ຄະນະໂຄສະນາອົບຮົມແຂວງຫົວພັນ ເຂົ້າຮ່ວມກອງປະຊຸມພົບປະແລກປ່ຽນບົດຮຽນວຽກງານໂຄສະນາ ຢູ່ແຂວງເຊິນ ສສ ຫວຽດນາມ.

ຄະນະໂຄສະນາອົບຮົມແຂວງຫົວພັນ ເຂົ້າຮ່ວມກອງປະຊຸມພົບປະແລກປ່ຽນບົດຮຽນວຽກງານໂຄສະນາ ຢູ່ແຂວງເຊິນ ສສ ຫວຽດນາມ.

    ໃນລະຫວ່າງວັນທີ 6-9 ສິງຫາ 2025 ທີຜ່ານມານີ້ ຄະນະໂຄສະນາອົບຮົມ 2 ແຂວງຄື: ແຂວງຫົວພັນ ແລະ ແຂວງຫຼວງພະບາງ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມພົບປະແລກປ່ຽນບົດຮຽນວຽກງານໂຄ ສະນາອົບຮົມ ຢູ່ທີ່ແຂວງເຊີນລາ ສສ ຫວຽດນາມ, ຕາງໜ້າຄະນະຜູ້ແທນ 2 ແຂວງ ຂອງ ສປປ ລາວ ຄະນະໂຄສະນາອົບຮົມແຂວງຫົວພັນ ເຊິ່ງນຳພາໂດຍ ທ່ານ ຕົງລີ ເຕັ່ງ, ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍຄະນະ ແລະ ຄະນະໂຄສະນາອົບຮົມແຂວງຫຼວງພະບາງ ນຳພາໂດຍ ທ່ານ ສົມຈິດ ສິງລໍຄຳ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍຄະນະ ຕະຫຼອດຮອດພະນັກງານວິຊາການຈຳນວນໜຶ່ງ ເຊິ່ງເປັນກຽດຮັບຕ້ອນດ້ວຍຄວາມອົບອຸ່ນໄມຕີຈິດ-ມິດຕະພາບຂອງທ່ານ ນາງ ດິງທິ ບິກທ້າວ, ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍພັກ ແຂວງເຊີນລາ ສສ ຫວຽດນາມ, ພ້ອມດ້ວຍຄະນະ ຕະຫຼອດຮອດພະນັກງານວິຊາການຂອງຄະນະສະນາສຶກສາ ແລະ ຂົນຂວາຍພັກ ແຂວງເຊິນລາ ສສ ຫວຽດນາມ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນຊ່ວງໄລຍະການເຄື່ອນໄຫວວຽກງານ ຢູ່ແຂວງເຊີນລາ ສສ ຫວຽດນາມ, ທີມຄະນະຜູ້ແທນໄດ້ເຂົ້າຢ້ຽມຂໍ່ານັບ-ວາງກະຕ່າດອກໄມ້ຢູ່ຫໍບູຊາ ປະທານໂຮ່ຈີມີນ ຢູ່ສະໜາມຫຼວງເຕີ້ຍບັກ, ຫຼັງຈາກນັ້ນກໍ່ໄດ້ເຂົ້າພົບທ່ານ ລໍວິງຮຸ່ງ ຮອງເລຂາພັກແຂວງເຊິນລາ ຜູ້ປະຈໍາການ ແລະ ເຂົ້າຮ່ວມກອງປະຊຸມພົບປະແລກປ່ຽນບົດຮຽນ ເຊິ່ງດຳເນີນເປັນເວລາ 1 ຕອນ. ການພົບປະແລກປ່ຽນບົດຮຽນໃນຄັ້ງນີ້ ຄະນະຜູ້ແທນທັງ 3 ຝ່າຍ (ຫົວພັນ – ຫຼວງພະບາງ – ເຊິນລາ) ໄດ້ພັດປ່ຽນກັນຂຶ້ນລາຍງານສະພາບລວມຂອງແຂວງ, ລາຍງານການເຄື່ອນໄຫວວຽກງານສຶກສາອົບຮົມການເມືອງ-ແນວຄິດ, ວຽກໂຄສະນາອົບຮົມ ແລະ ໄດ້ແລກປ່ຽນບົດຮຽນວິຊາສະເພາະເຊິ່ງກັນ ແລະ ກັນ ຢ່າງມີເນື້ອໃນອັນເລກເຊິ່ງ. ໃນຕອນທ້າຍຂອງກອງປະຊຸມກໍ່ໄດ້ພ້ອມກັນເຊັນບົດບັນທຶກຮ່ວມມືໃນປີຕໍ່ໜ້າດັ່ງນີ້:

  1. ເພີ່ມທະວີການໂຄສະນາເຜີຍແຜ່ ແລະ ສຶກສາອົບຮົມໃຫ້ປະຊາຊົນ 3 ແຂວງ, ເວົ້າລວມ, ເວົ້າສະເພາະປະ ຊາຊົນເຂດຊາຍແດນພ້ອມກັນປົກປັກຮັກສາ ແລະ ເພີ່ມທະວີຄວາມສາມັກຄີມິດຕະ ພາບແບບພິເສດລະຫວ່າງລາວ-ຫວຽດນາມ, ລະຫວ່າງ 3 ແຂວງເຊິນລາ + ແຂວງຫົວພັນ + ແຂວງຫຼວງພະບາງ ນັບມື້ນັບແໜ້ນແຟ້ນ ແລະ ພັດທະນາຂຶ້ນເລື້້ອຍໆ.
  2. ສືບຕໍ່ປະສານສົມທົບແລກປ່ຽນບົດຮຽນກ່ຽວກັບວຽກງານໂຄສະນາເຜີຍແຜ່, ສຶກສາອົບຮົມດ້ານການເມືອງ-ແນວຄິດ ແລະ ບັນດາຂົງເຂດວຽກງານໂຄສະນາສຶກສາ ແລະ ຂົນຂວາຍ, ໂຄສະນາອົບຮົມຂອງແຕ່ລະຝ່າຍ.
  3. ຮັກສາການຮ່ວມມືແລກປ່ຽນ 2 ປີ / ຄັ້ງ, ສະຖານທີ່ແມ່ນພັດປ່ຽນກັນເປັນເຈົ້າພາບ, ແຕ່ລະຝ່າຍຈະແຕ່ງ ຕັ້ງຄະນະຜູ້ແທນນໍາໂດຍສະຫາຍຫົວໜ້າ ຫຼື ຮອງຫົວໜ້າຄະນະຢ້ຽມຢາມແລກປ່ຽນສະພາບການ ແລະ ທິດທາງການຮ່ວມມືໃນປີຕໍ່ໄປ.

ຫຼັງຈາກນັ້ນ, ຄະນະຜູ້ແທນທັງ 3 ແຂວງ ກໍ່ໄດ້ນໍາພາທີມງານໄປໄປທ່ຽວຊົມບາງຮູບແບບເສດຖະກິດ-ສັງຄົມເປັນຕົ້ນແມ່ນ: ໂຮງງານຜະລິດນໍ້າໝາກໄມ້ຕ່າງໆຂອງບໍລິສັດ DOVECO, ໂຮງງານຜະລິດນົມງົວຂອງບໍລິສັດ VINA MILK, ໄປເບິ່ງຕົວເເບບການປູກໝາກລໍາໄຍ. ນອກຈາກນີ້ແລ້ວ ທີມງານກໍ່ໄດ້ໄປຢ້ຽມຊົມແຫຼ່ງທ່ອງທ່ຽວເຂດຮ່ອງຮອຍທາງປະຫວັດສາດຄຸກ ຂອງແຂວງເຊິນລາ. ພ້ອມນັ້ນຄະນະທີມງານກໍ່ໄດ້ມີໂອກາດເດີນທາງໄປຢ້ຽມຢາມເຂດທີ່ໝັ້ນການປະຕິວັດລາວໂຄ ປະທານ ໂຮ່ຈິມິນ ແລະ ປະທານ ໄກສອນ ພົມວິຫານ ເຊິ່ງເປັນສັນຍາລັກມິດຕະພາບ ພິເສດຫວຽດ ນາມ-ລາວ ຢູ່ຕາແສງພຽງຄວາຍ ແລະ ທ່ຽວຊົມແຫຼ່ງທ່ອງທ່ຽວຢູ່ມົກເຈົາ.

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องข้อมูลจำเป็นถูกทำเครื่องหมาย *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa