ໂດຍປະຕິບັດຕາມ ດຳລັດ ຂອງປະທານປະເທດ ແຫ່ງ ສປປ ລາວ ສະບັບເລກທີ 155/ປປທ, ລົງວັນທີ 14 ກັນຍາ 2022 ວ່າດ້ວຍການປະດັບຫຼຽນໄຊແຮງງານ ແລະ ໃບມອບສິດ ສະບັບເລກທີ 81/ຫພ, ລົງວັນທີ 24 ເມສາ 2023 ວ່າດ້ວຍການມອບສີດໃຫ້ຫົວໜ້າພະແນກການ, ອົງການທຽບເທົ້າຂັ້ນແຂວງ ແລະ 10 ເມືອງຕາງໜ້າເຈົ້າແຂວງປະດັບການຍ້ອງຍໍໃຫ້ກົມກອງ ແລະ ບຸກຄົນດີເດັ່ນໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ.
ໃນເວລາ 8:30 ຂອງວັນທີ 7 ກໍລະກົດ 2023 ນີ້ ຄະນະໂຄສະນາອົບຮົມແຂວງ ໄດ້ຈັດພິທີສະຫຼຸບຂະບວນການແຂ່ງຂັນ, ຍ້ອງຍໍຜົນງານ 5 ປີ 2016-2020 ແລະ ປະກາດເນື້ອໃນຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາຮອດ ປີ 2025 ຂຶ້ນທີ່ຫ້ອງປະຊຸມນ້ອຍຊັ້ນ 4 ຕືກສຳນັກງານປົກຄອງແຂວງ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຕົງລີ ເຕັ່ງ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີອາດີດຮອງຫົວໜ້າ, ພະນັກງານບໍານານ ແລະ ບັນດາທ່ານຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຫົວໜ້າ, ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານ - ລັດຖະກອນຂອງຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ຕົງລີ ເຕັ່ງ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ປະທານກອງປະຊຸມໄດ້ມີຄຳເຫັນກ່າວເປີດ ແລະ ຜ່ານບົດສະຫຼຸບ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ 5 ປີ 2016-2020 ແລະ ປະກາດ ເນື້ອໃນຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາແຕ່ນີ້ຮອດ ປີ 2025 ພ້ອມທັງຜ່ານລາຍຊື່ ແລະ ປະດັບຫຼຽນໃຫ້ບຸກຄົນດີເດັ່ນມີ: ຫຼຽນໄຊແຮງງານຊັ້ນ I ມີ ຈຳນວນ 2 ທ່ານ, ຊັ້ນ II ມີ ຈໍານວນ 3 ທ່ານ, ຊັ້ນ III ມີຈໍານວນ 2 ທ່ານ ແລະ ໃບຍ້ອງຍໍຂອງລັດຖະບານ ມີຈຳນວນ 11 ທ່ານ ໃຫ້ບຸກຄົນ ທີ່ມີຜົນງານດີເດັ່ນ ປະກອບສ່ວນດ້ານເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນຂະບວນການແຂ່ງຂັນຮັກຊາດໃນໄລຍະ 5 ປີ (2016-2020), ກອງປະຊຸມຍັງໄດ້ຮັບຟັງແຜນການແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາ ຂອງຄະນະໂຄສະນາອົບຮົມແຂວງປະຈຳ 5 ປີ (2021-2025) ເພື່ອເປັນການປຸກລະດົມພະນັກງານ-ລັດຖະກອນພາຍໃນຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມຂະບວນການແຂ່ງຂັນຍ້ອງຍໍຮັກຊາດ ແລະ ພັດທະນາໃຫ້ເປັນຂະບວນການຟົດພື້ນ 4 ຂະແໜງການກໍໄດ້ຂຶ້ນຈັບມືແຂ່ງຂັນເພື່ອພ້ອມກັນຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມໃນຕໍ່ໜ້າໃຫ້ໄດ້ຕາມແຜນການທີ່ວາງໄວ້.
ໃນນັ້ນຍັງໄດ້ຮັບຟັງການຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມ 6 ເດືອນຕົ້ນປີ ແລະ ວາງທິດທາງ 6 ເດືອນທ້າຍປີ 2023 ຕື່ມອີກ.
ຕອນທ້າຍກອງປະຊຸມ ທ່ານ ຕົງລີ ເຕັ່ງ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ຍັງໄດ້ໃຫ້ກຽດໂອ້ລົມ ກ່ອນອື່ນ ເພິ່ນໄດ້ຍ້ອງຍໍຕໍ່ຜົນງານຜົນງານ, ຜົນສໍາເລັດຫຼາຍດ້ານທີ່ຍາດມາໄດ້ໃນໄລຍະ 5 ປີຜ່ານມາ ແລະ ຮຽກຮ້ອງໃຫ້ພະນັກງານ-ລັດຖະກອນພາຍໃນຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມຂະບວນການແຂ່ງຂັນຍ້ອງຍໍຮັກຊາດ ແລະ ພັດທະນາປະຈໍາ 5 ປີ 2021-2025 ໃນຕໍ່ໜ້າໃຫ້ປະກົດຜົນເປັນຈິງ.
ໃນຕອນເຊົ້າຂອງວັນທີ 28 ມີຖຸນາ 2023. ພິທີມອບ-ຮັບໃບຢັ້ງຢືນ ໜ່ວຍພັກປອດໃສ່, ເຂັ້ມແຂງ, ໜັກແໜ້ນ ໜ່ວຍພັກຮາກຖານ ແລະ ໜ່ວຍພັກທີ່ຂື້ນກັບຄະນະພັກຮາກຖານອ້ອມຂ້າງແຂວງ ປະຈໍາປີ 2022. ໄດ້ໄຂຂື້ນຢູ່ທີຫ້ອງປະຊຸມໃຫຍ່ຊັ້ນ 5 ຕຶກສໍານັກງານປົກຄອງແຂວງ ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ລ້ອງຄໍາ ພອນມີໄຊ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ມີບັນດາຜູ້ຕ່າງໜ້າຮາກຖານພັກ, ໜ່ວຍພັກອ້ອມຂ້າງແຂວງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ສະຫາຍ ຄໍາພວງ ອໍາຄາທອງຄໍາ ຄະນະໜ່ວຍພັກ, ຮອງຫົວໜ້າຄະນະຈັດຕັ້ງແຂວງໄດ້ຂື້ນຜ່ານມະຕິຕົກລົງຂອງຄະນະພັກຂັ້ນເທີ້ງ ວ່າດ້ວຍມອບໃບຢັ້ງຢືນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັດແໜ້ນ ປະຈໍາປີ 2022 ແລະ ຜ່ານລາຍຊື່ພາກສ່ວນທີ່ກ່ຽວຂ້ອງຂື້ນຮັບໃບຢັ້ງຢືນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2022 ຈໍານວນ 36 ຮາກຖານ, ຈາກນັ້ນແຕ່ລະຮາກຖານພັກກໍ່ໄດ້ຂື້ນຮັບໃບຢັ້ງຢືນດັ່ງກ່າວ, ເປັນກຽດມອບໂດຍ ສະຫາຍ ນາງ ລ້ອງຄໍາ ພອນມີໄຊ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ.
ໃນພິທີດັ່ງກ່າວສະຫາຍ ນາງ ຄອນສີ ອິນທະວີ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍ່ໄດ້ຕ່າງໜ້າໃຫ້ໜ່ວຍພັກ ຄະນະໂຄສະນາອົບຮົມແຂວງຂື້ນຮັບຢ່າງສົມກຽດ.
ພິທີດັ່ງກ່າວໄດ້ປິດລົງດ້ວຍໝາກຜົນອັນຈົບງາມ.
ໃນວັນທີ່ 4 ມີຖຸນາ 2023 ທີ່ຜ່ານມານີ້, ຄະນະໂຄສະນາອົບຮົມແຂວງຫົວພັນ ເຊີ່ງນຳໂດຍ ສະຫາຍ ຕົງລີ ເຕັ່ງ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ ໄດ້ຕ້ອນຮັບຄະນະຜູ້ແທນຄະນະໂຄສະນາສືກສາພັກ ແຂວງເຊີນລາ ສສ ຫວຽດນາມ ເຊິ່ງນຳໂດຍ ສະຫາຍ ດິງທິ ບິກທ້າວ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາສືກສາພັກ ແຂວງເຊີນລາ ເນື່ອງໃນໂອກາດທີ່ຄະນະດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫົວພັນຢ່າງເປັນທາງການ.
ມື້ດຽວກັນນີ້, ຄະນະຜູ້ແທນຄະນະໂຄສະນາສືກສາພັກແຂວງເຊີນ ໄດ້ເຂົ້າວາງກະຕ່າດອກໄມ້ຢຸ່ຮູບປັ່ນ ປະທານ ໄກສອນ ພົມວິຫານ ເພື່ອເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ, ລະນຶກເຖິງຄຸນງາມ ຄວາມດີ ແລະ ຜົນງານອັນໃຫຍ່ຫລວງຂອງ ປະທານ ໄກສອນ ພົມວິຫານ ທີ່ໄດ້ອຸທິດຕະຫລອດຊີວິດໃຫ້ແກ່ການປະຕິວັດ ແລະ ປະເທດຊາດ.
ໃນເວລາ 14 ໂມງ 00 ນາທີ ກອງປະຊຸມພົບປະແລກປ່ຽນບົດຮຽນ ໄດ້ຈັດຂື້ນຢູ່ທີ່ ຫ້ອງປະຊຸມ ຊັ້ນ 5 ຕືກສຳນັກງານປົກຄອງແຂວງຫົົວພັນ ລະຫວ່າງ ຄະນະໂຄສະນາອົບຮົມແຂວງຫົວພັນ ເຊີ່ງນຳໂດຍ ທ່ານ ຕົ່ງລີ ເຕັ່ງ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍຄະນະ ແລະ ຄະນະຜູ້ແທນຄະນະໂຄສະນາສຶກສາ ແຂວງເຊີນລາ ນຳໂດຍ ທ່ານ ດິງທິ ບິກທ້າວ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາສືກສາພັກ ແຂວງເຊີນລາ ພ້ອມດ້ວຍຄະນະ ເຂົ້າຮ່ວມຢ່າງພ້ອມພຽງໃນຖ້າມກາງບັນຍາກາດທີ່ເຕັມໄປດ້ວຍຄວາມສາມັກຄີ, ມິດຕະພາບພິເສດ, ສອງຝ່າຍໄດ້ພັດປ່ຽນກັນລາຍງານໂດຍຫຍໍ້ສະພາບການເຄື່ອນໄຫວວຽກງານໂຄສະນາສຶກສາ-ໂຄສະນາອົບຮົມ ຂອງແຕ່ລະຝ່າຍ ແລະ ເອກະພາບບາງໃນເນື້ອໃນການຮ່ວມມືໃນຕໍ່ໜ້າດັ່ງນີ້:
1. ເພີ່ມທະວີວຽກງານໂຄສະນາສຶກສາອົບຮົມ ໃຫ້ປະຊາຊົນ 2 ແຂວງ ເວົ້າລວມ, ເວົ້າສະເພາະ ປະຊາຊົນຢູ່ບໍລິເວນຊາຍແດນ, ພ້ອມກັນຮັກສາ ແລະ ເພີ່ມທະວີ ຄວາມສາມັກຄີມິດຕະພາບພິເສດ ລາວ - ຫວຽດນາມ, ຫົວພັນ - ເຊີນລາ ນັບມື້ນັບພັດທະນາຂຶ້ນເລື່ອຍໆ.
2. ຮັກສາການຮ່ວມມືແລກປ່ຽນ 2 ປີ/ຄັ້ງ, ສະຖານທີ່ແມ່ນພັດປ່ຽນກັນຈັດຕັ້ງເປັນເຈົ້າພາບ, ແຕ່ລະຝ່າຍແຕ່ງຕັ້ງຄະນະເຮັດວຽກ ໂດຍນໍາໂດຍສະຫາຍຫົວໜ້າຄະນະ ຫຼື ຮອງຫົວໜ້າຄະນະ ເປັນຫົວໜ້າຄະນະມາຢ້ຽມຢາມ, ແລກປ່ຽນສະພາບ ແລະ ວິທີການຮ່ວມມືໃນຕໍ່ໜ້າ.
3. ສືບຕໍ່ປະສານສົມທົບແລກປ່ຽນບົດຮຽນ ກ່ຽວກັບວຽກງານໂຄສະນາສຶກສາ, ແນວຄິດການເມືອງ ແລະບັນດາຂົງເຂດວຽກງານໂຄສະນາສຶກສາ - ໂຄສະນາອົບຮົມ ຂອງແຕ່ລະຝ່າຍ.
ໃນຕອນຄ່ຳຂອງວັນດຽວກັນ ໄດ້ມີພິທີບາສີສູ່ຂວັນ ເນື່ອງໃນໂອກາດປິໃໝ່ລາວ ໃຫ້ແກ່ຄະນະຜູ້ແທນ ທັ້ງນີ້ກໍ່ເພື່ອເປັນການປະຕິບັດຮີດຄອງປະເພນີຂະນົບທຳນຽມທີ່ເປັນມູນເຊື້ອ ອັນດີງາມ ທີ່ເຄີຍປະຕິບັດກັນມາແຕ່ດົນນານ, ທັງເປັນການຮ່ວມອວຍພອນຊຶ່ງກັນ ແລະ ກັນ, ໃຫ້ມີແຕ່ສິ່ງດີງາມເຂົ້າມາໃນຊີວິດສ່ວນຕົວ ແລະ ຄອບຄົວ ດ້ວຍຄຳເວົ້າທີ່ເປັນມຸງຄຸນໃຫ້ມີໂຊກມີໄຊ ແລະ ຫົດນຳອວຍພອນເຊິ່ງກັນ ແລະກັນດ້ວຍບັນຍາກາດເບີກບານມ່ວນຊື່ນ.
