ຄະນະໂຄສະນາອົບຮົມແຂວງຫົວພັນລົງຊຸກຍູ້ວຽກງານຮອບດ້ານຢູ່ເມືອງຊຳໃຕ້ ແລະ ເມືອງກວັນ

ຄະນະໂຄສະນາອົບຮົມແຂວງຫົວພັນລົງຊຸກຍູ້ວຽກງານຮອບດ້ານຢູ່ເມືອງຊຳໃຕ້ ແລະ ເມືອງກວັນ

     ວັນທີ 29 ມັງກອນ 2026, ຄະນະໂຄສະນາອົບຮົມ ແຂວງຫົວພັນ ນຳໂດຍທ່ານ ອົ້ມ ອິນທະລາ ຮອງຫົວໜ້າໂຄສະນາອົບຮົມແຂວງ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ເມືອງຊຳໃຕ້ ແລະ ເມືອງກວັນ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກທ່ານ ໄມແກ້ວ ສຸກຄຳມູນ ຮອງເລຂາພັກເມືອງ, ຜູ້ປະຈຳການ, ຜູ້ຊີ້ນຳວຽກງານແນວຄິດທິດສະດີ, ວຽກພັກ-ພະນັກງານ, ວຽກງານປັບປຸງກົງຈັກການຈັດຕັ້ງ ແລະ ອົງການຈັດຕັ້ງມະຫາຊົນ ເມືອງຊຳໃຕ້ ແລະ ທ່ານ ສັງພອນ ຄູນຫອມໄຊ ຮອງເລຂາພັກເມືອງ, ຜູ້ປະຈຳການ, ຜູ້ຊີ້ນຳວຽກງານແນວຄິດທິດສະດີ, ວຽກພັກ-ພະນັກງານ, ວຽກງານປັບປຸງກົງຈັກການຈັດຕັ້ງ ແລະ ອົງການຈັດຕັ້ງມະຫາຊົນ ເມືອງກວັນ ພ້ອມດ້ວຍຄະນະໂຄສະນາອົບຮົມເມືອງຊຳໃຕ້ ແລະ ເມືອງກັວນເຂົ້າຮ່ວມ.
      ການລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານ ຂອງຄະນະໂຄສະນາແຂວງຫົວພັນ ຄັ້ງນີ້, ໄດ້ຮັບຟັງການລາຍງານຜົນການການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມ ປະຈຳປີ 2025 ແລະ ທິດທາງແຜນການ ປີ 2026. ເຊິ່ງສະແດງໃຫ້ເຫັນວ່າ: ຄະນະໂຄສະນາອົບຮົມຂອງສອງເມືອງດັ່ງກ່າວ ໄດ້ສຸມໃສ່ໜ້າທີ່ວຽກງານທີ່ຕົນຮັບຜິດຊອບໃຫ້ສຳເລັດຜົນຕາມລະດັບຄາດໝາຍທີ່ວາງໄວ້. ໃນນັ້ນ, ໄດ້ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ພັກ, ມະຕິ XI ຂອງແຂວງ, ມະຕິ XII ຂອງເມືອງ, ບັນດາມະຕິກອງປະຊຸມຄົບຄະນະແຕ່ລະຂັ້ນ ແລະ ເອກະສານກອງປະຊຸມຕ່າງໆ; ໄດ້ເອົາໃຈໃສ່ເຮັດວຽກງານການເມືອງ-ແນວຄິດໃຫ້ແກ່ພະນັກງານ-ລັດຖະກອນ, ປະຊາຊົນບັນດາເຜົ່າທຸກຊັ້ນຄົນ ດ້ວຍການນຳເອົາມະຕິ, ຄຳສັ່ງ, ລະບຽບກົດໝາຍ ນຳມາເຜິຍແຜ່, ເຊື່ອມຊຶມໃຫ້ເຂົາເຈົ້າໄດ້ຮັບຮູ້, ເຂົ້າໃຈ ແລະ ມີຄວາມເປັນເອກະພາບ ໃນການຈັດຕັ້ງປະຕິບັດວຽກງານໃຫ້ເກີດຂະບວນການດີຂື້ນໃນແຕ່ລະຂົງເຂດວຽກງານ. ພ້ອມນັ້ນ, ຍັງໄດ້ຈັດພິທີປາຖະກະຖາວັນບຸນສຳຄັນຕ່າງໆຂອງຊາດ, ຂອງພັກ ແລະ ສາກົນ; ຕິດຕາມຊຸກຍູ້, ປັບປຸງເອກະສານປາຖະກກະຖາວັນສ້າງຕັ້ງອື່ນໆ ທີ່ໄດ້ມອບໃຫ້ຂະແໜງການກ່ຽວຂ້ອງເປັນຜູ້ຈັດຕັ້ງປະຕິບັດເຜີຍແຜ່ເຊື່ອມຊືມ ໃນແຕ່ລະໄລຍະຢ່າງກ້ວາງຂວາງ ແລະ ພ້ອມກັນຮ່ຳຮຽນເອົາແບບຢ່າງ. ພ້ອມດຽວກັນຍັງໄດ້ໂຄສະນາຜ່ານສື່ມວນຊົນ ຂອງເມືອງຢ່າງເປັນປົກກະຕິ ແລະ ເປັນຂະບວນຟົດຟື້ນ.
     ໂອກາດນີ້, ທ່ານ ອົ້ມ ອິນທະລາ ຮອງຫົວໜ້າຄະນະອົບຮົມແຂວງຫົວພັນ ໄດ້ມີຄຳເຫັນຊີ້ນຳ ໂດຍທ່ານໄດ້ຕີລາຄາສູງຕໍ່ຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ຂອງຄະນະໂຄສະນາອົບຮົມເມືອງຊຳໃຕ້ ແລະ ເມືອງກັວນ. ພ້ອມນັ້ນ, ທ່ານຍັງໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ ຂອງວຽກງານໂຄສະນາອົບຮົມ ໃນພາລະກິດປ່ຽນແປງໃໝ່ຂອງພັກ ໃນການເຜີຍແຜ່, ໂຄສະນາ, ສຶກສາອົບຮົມການເມືອງແນວຄິດໃນທົ່ວສັງຄົມ ແນໃສ່ຮັບປະກັນວຽກງານການເມືອງແນວຄິດໃຫ້ໜັກແໜ້ນ ອັນເປັນພື້ນຖານສຳຄັນໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ, ຂອງແຂວງ ກໍຄືຂອງເມືອງ. ພ້ອມນີ້, ທ່ານຍັງໄດ້ເນັ້ນໜັກໃຫ້ຄະນະໂຄສະນາອົບຮົມເມືອງຊຳໃຕ້ ແລະ ເມືອງກວັນ ເອົາໃຈໃສ່ສືບຕໍ່ຮັກສາມູນເຊື້ອດ້ານດີຜົນງານ, ເອົາໃຈໃສ່ເຮັດວຽກງານແນວຄິດການເມືອງໃຫ້ພະນັກງານລັດຖະກອນດ້ວຍຫຼາຍຮູບແບບ, ປົກກະຕິຕໍ່ເນື່ອງ, ເພີ່ມທະວີການເຕົ້າໂຮມສາມັກຄີພາຍໃນໃຫ້ໜັກແໜ້ນ, ຍົກສູງພາລະບົດບາດໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃຫ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องข้อมูลจำเป็นถูกทำเครื่องหมาย *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa