ສໍາເລັດການລົງຕິດຕາມຊຸກຍູ້ການຈັດຕັ້ງຜັນຂະຫຍາຍ
ມະຕິ XI ຂອງພັກ ແລະ ມະຕີ X ຂອງອົງຄະນະພັກແຂວງຢູ່ ເມືອງຊໍາເໜືອ
ໃນຕອນເຊົ້າຂອງວັນທີ່ 4 ກຸມພາ 2022 ຜ່ານມານີ້, ຄະນະໂຄສະນາອົບຮົມແຂວງຫົວພັນ ໄດ້ລົງຕິດຕາມຊຸກຍູ້ຄະນະໂຄສະນາອົບຮົມເມືອງຊໍາເໜືອ, ລົງຕິດຕາມ, ຊຸກຍູ້ການຈັດຕັ້ງຜັນຂະຫຍາຍມະຕິ XI ຂອງພັກ ແລະ ມະຕິ X ຂອງອົງຄະນະພັກແຂວງຫົວພັນ ຢູ່ ເມືອງຊໍາເໜືອ, ກອງປະຊຸມໄດ້ດໍາເນີນມາເປັນເວລາ 1 ຕອນ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຄໍາຜິວ ສີລະທົນ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານການເມືອງແນວຄິດທິດສະດີເມືອງຊໍາເໜືອ, ຍັງມີທ່ານ ຕຸ້ຍຄໍາ ບູລາວົງ ຄະນະປະຈໍາພັກເມືອງຫົວໜ້າຄະນະໂຄສະນາອົບຮົມເມືອງ, ທ່ານ ສຸກເສີ່ມ ຢາງຈາງ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ ພ້ອມດ້ວຍທິມງານຂອງແຂວງ ແລະ ພະນັກງານຄະນະໂຄສະນາອົບຮົມເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ການລົງຕິດຕາມ, ຊຸກຍູ້ການຈັດຕັ້ງຜັນຂະຫຍາຍມະຕິ XI ຂອງພັກ ແລະ ມະຕີ X ຂອງອົງຄະນະພັກແຂວງຫົວພັນ ຢູ່ເມືອງຊໍາເໜືອໃນຄັ້ງນີ້ໄດ້ຮັບຟັງການາຍງານສ່ອງແສງສະພາບລວມຂອງເມືອງ ແລະ ດ້ານທີ່ພົ້ນເດັ່ນ ແລະ ດ້ານຫຍໍ້ທໍ້ຈາກທ່ານ ຕຸ້ຍຄໍາ ບູລາວົງ ຄະນະປະຈໍາພັກເມືອງຫົວໜ້າຄະນະໂຄສະນາອົບຮົມເມືອງ ຜ່ານການລາຍງານຂອງເມືອງ, ທີມງານເຈາະຈີ້ມ ແລະ ກອງປະຊຸມຍັງໄດ້ສົນທະນາແລກປ່ຽນບົດຮຽນລະຫວ່າງແຂວງ ແລະ ເມືອງ ເພື່ອຄວາມຮັບຮູ້ເຂົ້າໃຈເລີກເຊິ່ງ ແລະ ມີຄວາມເປັນເອກະພາບກັນກ່ຽວກັບການຜັຍຂະຫຍາຍແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ໃຫ້ມີການຫັນປ່ຽນທາງດ້ານທັດສະນະຄວາມຮັບຮູ້ແນວຄິດ ແລະ ການກະທໍາທີ່ເປັນເອກະພາບກັບແນວທາງນະໂຍບາຍຂອງພັກ, ສົ່ງເສີມດ້ານຕັ້ງໜ້າ, ແກ້ໄຂບັນຫາດ້ານຫຍໍ້ທໍ້ຕ່າງໆທີ່ເກີດຂື້ນ, ສ້າງຄວາມເຊື້ອໝັ້ນຂອງການນໍາຂອງພັກ ແລະ ການຄຸ້ມຄອງຂອງລັດ.
ຄອຂ ເປີດຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າຈະຂະຫຍາຍເຂົ້າພັກໃຫ້ພະແນກການອ້ອມຂ້າງແຂວງ.
ພິທີເປີດຮຽນສະໜັບສະໜູນເປົ້າໝາຍຂະຫຍາຍເຂົ້າພັກໃຫ້ມະຫາຊົນກ້າວໜ້າເພື່ອຂະຫຍາຍເຂົ້າພັກ ໄດ້ໄຂຂຶ້ນໃນເວລາ 8:30 ຂອງວັນທີ 21 ມັງກອນ 2022 ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຫ້ອງວ່າການປົກຄອງແຂວງຫົວພັນຫຼັງເກົ່າ. ໃນພິທີດັ່ງກ່າວນີ້ມີມະຫາຊົນຜູ້ທີ່ກ້າວໜ້າ ມາຈາກພະແນກການອ້ອມຂ້າງແຂວງຄື: ທະນາຄານພັດທະນາລາວສາຂາແຂວງຫົວພັນ ແລະ ແມ່ຍິງແຂວງຫົວພັນ. ມີມະຫາຊົນກ້າວໜ້າເຂົ້າຮຽນທັງໝົດ 5 ສະຫາຍ, ຍິງ 3 ສະຫາຍ.
ສໍາເລັດການລົງຕິດຕາມຊຸກຍູ້ການຈັດຕັ້ງຜັນຂະຫຍາຍ
ມະຕິ XI ຂອງພັກ ແລະ ມະຕີ X ຂອງອົງຄະນະພັກແຂວງຢູ່ບ້ານເມືອງແວ່ນ, ເມືອງຊໍາເໜືອ
ໃນຕອນເຊົ້າຂອງວັນທີ່ 12 ພະຈິກ 2021 ຜ່ານມານີ້, ຄະນະໂຄສະນາອົບຮົມແຂວງຫົວພັນ ໄດ້ສົມທົບກັບຄະນະໂຄສະນາອົບຮົມເມືອງຊໍາເໜືອ, ລົງຕິດຕາມ, ຊຸກຍູ້ການຈັດຕັ້ງຜັນຂະຫຍາຍມະຕິ XI ຂອງພັກ ແລະ ມະຕິ X ຂອງອົງຄະນະພັກແຂວງຫົວພັນ ຢູ່ເຂດບ້ານເມືອງແວ່ນ, ເມືອງຊໍາເໜືອ, ກອງປະຊຸມໄດ້ດໍາເນີນມາເປັນເວລາ 1 ຕອນ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ແປ້ນ ໄຊຍະທໍາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ ແລະ ທ່ານ ລີວັນ ພິທັກ ກໍາມະການພັກເມືອງຜູ້ຊື້ນໍາເຂດແວ່ນ ພ້ອມດ້ວຍທິມງານຂອງແຂວງ ແລະ ເມືອງ, ເລຂາພັກບ້ານ, ນາຍບ້ານ 15 ບ້ານ, ບັນດາອົງການຈັດຕັ້ງຂອງບ້ານ ແລະ ພໍ່ແມ່ປະຊາຊົນ 4 ບ້ານໃກ້ຄຽງເຂົ້າຮ່ວມຢ່າງພ້ອມພຽງ.
ຄອຂ ສໍາເລັດການປະເມີນຜົນການຈັດຕັ້ງປະຕິບັດວຽກງານພະນັກງານ, ປະເມີນໜ່ວຍພັກປອດໃສ, ເຂັ້ມແຂງໜັກແໜ້ນ ປະຈໍາປີ 2021.
ວັນທີ 17-18 ພະຈິກ 2021 ຜ່ານມານີ້, ຄະນະໂຄສະນາອົບຮົມແຂວງຫົວພັນ ໄດ້ສໍາເລັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດວຽກງານພະນັກງານ - ລັດຖະກອນ, ປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021. ກອງປະຊຸມໄດ້ດໍາເນີນມາເປັນເວລາ 2 ວັນ ຢູ່ທີ່ຫ້ອງປະຊຸມຊັ້ນ IV ຫ້ອງວ່າການປົກຄອງ ແຂວງຫົວພັນ, ພາຍໃຕ້ການເປັນປະທານຂອງທ່ານ ຕົງ ລີເຕັ່ງ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ. ມີບັນດາທ່ານຕາງໜ້າມາຈາກພະແນກພາຍໃນແຂວງ, ຄະນະກວດກາພັກ, ພະແນກກວດກາລັດ, ຈັດຕັ້ງແຂວງ ພ້ອມດ້ວຍພະນັກງານ- ລັດຖະກອນ, ສະມາຊິກພັກ ເຂົ້າຮ່ວມທັງໝົດ 18 ສະຫາຍ, ຍິງ 7 ສະຫາຍ.
ຄອຂ ໄດ້ສໍາເລັດການລົງຕິດຕາມເຊື່ອມຊືມມະຕິ11ຂອງພັກ, ມະຕິ 10 ຂອງອົງຄະນະພັກແຂວງຫົວພັນ ແລະ ວຽກງານ 3 ສ້າງຢູ່ ບ້ານນາທອງ ເມືອງຊໍາເໜືອ.
ຕອນເຊົ້າ ຂອງວັນທີ 19 ພະຈິກ 2021 ທີມງານຂອງຄະນະໂຄສະນາອົບຮົມແຂວງໄດ້ ລົງມາສົມທົບໃສ່ຄະນະໂຄສະນາອົບຮົມເມືອງໄປເຮັດວຽກຢູ່ບ້ານນາທອງ ພາຍໃຕ້ການນໍາທີມໂດຍ ສະຫາຍ ອົ້ມ ອິນທະລາ ເຕັ່ງ ຮອງຫົວຫນ້າຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍທີມງານແຂວງ ເຊິງເປັນກຽດເຂົ້າຮ່ວມ ສະຫາຍ ກໍາມະການພັກເມືອງ ຜູ້ຊີ້ນໍາເຂດ ແລະ ຄະນະໂຄສະນາອົບຮົມເມືອງ, ມີສະມາຊິກພັກ, ອົງການຈັດຕັ້ງບ້ານນາທອງ, ມີເຖົ້າແກ່ແນວໂຮມບ້ານເຂົ້າຮ່ວມ ຢ່າງພ້ອມພຽງ.
ມີ 13 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 97 |
![]() | ມື້ວານນີ້ | 230 |
![]() | ອາທິດນີ້ | 1256 |
![]() | ເດືອນນີ້ | 896 |
![]() | ທັງໝົດ | 198876 |