ຄະນະໂຄສະນາອົບຮົມແຂວງຫົວພັນ ໄປທັດສະນະ ແລກປ່ຽນບົດຮຽນວຽກງານກັບຄະນະໂຄສະນາອົບຮົມແຂວງຊຽງຂວາງ
ໃນລະຫວ່າງວັນທີ 4-6 ນີ້ ຄະນະໂຄສະນາອົບຮົມແຂວງຫົວພັນ ໄດ້ເດີນທາງໄປທັດສະນະ ແລະ ແລກປ່ຽນບົດຮຽນວຽກງານ ກັບຄະນະໂຄສະນາອົບຮົມແຂວງຊຽງຂວາງ ເຊີ່ງນຳພາໂດຍ ທ່ານ ຕົ່ງລີ ເຕັ່ງ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ, ພອ້ມດ້ວຍຄະນະ, ຕະຫຼອດຮອດພະນັກງານວິຊາການຈໍານວນໜື່ງ ເຊີ່ງເປັນກຽດຮັບຕ້ອນຂອງ ທ່ານ ນາງ ພວງພະຈັນ ມູນທະວົງກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຊຽງຂວາງ ພ້ອມດ້ວຍຄະນະ, ຕະຫຼອດຮອດພະນັກງານວິຊາການຂອງຄະນະໂຄສະນາອົບຮົມແຂວງຊຽງຂວາງເຂົ້າຮ່ວມຢ່າງພ້ອມພຽງ
ການພົບປະແລກປ່ຽນບົດຮຽນຄັ້ງນີ້ ຄະນະຜູ້ແທນທັງສອງຝ່າຍໄດ້ພັດປ່ຽນກັນຂື້ນລາຍງານສະພາບລວມຂອງແຂວງ, ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກ, ການຈັດຕັ້ງປະຕິບັດວຽກງານວິຊາສະເພາະຕາມ 4 ຂະແໜງການ, ແລກປ່ຽນບົດຮຽນດ້ານດີ-ດ້ານອ່ອນຄົງຄ້າງ ແລະ ບົດຮຽນໃນຕໍ່ໜ້າຢ່າງມີເນື້ອໃນອັນເລີກເຊີ່ງ. ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຍົກສູງຄວາມຮັບຜິດຊອບພັດປ່ຽນກັນຊັກຖາມຕາມຄຳຖາມເຈາະຈີ້ມ ແລະ ສະແດງຄວາມຄິດເຫັນກ່ຽວກັບການເຄື່ອນໄຫວວຽກງານວິຊາສະເພາະ ຂໍ້ສະດວກ, ຂໍ້ຫຍຸ້ງຫຍາກ, ຜົນສຳເລັດ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນເຊີ່ງກັນ ແລະ ກັນຢ່າງກົງໄປກົງມາ, ມີບັນຍາກາດຟົດຟື້ນດີ.
ພາຍຫຼັງສຳເລັດກອງປະຊຸມແລກປ່ຽນບົດຮຽນຄະນະໂຄສະນາອົບຮົມແຂວງຊຽງຂວາງໄດ້ນຳພາຄະນະຜູ້ແທນແຂວງຫົວພັນໄປເບີ່ງການສ້າງເສດຖະກິດຄອບຄົວທີ່ເປັນຄອບຄົວດີເດັ່ນໃນກນາປູກຝັງ ແລະ ລ້ຽງສັດ.