ສໍາເລັດການຝຶກອົບຮົມວຽກງານ ໄອທີ ແລະ ມອບເວັບໄຊສ

ສໍາ​ເລັດ​ການ​ຝຶກ​ອົບຮົມ​ວຽກງານ​ ໄອ​ທີ ແລະ ມອບເວັບໄຊສ

        ໃນ​ວັນ​ທີ 27–28 ພຶດສະພາ 2019 ຜ່ານ​ມາ​ນີ້, ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ​, ກົມຂໍ້ມູນຂ່າວສານໄດ້ຈັດກອງ​ປະຊຸມຝຶກ​ອົບຮົມ​ວຽກ ງານ​ໄອ​ທີ ແລະ ມອບເວັບໄຊສໃຫ້​ຄະນະ​ໂຄສະນາ​ອົບຮົມ​ແຂວງ​ຫົວພັນຢູ່ທີ່ຫ້ອງປະຊຸມນ້ອຍຊັ້ນ 4 ຫ້ອງວ່າການແຂວງ, ພາຍ​ໃຕ້​ການ​ຊີ້​ນໍາ​ຂອງ ທ່ານນາງ ມອນສະຫວັນ ແສນໄຕ ຮອງ​ຫົວໜ້າກົມ​ຂໍ້​ມູນ​ຂ່າວສານ ​ແລະ ທ່ານ ເກດແກ້ວ ນາມໂພໄຊ ຮອງຫົວໜ້າພະ​ແນ​ກ ພ້ອມດ້ວຍນັກວິ ທະຍາກອນມາ​ຈາກ​ຄະນະ​ໂຄ​ສະນາ​ອົບຮົມ​ສູນ​ກາງ​ພັກ ​ແລະ ມີນັກ​ສໍາ​ມະ​ນາກ​ອນຈາກຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດຈໍານວນ 10 ກວ່າທ່ານ, ຍິງ 4 ທ່ານ.

         ກອງ​ປະຊຸມຝຶກ​ອົບຮົມ​ຄັ້ງ​ນີ້ ນັກສໍາມະນາກອນໄດ້ຮັບຟັງການອະທິບາຍ, ການຮ່ຳຮຽນຄວາມຮູ້ກ່ຽວກັບການຄຸ້ມຄອງ,  ການພັດທະນາ ແລະ ການນໍາໃຊ້ເວັບໄຊສ໌, ພາຍຫຼັງທີ່​ຮຽນ​ພາກ​ທິດ​ສະ​ດີ​ສຳ​ເລັດ​ແລ້ວ ຍັງ​ໄດ້ໃຫ້ຜູ້ທີ່ຮັບຜິດຊອບໂດຍກົງຂຶ້ນປະຕິບັດຕົວຈິງ. ຜ່ານການຝຶກ ອົບຮົມຄັ້ງນີ້ ​ໄດ້​ເຮັດ​ໃຫ້​ນັກ​ສຳ​ມະ​ນາກ​ອນມີຄວາມຮັບຮູ້, ຄວາມເຂົ້າໃຈ ເນື້ອໃນ​ທີ່​ສຳຄັນ​ຕົ້ນຕໍ​ ເປັນ​ຕົ້ນ​ແມ່ນວິທີການຄຸ້ມຄອງ, ການພັດທະ ນາ ແລະ ການນໍາໃຊ້ເວັບໄຊສ໌ໄດ້ດີພໍສົມຄວນ.

       ການຝຶກອົບຮົມວຽກງານດັ່ງກ່າວ ແມ່ນເພື່ອຍົກສູງຄຸນນະພາບວຽກງານການເມືອງ - ແນວຄິດ ເວົ້າລວມ, ເວົ້າສະເພາະແມ່ນການໂຄສະ ນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ​ໃຫ້​ສັງຄົມ​ໄດ້​ຮັບ​ຮູ້ຢ່າງ ກວ້າງຂວາງ, ທົ່ວເຖິງ ແລະ ທັນ​ເວລາ ໂດຍການ ຜ່ານໜ້າດະດານຂ່າວເອເລັກໂຕຼນິກ ( ເວັບໄຊສ໌ ​) ​ແລະ ຈະ​ເປັນ​ເຄືອງ​ມື​ອັນ​ສຳຄັນເພື່ອຕອບ​ຕ້ານຖອຍຖ້ອຍທໍານອງປິດເປືອນ, ໃສ່ຮ້າຍປ້າຍ ສີການນໍາພາຂອງພັກ, ການຄຸ້ມຄອງຂອງລັດ, ອີກດ້ານໜຶ່ງກໍເພື່ອແນໃສ່ຍົກ​ລະດັບ​ຄວາມ​ຮູ້, ຄວາມ​ສາມາດດ້ານໄອທີ ໃຫ້​ແກ່ພະນັກງານວິ ຊາການຂອງຄະນະໂຄສະນາອົບຮົມແຂວງຫົວພັນ​ໃຫ້ນັບມື້ສູງຂຶ້ນ. ກອງ​ປະຊຸມ​ຝຶກ​ອົບຮົມ​ວຽກ​ງານ​ອັນ​ສຳຄັນ​ນີ້ ທ່ານ ນາງ ມອນສະຫວັນ ແສນໄຕ ຮອງຫົວໜ້າກົມຂໍ້ມູນຂ່າວສານຍັງໄດ້​ໃຫ້​ກຽດມີ​ຄຳ​ເຫັນ​ໃຫ້​ທິດ​ຊີ້​ນຳ ​ໂດຍເໜັ້ນ​ໜັກເຖີງຄວາມໝາຍສໍາຄັນ​ຂອງ​ວຽກງານ​ດັ່ງກ່າວ​ ​ແລະ ທ່ານ​ຍັງ​ໄດ້ຮຽກຮ້ອງ​ໃຫ້​ບັນດາສະຫາຍ​ນັກ​ສໍາ​ມະ​ນາກ​ອນທີ່​ເຂົ້າ​ຝຶກ​ອົບຮົມ​ໃນ​ຄັ້ງ​ນີ້ ​​​​ໃຫ້ນໍາ​ເອົາ​ຄວາມ​ຮູ້ ​ແລະ ບົດຮຽນ​ທີ່ໄດ້​ຮຽນທີ່​ໄດ້​ຝຶກ​ອົບຮົມ​ນໍາ​ໃຊ້​ເຂົ້າ​ໃນ​ວຽກງານ​ຕົວ​ຈິງ​​ໃຫ້​ເກີດ​ດອກ​ອອກ​ຜົນ.

      ໃນຕອນທ້າຍຂອງ​ກອງ​ປະຊຸມ ທ່ານ ນາງ ມອນສະຫວັນ ແສນໄຕ ຮອງຫົວໜ້າກົມຂໍ້ມູນຂ່າວສານ ໄດ້ຂຶ້ນ​ມອບມອບເວັບໄຊສ໌ໃຫ້ຄະນະໂຄ ສະນາອົບຮົມແຂວງຫົວພັນຢ່າງເປັນທາງການ ​ແລະ ກອງ​ປະຊຸມ​ໄດ້​ປິດ​ລົງ​ໃນ​ວັນທີ 28​ ພຶດສະພາ 2019 ຢ່າງຈົບງາມ.

 

?>