ຄອຂ ເປີດຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າຈະຂະຫຍາຍເຂົ້າພັກໃຫ້ພະແນກການອ້ອມຂ້າງແຂວງ.
ພິທີເປີດຮຽນສະໜັບສະໜູນເປົ້າໝາຍຂະຫຍາຍເຂົ້າພັກໃຫ້ມະຫາຊົນກ້າວໜ້າເພື່ອຂະຫຍາຍເຂົ້າພັກ ໄດ້ໄຂຂຶ້ນໃນເວລາ 8:30 ຂອງວັນທີ 8 ເມສາ 2022 ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຫ້ອງວ່າການປົກຄອງແຂວງຫົວພັນຫຼັງເກົ່າ. ໃນພິທີດັ່ງກ່າວນີ້ມີມະຫາຊົນຜູ້ທີ່ກ້າວໜ້າ ມາຈາກບັນດາຮາກຖານພັກ, ໜ່ວຍອ້ອມຂ້າງແຂວງ ມີມະຫາຊົນກ້າວໜ້າເຂົ້າຮຽນທັງໝົດ 11 ສະຫາຍ, ຍິງ 6 ສະຫາຍ
. ຄະນະໂຄສະນາອົບຮົມແຂວງຫົວພັນ ສໍາເລັດການລົງຕິດຕາມການຮຽນ-ການສອນວິຊາສຶກສາພົນລະເມືອງຢູ່ ມສ ພັນຊໍາແຂວງຫົວພັນ.
ໃນມື້ວັນທີ 30 ມີນາ 2022 ຜ່ານມານີ້, ຄະນະໂຄສະນາອົບຮົມແຂວງຫົວພັນ ໄດ້ການລົງຕິດຕາມການຮຽນ-ການສອນວິຊາສຶກສາພົນລະເມືອງຢູ່ ມສ ພັນຊໍາ, ເຊິ່ງການລົງຕິດຕາມການຮຽນ-ການສອນ ພາຍໃຕ້ການເປັນປະທານຂອງສະຫາຍ ນ ເວີນພອນ ຄໍາພົມສົມບັດ ອໍານວຍການໂຮງຮຽນພັນຊໍາ ແລະ ທ່ານ ສຸກເສີ່ມ ຢ່າງຈາງ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍທິມງານ, ຄູສອນວິຊາສຶກສາພົນລະເມືອງ ແລະ ນ້ອງນ້ອຍນັກຮຽນເຂັ້າຮ່ວມຢ່າງພ້ອມພຽງ.
ຄອຂ ເປີດຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າຈະຂະຫຍາຍເຂົ້າພັກໃຫ້ພະແນກການອ້ອມຂ້າງແຂວງ.
ພິທີເປີດຮຽນສະໜັບສະໜູນເປົ້າໝາຍຂະຫຍາຍເຂົ້າພັກໃຫ້ມະຫາຊົນກ້າວໜ້າເພື່ອຂະຫຍາຍເຂົ້າພັກ ໄດ້ໄຂຂຶ້ນໃນເວລາ 8:30 ຂອງວັນທີ 11 ມີນາ 2022 ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຫ້ອງວ່າການປົກຄອງແຂວງຫົວພັນຫຼັງເກົ່າ. ໃນພິທີດັ່ງກ່າວນີ້ມີມະຫາຊົນຜູ້ທີ່ກ້າວໜ້າ ມາຈາກພະແນກການອ້ອມຂ້າງແຂວງຄື: ພະແນກພາຍໃນ ແຂວງ ແລະ ພະແນກ ການເງິນ. ມີມະຫາຊົນກ້າວໜ້າເຂົ້າຮຽນທັງໝົດ 8 ສະຫາຍ, ຍິງ 3 ສະຫາຍ
ຄະນະໂຄສະນາອົບຮົມແຂວງສໍເລັດກອງປະຊຸມສະຫຼຸບ
ວຽກງານໂຄສະນາອົບຮົມວຽກງານການເມືອງ-ແນວຄິດທົ່ວແຂວງຫົວພັນ.
ໃນວັນທີ 23 ກຸມພາ 2022 ຜ່ານມານີ້, ຄະນະໂຄສະນາອົບຮົມແຂວງຫົວພັນ ໄດ້ເປີດກອງປະຊຸມສະຫຼຸບວຽກງານຄະນະໂຄສະນາອົບຮົມວຽກງານການເມືອງ-ແນວຄິດທົ່ວແຂວງຫົວພັນ ຂຶ້ນທີ່ຫ້ອງປະຊຸມໃຫຍ່ຊັ້ນ V ຫ້ອງວ່າການ ແຂວງຫົວພັນຫຼັງເກົ່າ. ພາຍໃຕ້ການເປັນປະທານຂອງທ່ານ ທ່ານ ເພີດ ມາປັນຍາ, ຮອງເລຂາຄະນະບໍລິຫານງານພັກແຂວງ, ຮອງເຈົ້າແຂວງໆຫົວພັນ ແລະ ການເຂົ້າຮ່ວມຂອງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍຄະນະ, ມີບັນດາທ່ານຫົວໜ້າ, ຮອງຫົວໜ້າພະແນກການອ້ອມຂ້າງແຂວງ ຜູ້ທີ່ເຮັດວຽກງານການເມືອງ - ແນວຄິດອ້ອມຂ້າງແຂວງ ແລະ ບັນດາເລຂາພັກເມືອງ, ຮອງເລຂາພັກເມືອງຜູ້ຊີ້ນໍາວຽກງານແນວຄິດ - ທິດສະດີຂັ້ນເມືອງ, ຫົວໜ້າ, ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງ ແລະ ພະນັກງານລັດຖະກອນທີ່ສັງກັດຢູ່ໂຄສະນາອົບຮົມແຂວງເຂົ້າຮ່ວມທັງໝົດ 81 ກວ່າຄົນ, ຍິງ 18 ຄົນ.
ຄະນະໂຄສະນາອົບຮົມແຂວງຫົວພັນໄດ້ເຂົ້າຮ່ວມກອງປະຊຸມທາງໄກ ວຽກງານໂຄສະນາອົບຮົມທົ່ວປະເທດປະຈໍາປີ 2021 ໄດ້ຈັດຂື້ນໃນວັນທີ 09 ກຸມພາ 2022 ທີ່ຫ້ອງປະຊຸມໃຫຍ່ ຫ້ອງວ່າການແຂວງຫົວພັນ ໂດຍການເປັນປະທານຂອງ ສະຫາຍ ເພີດ ມາປັນຍາ ຮອງເລຂາພັກແຂວງ ຜູ້ຊີ້ນໍາຂົງເຂດວຽກງານເເນວຄິດ - ທິດສະດີຂັ້ນແຂວງ ແລະມີຫົວໜ້າ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຫົວໜ້າ, ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງ 10ເມືອງ ໃນຂອບເຂດທົ່ວແຂວງຫົວພັນ ພ້ອມດ້ວຍພະນັກງານພາຍໃນຄະນະໂຄສະນາອົບຮົມຂັ້ນແຂວງກໍໄດ້ເຂົ້າຮ່ວມຢ່າງພ້ອມ ພຽງ.
ມີ 15 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 107 |
![]() | ມື້ວານນີ້ | 230 |
![]() | ອາທິດນີ້ | 1266 |
![]() | ເດືອນນີ້ | 906 |
![]() | ທັງໝົດ | 198886 |