ຄະນະໂຄສະນາອົບຮົມແຂວງຫົວພັນລົງຕິດຕາມ, ຊຸກຍູ້ວຽກງານໂຄສະນາອົບຮົມ ຮອບດ້ານ ປະຈໍາປີ 2025 ຢູ່ 3 ເມືອງ

ຄະນະໂຄສະນາອົບຮົມແຂວງຫົວພັນລົງຕິດຕາມ, ຊຸກຍູ້ວຽກງານໂຄສະນາອົບຮົມ

ຮອບດ້ານ ປະຈໍາປີ 2025 ຢູ່ 3 ເມືອງ

     ໃນລະຫວ່າງວັນທີ 12-14 ມັງກອນ 2026 ຜ່ານມານີ້ ຄະນະໂຄສະນາອົບຮົມແຂວງຫົວພັນ ໄດ້ລົງຕິດຕາມ, ຊຸກຍູ້ວຽກງານໂຄສະນາອົບຮົມຮອບດ້ານ ປະຈໍາປີ 2025 ຢູ່ 3 ເມືອງຂອງແຂວງຄື: ເມືອງແອດ, ເມືອງຊຽງຄໍ້ ແລະ ເມືອງສົບເບົາ ເຊິ່ງນໍາພາໂດຍ ທ່ານ ນາງ ຄອນສີ ອິນທະວີ ຮອງຫົວຫນ້າຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍຫົວຫນ້າ, ຮອງຫົວຫນ້າຂະແຫນງ ແລະ ວິຊາການຂອງຄະນະໂຄສະນາອົບຮົມແຂວງ, ຍັງໃຫ້ກຽດຕ້ອນຮັບຈາກທ່ານ ວົງສຸກ ໄຊສີມທອງ ຮອງເລຂາພັກເມືອງຊຽງຄໍ້ ຜູ້ປະຈຳການຊີ້ນຳວຽກງານແນວຄິດທິດສະດີ-ພັກພະນັກງານ, ທ່ານ ຄອນສຸກ ພີມບຸນເລີຍ ຄະນະປະຈຳພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງສົບເບົາ ແລະ ທ່ານ ຂັນທອງ ວົງສົມບັດ ຄະນະປະຈຳພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງແອດ, ມີທ່ານຫົວຫນ້າ, ຮອງຫົວຫນ້າ ພ້ອມດ້ວຍພະນັກງານວິຊາການຂອງຄະນະ ໂຄສະນາອົບຮົມເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມຍັງໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບການນໍາພາ-ຊີ້ນໍາ ເຮັດວຽກງານສຶກສາອົບຮົມການ ເມືອງ-ແນວຄິດ, ການເຊື່ອມຊຶມບັນດາມະຕິຕ່າງໆ, ສະພາບແນວຄິດຂອງສະມາຊິກພັກ, ພະນັກງານ ແລະ ປະຊາຊົນພາຍໃນເມືອງຈາກບັນດາທ່ານຄະນະປະຈໍາພັກເມືອງ ແລະ ສະພາບການຈັດຕັ້ງປະຕິບັດວຽກງານ ຂອງຄະນະໂຄສະນາອົບຮົມເມືອງໃນໄລຍະ 1 ປີ ຜ່ານມາຈາກທ່ານ ຫົວຫນ້າຄະນະໂຄສະນາອົບຮົມເມືອງ ຈາກນັ້ນ ບັນດາຂະແຫນງການຂອງແຂວງ ແລະ ເມືອງ ກໍ່ໄດ້ມີການປະກອບຄໍາຄິດຄໍາເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນລະຫວ່າງບັນດາຂະແຫນງການຂອງແຂວງ ແລະ ເມືອງໂດຍສະເພາະແມ່ນຍົກໃຫ້ເຫັນ ແຜນການເຮັດວຽກໃນ ໄລຍະຜ່ານມາຂອງແຕ່ລະຂະແຫນງການໂດຍເນັ້ນໃສ່ 5 ຫນ້າວຽກຕົ້ນຕໍ: ວຽກງານບໍລິຫານຫ້ອງການ, ວຽກງານ ໂຄສະນາ, ວຽກງານອົບຮົມ, ວຽກງານສັງລວມ-ຫາງສຽງສັງຄົມ ແລະ ວຽກງານຖະແຫຼງຂ່າວ-ສື່ມວນຊົນ.
ໃນຕອນທ້າຍ ທ່ານ ນາງ ຄອນສີ ອິນທະວີ ຮອງຫົວຫນ້າຄະນະໂຄສະນາອົບຮົມແຂວງ ກໍ່ໄດ້ເປັນກຽດມີຄໍາ ເຫັນຊີ້ນໍາ ເຊິ່ງສະຫາຍໄດ້ຍົກໃຫ້ເຫັນຄວາມຫມາຍຄວາມສໍາຄັນຂອງວຽກງານໂຄສະນາອົບຮົມ ກໍ່ຄືວຽກງານແນວ ຄິດໂດຍສະເພາະແມ່ນການຍົກສູງຂອງວຽກງານໂຄສະນາອົບຮົມໃຫ້ດີຂຶ້ນເລື້ອຍໆ.

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องข้อมูลจำเป็นถูกทำเครื่องหมาย *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa