ຕອນເຊົ້າ ຂອງວັນທີ 8 ທັນວາ 2022 ຄະນະໂຄສະນາອົບຮົມແຂວງໄດ້ສົມທົບກັບເມືອງຊຳເໜືອ ລົງເຄື່ອນໄຫວເຮັດວຽກງານ ການເມືອງ - ແນວຄິດໃຫ້ປະຊາຊົນທີ່ຖືກໂຄງການ ຂຸດຄົ້ນບໍ່ແຮ່ມັງການ ຢູ່ບ້ານຫົວຄັງ ເມືອງຊຳເໜືອ ແຂວງຫົວພັນ ພາຍໃຕ້ການເປັນປະທານຂອງທ່ານ ອົ້ມ ອິນທະລາ, ຮອງຫົວຫນ້າຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍທີມງານຂອງແຂວງ ແລະ ເມືອງ, ມີຄະນະພັກ, ນາຍບ້ານ, ອົງການຈັດຕັ້ງຕ່າງໆຂອງບ້ານຫົວຄັງ, ມີເຖົ້າແກ່ແນວໂຮມບ້ານ ແລະ ປະຊາຊົນເຂົ້າຮ່ວມທັງໝົດ 180 ກວ່າຄົນ.
ການລົງເຄື່ອນໄຫວເຮັດວຽກຄັ້ງນີ້ແມ່ນແນ່ໃສເຮັດໃຫ້ອຳນາດການປົກຄອງ ແລະ ປະຊາຊົນພາ່ຍໃນບ້ານຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງ ພັກ - ລັດ. ແຜນພັດທະນາເສດຖະກິດ - ສັງຄົມກໍ່ຄືການແກ້ໄຂ້ຄວາມທຸກຍາກຂອງປະຊາຊົນໂດຍສະເພາະແມ່ນແນວທາງຂອງພັກ - ລັດ ໃນການສຳຫຼວດ ແລະ ຂຸດຄົ້ນແຮ່ທາດຕ່າງໆເພື່ອສ້າງລາຍຮັບເຂົ້້າງົບປະມານ, ເພື່ອໃຫ້ອຳນາດການປົກຄອງ ແລະ ປະຊາຊົນມີຄວາມເຂົ້າໃຈ, ມີຄວາມເປັນເອກະພາບ ແລະ ໃຫ້ການຮ່ວມໄມ້ ຮ່ວມມືກັບບໍລິສັດຕໍ່ການຂຸດຄົ້ນແຮ່ມັງການໃນຄັ້ງນີ້ພ້ອມກັນປືກສາຫາລື ແລະ ມີຜົນປະໂຫຍດຮ່ວມກັນລະຫວ່າງບໍລິສັດ ແລະ ການພັດທະນາບ້ານຫົວຄັ້ງ.
ຕອນທ້າຍ ທ່ານ ອົ້ມ ອິນທະລາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ຍັງໄດ້ຮຽກຮ້ອງມາຍັງຄະນະພັກ, ອຳນາດການປົກຄອງບ້ານ ແລະ ປະຊາຊົນຈົ່ງເອົາໃຈໃສ່ໃນການພັດຖະນາເສດຖະກິດຄອບຄົວໃຫ້ມີຄວາມຢູ່ດີກີນດີຫຼຸດພົ້ນອອກຈາກຄວາມທຸກຍາກ ສີ່ງສຳຄັນແມ່ນການເຕົ້າໂຮມຄວາມສາມັກຄີພາຍໃນບ້ານໃຫ້ເປັນປືກແຜ່ນ. ພ້ອມກັນນີ້ກໍ່ຍັງຮຽກຮ້ອງໃຫ້ບ້ານ ແລະ ບໍລິສັດຕ້ອງເພີ່ມທະວີຄວາມສາມັກຄີຊ່ວຍເຫຼືອເຊີ່ງກັນ ແລະ ກັນ ພ້ອມກັນນັບຖືຮິດຄອງປະເພນີ ແລະ ຄົບລົບລະບຽບກົດໝາຍຂອງບ້ານ ເມືອງ, ພ້ອມກັນພັດທະນາບໍລິສັດ ແລະ ບ້ານໃຫ້ມີຄວາມຈະເລີນກ້າວໜ້າ ແລະ ໄດ້ຮັບຜົນປະໂຫຍດສູງສຸດ.
ກອງປະຊຸມໄດ້ປິດລົງຢ່າງເປັນທາງການໃນເວລາ 11:00 ຂອງວັນດຽວກັນ