ຄະນະໂຄສະນາອົບຮົມແຂວງຫົວພັນ ປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ຢູ່ 3 ເມືອງທົ່ວແຂວງ

ຄະນະໂຄສະນາອົບຮົມແຂວງຫົວພັນ ປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ຢູ່ 3 ເມືອງທົ່ວແຂວງ

    ວັນທີ 25-27 ພະຈິກ 2025 ທີ່ຜ່ານມານີ້ ຄະນະໂຄສະນາອົບຮົມແຂວງໄດ້ຈັດ ພິທີປາຖະກະຖາ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ຢູ່ 3 ເມືອງຂອງແຂວງຫົວພັນຄື: ເມືອງຫົວເມືອງ, ເມືອງຮ້ຽມ ແລະ ເມືອງຊ່ອນ , ໂດຍການເປັນປະທານ ແລະ ໃຫ້ກຽດປາຖະກະຖາ ຂອງ ທ່ານ ອານົງລັກ ແສງສຸລິຍາ ຄະນະປະຈຳພັກແຂວງ ປະທານກວດກາພັກ-ລັດແຂວງ, ໂດຍໃຫ້ການຕ້ອນຮັບຂອງທ່ານ ເລຂາພັກເມືອງ, ມີພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ, ບັນດາທ່ານການນໍາເມືອງ, ອະດີດການນໍາຂອງເມືອງ, ພະນັກງານລັດຖະກອນຈາກບັນດາຫ້ອງການ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າອ້ອມຂ້າງເມືອງເຂົ້າຮ່ວມ.
ທ່ານ ອານົງລັກ ແສງສຸລິຍາ ຄະນະປະຈຳພັກແຂວງ ປະທານກວດກາພັກ-ລັດແຂວງ ໄດ້ຍົກໃຫ້ເຫັນຕະຫຼອດໄລຍະ 50 ປີ ແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຊາດ ພາຍໃຕ້ການນໍາພາ ຂອງພັກ ໄດ້ເຮັດໃຫ້ໂສມໜ້າຂອງປະເທດເຮົາມີການປ່ຽນແປງໃຫຍ່ຫຼວງຮອບດ້ານ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ, ໄດ້ກາຍເປັນພື້ນຖານດ້ານສັງຄົມ, ການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ປະເທດຊາດອັນໜັກແໜ້ນທີ່ຮັບປະກັນລະບອບໃໝ່ຂອງພວກເຮົາໃຫ້ຍືນຍົງຄົງຕົວສາມາດຜ່ານຜ່າອຸປະສັກ, ສິ່ງທ້າທາຍທົດສອບຕ່າງໆ ແລະ ສືບຕໍ່ກ້າວຂຶ້ນຕາມເສັ້ນທາງທີ່ພັກວາງອອກ. ພ້ອມກັນນັ້ນ, ກໍໄດ້ຍົກໃຫັເຫັນຕະຫຼອດໄລຍະແຫ່ງການເປັນຜູ້ນຳສູງສຸດຂອງພັກ ແລະ ລັດເຮົາ ຂອງປະທານ ໄກສອນ ພົມວິຫານ ຍາມໃດກໍຊີ້ທິດເຍືອງທາງແຫ່ງການກ້າວເດີນໄປສູ່ໄຊຊະນະຂອງການປະຕິວັດລາວ. ປະທານ ໄກສອນ ພົມວິຫານ ເປັນຜູ້ນຳທີ່ເດັດຂາດ ແລະ ມີຫົວຄິດປະດິດສ້າງກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ, ເປັນແວ່ນແຍງອັນໃສແຈ້ງ ແລະ ເປັນແບບຢ່າງອັນປະເສີດເລີດລໍ້າດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນວິທີເຮັດວຽກ ກໍຄືແບບແຜນດໍາລົງຊີວິດໃຫ້ແກ່ພະນັກງານ, ສະມາຊິກພັກ, ນັກຮົບ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດ, ໄດ້ອຸທິດຊີວິດຂອງຕົນດ້ວຍຄວາມບໍລິສຸດຜ່ອງໃສ ເພື່ອຜົນປະໂຫຍດຂອງຊາດ ແລະ ປະຊາຊົນເພື່ອເປັນບົດຮຽນໃຫ້ລູກຫຼານຮຸ່ນຕໍ່ໄປ, ເປັນຄັນທຸງແຫ່ງການເຕົ້າໂຮມຄວາມສາມັກຄີທົ່ວປວງຊົນບັນດາເຜົ່າ, ສ້າງຄວາມສາມັກຄີຮັກແພງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ໄດ້ຮັບຄວາມນັບຖືຈາກມະຫາຊົນ.
     ການປາຖະກະຖາດັ່ງກ່າວ, ເພື່ອເປັນການທົບທວນຄືນມູນເຊື້ອການຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະ 50 ປີ ຜ່ານມາ ພາຍໃຕ້ການນຳພາ-ຊີ້ນຳ ຂອງພັກປະຊາຊົນປະຕິວັດລາວ ແລະ ເພື່ອຈາລຶກຄຸນງາມຄວາມດີ, ແວ່ນແຍງອັນໃສແຈ້ງ ແລະ ແບບຢ່າງອັນປະເສີດເລີດລໍ້າດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນວິທີເຮັດວຽກ ກໍຄືແບບແຜນດໍາລົງຊີວິດຂອງປະທານໄກສອນ ພົມວິຫານ ທີ່ໄດ້ອຸທິດຊີວິດຂອງຕົນດ້ວຍຄວາມບໍລິສຸດຜ່ອງໃສ ເພື່ອຜົນປະໂຫຍດຂອງຊາດ ແລະ ປະຊາຊົນ.

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องข้อมูลจำเป็นถูกทำเครื่องหมาย *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa