ໜ່ວຍຊາວໜຸ່ມຄະນະໂຄສະນາອົບຮົມແຂວງ
ສໍາເລັດກອງປະຊຸມປະເມີນໜ່ວຍຊາວໜຸ່ມ 4 ບຸກ ຄັ້ງທີ VIIIIປະຈໍາປີ 2021
ວັນທີ 22 ຕຸລາ 2021 ນີ້, ໜ່ວຍຊາວໜຸ່ມຄະນະໂຄສະນາອົບຮົມແຂວງຫົວພັນ ໄດ້ສໍາເລັດກອງປະຊຸມປະເມີນຜົນໜ່ວຍຊາວໜຸ່ມ 4 ບຸກ ຄັ້ງທີ VIIII ປະຈໍາປີ 2020. ກອງປະຊຸມໄດ້ດໍາເນີນມາເປັນເວລາ 1 ຕອນ ຢູ່ທີ່ຫ້ອງປະຊຸມຊັ້ນ IV ຫ້ອງວ່າການປົກຄອງ ແຂວງຫົວພັນ, ພາຍໃຕ້ການເປັນປະທານຂອງສະຫາຍ ພົມມາ ຮຸ່ງນະຄອນ ຄະນະປະຈໍາ, ຄະນະບໍລິຫານງານຊາວໝຸ່ມແຂວງຫົວພັນ ແລະ ສະຫາຍ ສຸກເສີ່ມຢາງຈາງ ຄະນະໜ່ວຍພັກ, ຫົວໜ້າຂະແໜງອົບຮົມຄະນະໂຄສະນາອົບຮົມແຂວງ ແລະ ພ້ອມດ້ວຍວິຊາການຄະນະຍໍລິຫານງານຊາວໜຸ່ມແຂວງ, ມີຜູ້ຕ່າງໜ້າຈາກອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກຊາວໜຸ່ມພາຍໃນໜ່ວຍເຂົ້າຮ່ວມທັງໝົດ 11 ສະຫາຍ, ຍິງ 4 ສະຫາຍ.
ກອງປະຊຸມໄດ້ຮັບຟັງບົດສະຫຼຸບການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ແລະ ດ້ານອ່ອນຄົງຄ້າງທີ່ຈະໄດ້ປັບປຸງແກ້ໄຂໃນຕໍ່ໜ້າ ກອງປະຊຸມຍັງໄດ້ພ້ອມກັນປະປອບຄໍາຄິດເຫັນໃສ່ບົດສະຫຼຸບໃຫ້ຈະແຈ້ງສົມບູນຂຶ້ນຕື່ມ ແລະ ໄດ້ຕົກລົງເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານຕິດຕາມທິດທາງແຜນການສູ້ຊົນທີ່ໄດ້ກໍານົດໄວ້ໃນປີ 2022 ຈາກນັ້ນສະມາຊິກຊາວໜຸ່ມກໍ່ໄດ້ຜ່ານບົດສໍາຫຼວດຕົນເອງ ແລະ ໄດ້ລົງຄະແນນສຽງປິດລັບ. ເຊິ່ງພາຍໃນໜ່ວຍມີສະມາຊິກທັງໝົດ 7 ສະຫາຍ, ຍິງ 4 ສະຫາຍ, ໃນນັ້ນມີໜ້າປະເມີນຕົວຈິງແມ່ນ 6 ສະຫາຍ, ຍິງ 3 ສະຫາຍ ບໍ່ໄດ້ເຂົ້າຮ່ວມປະເມີນເນື່ອງຈາກວ່າໄປຮຽນຕໍ່ໄລຍະຍາວ ແລະ ຜ່ານການປະເມີນຕົວຈິງແມ່ນໄດ້ດີ 6 ສະຫາຍ, ຍິງ 3 ສະຫາຍ ເທົ່ກັບ 100 %.
ຄອຂ ເປີດຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າຈະຂະຫຍາຍເຂົ້າພັກໃຫ້ພະແນກການອ້ອມຂ້າງແຂວງ.
ພິທີເປີດຮຽນສະໜັບສະໜູນເປົ້າໝາຍຂະຫຍາຍເຂົ້າພັກໃຫ້ມະຫາຊົນກ້າວໜ້າເພື່ອຂະຫຍາຍເຂົ້າພັກ ໄດ້ໄຂຂຶ້ນໃນເວລາ 8:30 ຂອງວັນທີ 21 ຕຸລາ 2021 ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຫ້ອງວ່າການປົກຄອງແຂວງຫົວພັນຫຼັງເກົ່າ. ໃນພິທີດັ່ງກ່າວນີ້ມີມະຫາຊົນຜູ້ທີ່ກ້າວໜ້າ ມາຈາກພະແນກການອ້ອມຂ້າງແຂວງຄື: ພະແນກສຶກສາ ແລະ ກິລາ, ພະແນກ ກະສິກໍາແລະ ປ່າໄມ້, ສະຫວັດດີການ, ພະລັງງານ ແລະ ບໍ່ແຮ່, ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຫົວພັນ. ມີມະຫາຊົນກ້າວໜ້າເຂົ້າຮຽນທັງໝົດ 13 ສະຫາຍ, ຍິງ 6 ສະຫາຍ.
