ຄະນະໂຄສະນາອົບຮົມແຂວງຈັດພິທີມອບ-ຮັບວຽກລະຫວ່າງຫົວໜ້າຄະນະຜູ້ເກົ່າ ແລະ ຜູ້ໃໝ່
ພິທີມອບ-ຮັບວຽກລະຫວ່າງຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂື້ນ ວັນທີ 12 ມັງກອນ 2026 ນີ້, ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ລະຫວ່າງ ທ່ານ ຕົ່ງລີ ເຕັ່ງ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຜູ້ເກົ່າ ແລະ ທ່ານ ເພັດ ມະນີພອນ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຜູ້ໃໝ່ ໂດຍມີຄະນະພັກຄະນະນຳ ແລະ ພະນັກງານ-ລັດຖະກອນຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ຕົ່ງລີ ເຕັ່ງ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຜູ້ເກົ່າ ໄດ້ຕີລາຄາໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ ໂດຍຍົກໃຫ້ເຫັນເຖິງ ບົດບາດສຳຄັນຂອງຄະນະໂຄສະນາອົບຮົມແຂວງທີ່ໄດ້ເປັນເສນາທິການໃຫ້ຄະນະພັກຂັ້ນເທິງ ກໍຄືຄະນະປະຈຳພັກແຂວງ ໃນການຈັດຕັ້ງປະຕິບັດນຳເອົາການເມືອງແນວຄິດ ແຜນນະໂຍບາຍ ມະຕິ ແລະ ຄຳສັ່ງຕ່າງໆ ລົງໂຄສະນາປາຖະກະຖາ ໃຫ້ພະນັກງານລັດຖະກອນໄດ້ເຊື່ອມຊຶມ. ທ່ານຍັງໄດ້ຍົກໃຫ້ເຫັນສະພາບຈຸດພິເສດທັງດ້ານດີທີ່ຕັ້ງໜ້າ ແລະດ້ານຄົງຄ້າງທີ່ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດ ເຊິ່ງຖືເປັນບົດຮຽນທີ່ສຳຄັນສຳລັບການສືບຕໍ່ວຽກງານໃນອະນາຄົດ. ປັດຈຸບັນຄະນະໂຄສະນາອົບຮົມແຂວງມີພະນັກງານ-ລັດຖະກອນທັງໝົດ 40 ຄົນ ຍິງ 18 ຄົນ, ປະກອບມີ 5 ຂະແໜງການ ແລະ ມີສອງໜ່ວຍພັກ ຄື: ໜ່ວຍພັກໂຄສະນາອົບຮົມ ແລະ ໜ່ວຍພັກຖະແຫຼງຂ່າວ-ສື່ມວນຊົນ ເຊິ່ງລ້ວນແລ້ວແຕ່ມີບົດບາດສຳຄັນໃນການຂັບເຄື່ອນວຽກງານຂອງຄະນະ. ທ່ານ ຕົ່ງລີ ເຕັ່ງ ຍັງໄດ້ມອບໝາຍໜ້າທີ່ ແລະ ຄວາມຮັບຜິດຊອບໃຫ້ກັບທ່ານ ເພັດ ມະນີພອນ ຫົວໜ້າຄະນະໂຄສະນາອົບຮົມແຂວງຜູ້ໃໝ່ ພ້ອມທັງໃຫ້ຄຳແນະນຳ ແລະ ຄວາມຫວັງວ່າ ການນຳພາຂອງຫົວໜ້າຄະນະຜູ້ໃໝ່ຈະສາມາດຍົກລະດັບວຽກງານໂຄສະນາອົບຮົມໃຫ້ມີປະສິດທິພາບຫຼາຍຂື້ນ ສອດຄ່ອງກັບທິດທາງການພັດທະນາຂອງພັກ ແລະ ລັດໃນຍຸກໃໝ່. ທ່ານ ເພັດມະນີພອນ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຜູ້ໃໝ່ ໃນນາມຜູ້ຮັບວຽກ ໄດ້ມີຄຳເຫັນກ່າວຮັບວຽກ ໂດຍໄດ້ສະແດງຄວາມໝັ້ນໃຈວ່າ ຈະສຸມສະຕິປັນຍາຮ່ວມກັບຄະນະພັກຄະນະນຳ ແລະພະນັກງານ-ລັດຖະກອນທຸກທ່ານ ເຂົ້າໃນການຈັດຕັ້ງປະຕິບັດວຽກງານໃຫ້ມີຜົນສຳເລັດຕາມເປົ້າໝາຍທີ່ວາງໄວ້. ທ່ານຍັງໄດ້ກ່າວຢືນຢັນວ່າ ຈະສານຕໍ່ບັນດາຜົນງານທີ່ຫົວໜ້າຄະນະຜູ້ເກົ່າໄດ້ສ້າງມາ ພ້ອມທັງເສີມຂະຫຍາຍມູນເຊື້ອຄວາມສາມັກຄີພາຍໃນ ແລະ ພາຍນອກໃຫ້ໝັ້ນຄົງ, ຍືນຍົງຕະຫຼອດໄປ. ພ້ອມທັງໄດ້ຂໍຮັບການຊີ້ນຳຈາກຄະນະປະຈຳພັກແຂວງ ແລະ ການຮ່ວມມືຈາກທຸກພາກສ່ວນ ເພື່ອຮ່ວມກັນພັດທະນາວຽກງານໂຄສະນາອົບຮົມຂອງແຂວງໃຫ້ມີປະສິດທິພາບ, ຕອບສະໜອງຕໍ່ການປ່ຽນແປງຂອງສະຖານະການທັງພາຍໃນ ແລະຕ່າງປະເທດ.
ພິທີມອບ-ຮັບວຽກໃນຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງການສັບປ່ຽນໜ້າທີ່ອັນມີກຽດ ແລະ ຄວາມຮັບຜິດຊອບຂອງຄະນະພັກຄະນະນຳ ເຊິ່ງຈະເປັນພື້ນຖານທີ່ໝັ້ນຄົງໃຫ້ແກ່ການພັດທະນາວຽກງານໂຄສະນາອົບຮົມຂອງແຂວງໃນໄລຍະຕໍ່ໜ້າ.
