2.ຄອຂ ເປີດຮຽນສະໜັບສະໜູນ ໃຫ້ມະຫາຊົນຜູ້ທີ່ມີຄວາມກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກ

ຄະນະໂຄສະນາອົບຮົມແຂວງຫົວພັນ ເປີດຮຽນສະໜັບສະໜູນ ໃຫ້ມະຫາຊົນຜູ້ທີ່ມີຄວາມກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກ ປະຊາຊົນປະຕິວັດລາວ

  ພິທີເປີດຮຽນສະໜັບສະໜູນເປົ້າໝາຍຂະຫຍາຍເຂົ້າພັກໃຫ້ມະຫາຊົນກ້າວໜ້າເພື່ອຂະຫຍາຍເຂົ້າພັກ ໄດ້ໄຂຂຶ້ນໃນເວລາ 8:30 ຂອງວັນທີ 6 ມັງກອນ 2023 ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຫ້ອງວ່າການປົກຄອງແຂວງຫົວພັນຫຼັງ​ເກົ່າ. ໃນພິທີດັ່ງກ່າວນີ້ມີມະຫາຊົນຜູ້ທີ່ກ້າວໜ້າ ມາຈາກບັນດາຮາກຖານພັກ, ໜ່ວຍພັກອ້ອມຂ້າງແຂວງ ມີມະຫາຊົນກ້າວໜ້າເຂົ້າຮຽນທັງໝົດ 5 ສະຫາຍ, ຍິງ 2 ສະຫາຍ.

   ໃນພິທີ ມະຫາຊົນຜູ້ທີ່ມີຄວາມກ້າວໜ້າ ໄດ້ຮັບຟັງການເຊື່ອມຊືມເອກະສານຕ່າງໆ ກ່ຽວກັບການນໍາໃຊ້ເອກະສານອົບຮົມເປົ້າໝາຍຂະຫຍາຍເຂົ້າພັກ ເຊິ່ງປະກອບມີ 17 ຄໍາຖາມ 17 ຄໍາຕອບ ກ່ຽວກັບພັກປະຊາຊົນປະຕິວັດລາວມາຈັດຕັ້ງເຜີຍແຜ່, ຮໍ່າຮຽນໃຫ້ມະຫາຊົນກ້າວໜ້າເຂົ້າໃຈຢ່າງເລິກເຊິ່ງ ເພື່ອແນ່ໃສ່ສ້າງເງື່ອນໄຂ ແລະ ມາດຖານຄົບຖ້ວນຕາມກົດລະບຽບຂອງພັກວາງອອກໃຫ້ມະຫາຊົນກ້າວໜ້າມີຈິດໃຈບຸກບືນເປັນເຈົ້າການ, ເປັນທິດທາງຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ແລະ ກະກຽມພ້ອມເຂົ້າເຄື່ອນໄຫວໃນອົງການຈັດຕັ້ງຂອງພັກປະຊາຊົນປະຕິວັດລາວ, ກົດລະ ບຽບຂອງພັກໄດ້ກໍານົດຢ່າງຈະແຈ້ງວ່າ: “ມະຫາຊົນກ້າວໜ້າທີ່ຈະຂະຫຍາຍເຂົ້າພັກຕ້ອງໄດ້ຜ່ານຂະບວນການ, ການທົດສອບຈາກວຽກງານຕົວຈິງ, ຜ່ານການຮຽນສະໜັບສະໜູນ, ຮຽນກົດລະບຽບຂອງພັກ’’  ທາງນີ້ກໍ່ຍົກລະດັບໃນທຸກດ້ານເປັນຕົ້ນແມ່ນການຮໍ່າຮຽນທິດສະດີ ມາກ-ເລນິນ, ຄວາມສາມາດດ້ານການເມືອງ ແລະ ຮັບປະກັນດ້ານຄຸນທາດການເມືອງໃຫ້ໜັກແໜ້ນ, ສາມາດກໍາໄດ້ແນວທາງຂອງພັກ - ລັດວ່າງອອກພ້ອມທັງເປັນແບບຢ່າງນໍາໜ້າໃຫ້ແກ່ມະຫາຊົນຜູ້ທີ່ກຽມເຂົ້າເປັນມະຫາຊົນກ້າວໜ້າ.

 

 

?>