5. ຄອຂເປິດກອງປະຊຸມສະຫຼຸບວຽກງານໂຄສະນາອົບຮົມທົ່ວແຂວງປະຈຳປີ 2022 ແລະ ວາງທິດທາງແຜນການປະຈຳປີ 2023.

ຄະນະໂຄສະນາອົບຮົມແຂວງຫົວພັນເປິດກອງປະຊຸມສະຫຼຸບວຽກງານໂຄສະນາອົບຮົມທົ່ວແຂວງປະຈຳປີ 2022 ແລະ ວາງທິດທາງແຜນການປະຈຳປີ 2023.

     ວັນທີ 21 ກຸມພາ 2023 ທີ່ຜ່ານມານີ້ ຄະນະໂຄສະນາອົບຮົມແຂວງຫົວພັນໄດ້ຈັດກອງປະຊຸມສະຫຼຸບວຽກງານໂຄສະນາອົບຮົມທົ່ວແຂວງ ປະຈໍາປີ 2022 ທີ່ຫ້ອງປະຊຸມຊັ້ນ 5​ ຫ້ອງວ່າການປົກຄອງແຂວງຫຼັງເກົ່າ. ໂດຍການເປັນປະທານ ຂອງທ່ານ ເພີດ ມາປັນຍາ ຮອງເລຂາພັກແຂວງ, ຜູ້ປະຈຳການ, ມີທ່ານ ຕົ່ງລີ ເຕັ່ງ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຫົວໜ້າ-ຮອງຫົວໜ້າ ພະແນກການອ້ອມຂ້າງແຂວງ, ມີເລຂາພັກເມືອງ, ຮອງເລຂາພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ 10 ເມືອງ ແລະ ພະນັກງານ - ລັດຖະກອນທີ່ເຮັດວຽກງານການເມືອງ-ແນວຄິດ ເຂົ້າຮ່ວມຢ່າງພ້ອມພຽງ.

        ໃນກອງປະຊຸມ ໄດ້ຜ່ານບົດສະຫຼຸບວຽກງານໂຄສະນາອົບຮົມທົ່ວແຂວງ ປະຈໍາປີ 2022 ແລະທິດທາງແຜນການປະຈໍາປີ 2023 ເຊິ່ງເນື້ອໃນບົດສະຫຼຸບໄດ້ສະແດງໃຫ້ເຫັນເຖິງຜົນງານການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມໃນໄລຍະຜ່ານມາ ໄດ້ຮັບການຊີ້ນໍາໂດຍກົງຈາກຄະນະປະຈຳພັກແຂວງ ແລະ ການຊີ້ນໍາດ້ານວິຊາການຈາກຄະນະໂຄສະນາອົບຮົມສູນກາງພັກ ບວກກັບຄະນະພັກແຕ່ລະຂັ້ນ, ຄະນະໂຄສະນາອົບຮົມແຂວງ, ເມືອງໄດ້ເອົາໃຈໃສ່ນຳພາ-ຊີ້ນຳເຮັດວຽກງານສືກສາອົບຮົມການເມືອງແນວຄິດ ຕໍ່ເປົ້າໝາຍຕ່າງໆໃນຂອບເຂດຮັບຜິດຊອບຢ່າງເປັນປົກກະຕິ ໂດຍສະເພາະແມ່ນການຈັດຕັ້ງໂຄສະນາ-ປາຖະກະຖາບັນດາມູນເຊື້ອວັນສໍາຄັນຂອງຊາດ, ຂອງພັກ, ຂອງສາກົນ, ຂອງທ່ານຜູ້ນໍາ ແລະຂອງແຂວງ, ການເຜີຍແຜ່ເຊື່ອມຊຶມບັນດາມະຕິຕ່າງໆຂອງພັກ, ຂອງແຂວງ, ການອົບຮົມເປົ້າໝາຍຕ່າງໆ, ການເກັບກໍາສະພາບແນວຄິດຫາງສຽງສັງຄົມ ແລະ ປະຊາຊົນບັນດາເຜົ່າສ່ວນຫຼາຍຍັງມີຄວາມຕື່ນຕົວທາງດ້ານການເມືອງ, ມີສະຕິປັນຍາເປັນເຈົ້າໃນການຄົ້ນຄວ້າກຳແໜ້ນ ແລະ ປະຕິບັດແນວທາງຂອງພັກລະບຽບກົດໝາຍຂອງລັດຢ່າງເຂັ້ມງວດ.

      ຕອນທ້າຍກອງປະຊຸມຍັງໄດ້ຮັບຟັງການໂອ້ລົ້ມຈາກ ທ່ານ ເພີດ ມາປັນຍາ ຮອງເລຂາພັກແຂວງ, ຜູ້ປະຈຳການ ເຊີ່ງທ່ານຮຽກຮ້ອງ ແລະ ເໜັ້ນໜັກບາງບັນຫາດັ່ງນີ້: 1) ຄະນະພັກແຕ່ລະຂັ້ນຕ້ອງເປັນເຈົ້າການໃນການຈັດຕັ້ງປະຕິບັດຜັນຜົນສຳເລັດກອງປະຊຸມເຜີຍແຜ່ຜັນຂະຫຍາຍມະຕິກອງປະຊຸມຄັ້ງທີ່ XI ຂອງພັກ ແລະ ມະຕິ X ຂອງອົງຄະນະພັກແຂວງຫົວພັນໃຫ້ບັນລຸຄາດໝາຍວາງອອກ; ໝູນໃຊ້ພຶດຕິກໍາໃຫ້ຖືກຕ້ອງຕາມແນວທາງນະໂຍບາຍຂອງພັກວາງໄວ້. 2) ສືບຕໍ່ຢຶດໝັ້ນ ແລະ ໝູນໃຊ້ຢ່າງປະດິດສ້າງທິດສະດີມາກເລນິນ, ແນວຄິດໄກສອນ ພົມວິຫານ, ສືບທອດ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງພັກ, ບູລະນະແນວທາງ, ແຜນນະໂຍບາຍຂອງພັກໃຫ້

ສອດຄ່ອງກັບເງື່ອນໄຂໃໝ່. 3) ການເຮັດວຽກງານການເມືອງແນວຄິດຕ້ອງຕິດແໜ້ນກັບວຽກງານຈັດຕັ້ງພັກພະນັກງານ, ວຽກງານເສດຖະກິດ ແລະ ການແກ້ໄຂປະກົດການຫຍໍ້ທໍ້ຕົວຈິງຢູ່ພາຍໃນພັກ ແລະ ໃນສັງຄົມ, ການເວົ້າຕ້ອງໄປຄຽງຄູ່ກັບການກະທໍາ, ສ້າງການຫັນປ່ຽນຢ່າງແທ້ຈິງແມ່ນໜຶ່ງໃນປັດໄຈຕັດສິນການນຳພາການເມືອງ-ແນວຄິດ.

    ກອງປະຊຸມດຳເນີນມາເປັນເວລາ 1 ວັນ ແລະ ປິດລົງດ້ວຍໝາກຜົນອັນຈົບງາມ.

 

 

?>