ຄອຂ ໄດ້ສໍາເລັດການລົງຕິດຕາມເຊື່ອມຊືມມະຕິ11ຂອງພັກ, ມະຕິ 10 ຂອງອົງຄະນະພັກແຂວງຫົວພັນ ແລະ ວຽກງານ 3 ສ້າງຢູ່ ບ້ານຫ້ອຍມ້າ ເມືອງຊໍາເໜືອ.
ຕອນເຊົ້າ ຂອງວັນທີ 23 ກັນຍາ 2021 ທີມງານຂອງຄະນະໂຄສະນາອົບຮົມແຂວງໄດ້ ລົງມາສົມທົບໃສ່ຄະນະໂຄສະນາອົບຮົມເມືອງໄປເຮັດວຽກຢູ່ບ້ານຫ້ອຍມ້າ ພາຍໃຕ້ການນໍາທີມໂດຍ ສະຫາຍ ຕົງລີ ເຕັ່ງ ກໍາມະການພັກແຂວງ ຫົວຫນ້າຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍທີມງານແຂວງ ເຊິງເປັນກຽດເຂົ້າຮ່ວມ ສະຫາຍ ກໍາມະການພັກເມືອງ ຜູ້ຊີ້ນໍາເຂດ ແລະ ຄະນະໂຄສະນາອົບຮົມເມືອງ, ມີສະມາຊິກພັກ, ອົງການຈັດຕັ້ງບ້ານຫ້ອຍມ້າ, ມີເຖົ້າແກ່ແນວໂຮມບ້ານເຂົ້າຮ່ວມ ຢ່າງພ້ອມພຽງ.
ໜ່ວຍແມ່ຍິງຄະນະໂຄສະນາອົບຮົມແຂວງ
ສໍາເລັດກອງປະຊຸມປະເມີນ ແມ່ຍິງ 3 ດີ ປະຈໍາປີ 2021
ຕອນເຊົ້າວັນທີ 17 ກັນຍາ 20121 ນີ້, ໜ່ວຍແມ່ຍິງຄະນະໂຄສະນາອົບຮົມແຂວງຫົວພັນ ໄດ້ສໍາເລັດກອງປະຊຸມປະເມີນໜ່ວຍແມ່ຍິງ 3 ດີ ປະຈໍາປີ 2021. ກອງປະຊຸມໄດ້ດໍາເນີນມາເປັນເວລາ 1 ຕອນ ຢູ່ທີ່ຫ້ອງປະຊຸມນ້ອຍຄະນະໂຄສະນາອົບຮົມແຂວງຫົວພັນ, ພາຍໃຕ້ການເປັນປະທານ ທ່ານ ແປ້ນ ໄຊຍະທໍາ ເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ໃຫ້ກຽດເຂົ້າຮ່ວມມີຄະນະພັກ, ມີຜູ້ຕ່າງໜ້າຈາກອົງການຈັດຕັ້ງມະຫາຊົນຄະນະໂຄສະນາອົບຮົມແຂວງຫົວພັນ, ພ້ອມດ້ວຍສະມາຊິກແມ່ຍິງພາຍໃນໜ່ວຍເຂົ້າຮ່ວມທັງໝົດ 9 ສະຫາຍ, ຍິງ 7 ສະຫາຍ;
ຄອຂ ເປີດຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າຈະຂະຫຍາຍເຂົ້າພັກໃຫ້ພະແນກການອ້ອມຂ້າງແຂວງ.
ພິທີເປີດຮຽນສະໜັບສະໜູນເປົ້າໝາຍຂະຫຍາຍເຂົ້າພັກໃຫ້ມະຫາຊົນກ້າວໜ້າເພື່ອຂະຫຍາຍເຂົ້າພັກ ໄດ້ໄຂຂຶ້ນໃນເວລາ 8:30 ຂອງວັນທີ 10 ກັນຍາ 2021 ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຫ້ອງວ່າການປົກຄອງແຂວງຫົວພັນຫຼັງເກົ່າ. ໃນພິທີດັ່ງກ່າວນີ້ມີ
ມີ 31 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 91 |
![]() | ມື້ວານນີ້ | 230 |
![]() | ອາທິດນີ້ | 1250 |
![]() | ເດືອນນີ້ | 890 |
![]() | ທັງໝົດ | 198870 |