ຄະນະໂຄສະນາອົບຮົມແຂວງຫົວພັນລົງຕິດຕາມ, ຊຸກຍູ້ວຽກງານໂຄສະນາອົບຮົມ ຮອບດ້ານ ປະຈໍາປີ 2025 ຢູ່ 3 ເມືອງ
ໃນລະຫວ່າງວັນທີ 28-30 ມັງກອນ 2026 ຜ່ານມານີ້ ຄະນະໂຄສະນາອົບຮົມແຂວງຫົວພັນ ໄດ້ລົງຕິດຕາມ, ຊຸກຍູ້ວຽກງານໂຄສະນາອົບຮົມຮອບດ້ານ ປະຈໍາປີ 2025 ຢູ່ 3 ເມືອງຂອງແຂວງຄື: ເມືອງຫົວເມືອງ, ເມືອງຮ້ຽມ ແລະ ເມືອງຊ່ອນ ເຊິ່ງນໍາພາໂດຍ ທ່ານ ສຸກເສີມ ຢາງຈາງ ຮອງຫົວຫນ້າຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍຫົວຫນ້າ, ຮອງຫົວຫນ້າຂະແຫນງ ແລະ ວິຊາການຂອງຄະນະໂຄສະນາອົບຮົມແຂວງ, ໃຫ້ກຽດຕ້ອນຮັບຈາກທ່ານ ໄຟວອນ ແກ້ວຈັນທາ, ຮອງເລຂາພັກເມືອງຊ່ອນ, ຜູ້ຊີ້ນຳວຽກງານພັກ – ພະນັກງານ, ທ່ານ ທອງຄໍາ ຫງຽນມະລົມ ຮອງເລຂາພັກເມືອງຮ້ຽມ ປະທານຄະນະກໍາມະການປົກຄອງເມືອງ, ທ່ານ ໄຊຈື່ທໍ່ ມາລາສິນ ຄະນະປະຈຳພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງຫົວເມືອງ, ມີທ່ານຫົວຫນ້າ, ຮອງຫົວຫນ້າ ພ້ອມດ້ວຍພະນັກງານວິຊາການຂອງຄະນະ ໂຄສະນາອົບຮົມເມືອງເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມຍັງໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບການນໍາພາ-ຊີ້ນໍາ ເຮັດວຽກງານສຶກສາອົບຮົມການ ເມືອງ-ແນວຄິດ, ການເຊື່ອມຊຶມບັນດາມະຕິຕ່າງໆ, ສະພາບແນວຄິດຂອງສະມາຊິກພັກ, ພະນັກງານ ແລະ ປະຊາຊົນພາຍໃນເມືອງຈາກບັນດາທ່ານຄະນະປະຈໍາພັກເມືອງ ແລະ ສະພາບການຈັດຕັ້ງປະຕິບັດວຽກງານ ຂອງຄະນະໂຄສະນາອົບຮົມເມືອງໃນໄລຍະ 1 ປີ ຜ່ານມາຈາກທ່ານ ຫົວຫນ້າຄະນະໂຄສະນາອົບຮົມເມືອງ ຈາກນັ້ນ ບັນດາຂະແຫນງການຂອງແຂວງ ແລະ ເມືອງ ກໍ່ໄດ້ມີການປະກອບຄໍາຄິດຄໍາເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນລະຫວ່າງບັນດາຂະແຫນງການຂອງແຂວງ ແລະ ເມືອງໂດຍສະເພາະແມ່ນຍົກໃຫ້ເຫັນ ແຜນການເຮັດວຽກໃນ ໄລຍະຜ່ານມາຂອງແຕ່ລະຂະແຫນງການໂດຍເນັ້ນໃສ່ 5 ຫນ້າວຽກຕົ້ນຕໍ: ວຽກງານບໍລິຫານຫ້ອງການ, ວຽກງານ ໂຄສະນາ, ວຽກງານອົບຮົມ, ວຽກງານສັງລວມ-ຫາງສຽງສັງຄົມ ແລະ ວຽກງານຖະແຫຼງຂ່າວ-ສື່ມວນຊົນ.
