ຄະນະບໍລິຫານງານພັກແຂວງຫົວພັນ ຈັດກອງປະຊຸມຄົບຄະນະ ຄັ້ງທີ 18 ສະໄໝທີ X

ຄະນະບໍລິຫານງານພັກແຂວງຫົວພັນ ຈັດກອງປະຊຸມຄົບຄະນະ ຄັ້ງທີ 18 ສະໄໝທີ X
   ວັນທີ 4 ກໍລະກົດ 2025 ນີ້, ຄະນະບໍລິຫານງານພັກ ແຂວງຫົວພັນ, ໄດ້ຈັດກອງປະຊຸມຄົບຄະນະ ຄັ້ງທີ 18 ສະໄໝທີ X ຢູ່ທີ່ຫ້ອງປະຊຸມຊັ້ນ 5 ຫ້ອງວ່າການແຂວງ. ໂດຍການເປັນປະທານຂອງສະຫາຍ ຄໍາແພງ ໄຊສົມແພງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫົວພັນ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ສະພາປະຊົນແຂວງ, ຫົວໜ້າພະແນກການຂັ້ນແຂວງ, ເລຂາພັກເມືອງ, ເຈົ້າເມືອງ 10 ເມືອງທົ່ວແຂວງເຂົ້າຮ່ວມ.
    ກອງປະຊຸມ ສະຫາຍ ນາງ ລ້ອງຄໍາ ພອນມີໄຊ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຮ່າງບົດສະຫຼຸບຫຍໍ້ວຽກງານຮອບດ້ານໃນການນໍາພາຂອງຄະນະບໍລິຫານງານພັກແຂວງ, ບົດສະຫຼຸບຫຍໍ້, ແຜນພັດທະນາເສດຖະກິດ-ສັງຄົມໃນໄລຍະ 6 ເດືອນຕົ້ນປີ 2025 ແລະ ຜ່ານຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກແຂວງສະໄໝທີ X. ໃນໄລຍະ 6 ເດືອນຜ່ານມາ ຄະນະບໍລິຫານງານພັກແຂວງໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາຄະນະພັກທຸກຂັ້ນ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ, ປະຊາຊົນບັນດາເຜົ່າ, ຊັ້ນຄົນຕ່າງໆໃນທົ່ວແຂວງພ້ອມທັງຫັນເອົາມະຕິ, ຄໍາສັ່ງຕ່າງໆຂອງສູນກາງພັກ, ຂອງອົງຄະນະພັກແຂວງເປັນຕົ້ນແມ່ນມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ສະໄໝທີ XI; ມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງສະໄໝທີ X ແລະ ນິຕິກໍາຕ່າງໆ ກ່ຽວກັບການກະກຽມດໍາເນີນກອງປະຊຸມໃຫຍ 3 ຂັ້ນຂອງພັກ, ນິຕິກຳກ່ຽວກັບການຍຸບໂຮມ, ປັບປຸງກົງຈັກການຈັດຕັ້ງ ແລະ ອື່ນໆ, ເສີມຂະຫຍາຍມູນເຊື້ອຄວາມສາມັກຄີ, ຄວາມເປັນເອກະພາບພາຍໃນພັກບົນພື້ນຖານຢຶດໝັ້ນ ແລະ ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ. ໃນໄລຍະ 5 ເດືອນຜ່ານມາ ແຂວງຫົວພັນສາມາດເກັບລາຍຮັບງົບປະມານ ໄດ້ 90 ຕື້ກວ່າກີບ, ໃນນີ້ ລາຍຮັບພູດຂອງສູນກາງ ປະຕິບັດໄດ້ 16 ຕື້ກວ່າກີບ, ລາຍຮັບພູດຂອງແຂວງ ປະຕິບັດໄດ້ 74 ຕື້ກວ່າກີບ, ລາຍຈ່າຍງົບປະມານປະຕິບັດໄດ້ 457 ຕື້ກວ່າກີບ.
    ສໍາລັບທິດທາງໃນຕໍ່ໜ້າແຂວງຫົວພັນຈະສືບຕໍ່ ຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆພາຍໃນແຂວງໃຫ້ຫຼຸດລົງ, ສືບຕໍ່ ຮັກສາມູນເຊື້ອ ແລະ ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ທີ່ມີຄຸນນະພາບໃຫ້ຫຼາຍຂຶ້ນ, ສືບຕໍ່ພັດທະນາເສດຖະກິດ-ສັງຄົມ ຫັນໄປຕາມທິດສີຂຽວ ແລະ ຍືນຍົງ, ສືບຕໍ່ ປົກປັກຮັກສາ, ບູລະນະ, ກໍ່ສ້າງພື້ນຖານໂຄງລ່າງ ໂດຍສະເພາະ ເສັ້ນທາງຫຼວງແຫ່ງຊາດ, ເສັ້ນທາງຫຼວງຂອງແຂວງ, ຂອງເມືອງ ໃຫ້ສາມາດນໍາໃຊ້ເປັນປົກກະຕິ, ເພີ່ມທະວີການພົວພັນຮ່ວມມື ກັບເພື່ອນມິດຍຸດທະສາດ, ປະເທດໃກ້ຄຽງ, ບັນດາອົງການຈັດຕັ້ງສາກົນ ເພື່ອຍາດແຍ່ງການຊ່ວຍເຫຼືອ ແລະ ດຶງດູດການລົງທຶນ ໃຫ້ຫຼາຍຂຶ້ນ. ລວມຍອດຜະລິດຕະພັນພາຍໃນ (GDP) ຈະໃຫ້ບັນລຸ 6 ຕື້ກ່ວາກີບ, ລາຍຮັບສະເລ່ຍຕໍໍໍ່ຫົວຄົນ ໃຫ້ໄດ້ 20 ລ້ານກວ່າກີບ/ຄົນ/ປີ ຫຼື ເທົ່າກັບ 934 ໂດລາສະຫະລັດ/ຄົນ/ປີ, ດ້ວຍຈັງຫວະອັດຕາການຂະຫຍາຍຕົວທາງດ້ານເສດຖະກິດຈະຢູ່ໃນລະດັບ 5.03% ແລະ ໂຄງປະກອບເສດຖະກິດຈະມີການຫັນປ່ຽນໃນທ່າອ່ຽງຄື : ຂະແໜງກະສິກໍາ – ປ່າໄມ້ ເພີີ່ມຂຶື້ນ 5.32%, ຂະແໜງອຸດສາຫະກໍາ ເພີີ່ມຂຶື້ນ 4.53% ແລະ ຂະແໜງບໍລິການເພີີ່ມຂຶື້ນ 4.78%.

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องข้อมูลจำเป็นถูกทำเครื่องหมาย *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa