍະໃຫມ່.
ກອງປະຊຸມດໍາເນີນເປັນເວລາ 1 ຕອນ ແລະ ອັດລົງດ້ວຍຜົນສໍາເລັດອັນຈົບງາມ.