ວັນທີ 17 ພຶດສະພາ 2023 ທີ່ຜ່ານມານີ້ ຄະນະໂຄສະນາອົບຮົມແຂວງຫົວພັນໄດ້ຈັດພິທີປາຖະກະຖາ ວັນປະຫວັດສາດສໍາຄັນຂອງພັກ, ຂອງຊາດ ແລະ ສາກົນ ຄືຶ: ວັນຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 64 ປີ, ວັນວິລະກຳ ໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 63 ປີ, ວັນເກີດຂອງປະທານໂຮ່ຈີ່ມິນ ຄົບຮອບ 133 ປີ, ວັນເກີດທ່ານ ກາກມາກ ຄົບຮອບ 205 ປີ, ວັນໄຊຊະນະຂອງສະຫະພາບໂຊວຽດ ເໜືອຟາດເຢຍລະມັນໃນສົງຄາມໂລກຄັ້ງທີ II ຄົບຮອບ 78 ປີ ແລະ ວັນໄຊຊະນະດຽນບຽນຟູ ຄົບຮອບ 69 ປີ. ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຕົງລີ ເຕັ່ງ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ມີ ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງພ້ອມດ້ວຍພະນັກງານ ລັດຖະກອນ ເຂົ້າຮ່ວມຢ່າງພ້ອມພຽງ.
ເພື່ອເປັນການໂຄສະນາ-ສຶກສາອົບຮົມໃຫ້ພະນັກງານພາຍໃນຄະນະໂຄສະນາອົບຮົມພວກເຮົາ ມີຄວາມຮັບຮູ້, ເຂົ້າໃຈ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມ ຂອງບັນດາວັນປະຫວັດສາດດັ່ງກ່າວ ເຂົ້າໃນການຝຶກຝົນຫຼໍ່ຫຼອມສະມາຊິກພັກ, ພະນັກງານ ເພື່ອຮັບໃຊ້ຊາດ ຮັບໃຊ້ປະຊາຊົນ, ເພີ່ມທະວີຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງຫົວພັນ ກໍ່ຄືການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ. ເພື່ອປຸກລະດົມນໍ້າໃຈຮັກຊາດ, ຮັກລະບອບໃໝ່, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເຊີດຊູບົດບາດການນຳພາຂອງພັກ ໄປພ້ອມກັບການປຸກລະດົມຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ໂດຍຕິດພັນກັບການຍູ້ແຮງຂະບວນການປະຕິບັດ 2 ວາລະແຫ່ງຊາດກໍ່ຄືການຈັດຕັ້ງປະຕິບັດແຜນພັດທະນະເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ໃນຕໍ່ໜ້ານີ້ ໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້.
ພິທີດັ່ງກ່າວໄດ້ປິດລົງດ້ວຍໝາກຜົນອັນຈົບງາມ.
ໃນຕອນເຊົ້າວັນທີ 12 ພຶດສະພາ 2023 ຄະນະໂຄສະນາອົບຮົມແຂວງໄດ້ເປີດຮຽນສະໜັບສະໜຸນໃຫ້ມະຫາຊົນຜູ້ທີ່ມີຄວາມກ້າວໜ້າເພື່ອຂະຫຍາຍເຂົ້າເປັນສະມາຊິກພັກ ເຊີ່ງຈັດຂື້ນຢູ່ຫ້ອງປະຊຸມນ້ອຍຊັ້ນ 4 ຕືກຫ້ອງວ່າການແຂວງຫຼັງເກົ່າ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ບັນລະຍາຍເອກະສານ ຂອງ ສະຫາຍ ຕົງລີ ເຕັ່ງ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີມະຫາຊົນຜູ້ທີ່ກ້າວໜ້າ ມາຈາກບັນດາຮາກຖານພັກ, ໜ່ວຍພັກ ອ້ອມຂ້າງແຂວງ ມີມະຫາຊົນກ້າວໜ້າເຂົ້າຮຽນທັງໝົດ 10 ສະຫາຍ, ຍິງ 6 ສະຫາຍ.
ໃນພິທີມະຫາຊົນຜູ້ທີ່ມີຄວາມກ້າວໜ້າໄດ້ຮັບຟັງການເຊື່ອມຊືມເອກະສານຕ່າງໆ ກ່ຽວກັບການນໍາໃຊ້ເອກະສານອົບຮົມເປົ້າໝາຍຂະຫຍາຍເຂົ້າພັກ ເຊິ່ງປະກອບມີ 17 ຄໍາຖາມ 17 ຄໍາຕອບ ກ່ຽວກັບພັກປະຊາຊົນປະຕິວັດລາວມາຈັດຕັ້ງເຜີຍແຜ່, ຮໍ່າຮຽນໃຫ້ມະຫາຊົນກ້າວໜ້າເຂົ້າໃຈຢ່າງເລິກເຊິ່ງ ຜ່ານການເຊື່ອມຊຶມເອກະສານສຶກສາອົບຮົມເປົ້າໝາຍຂະຫຍາຍເຂົ້າພັກ ໄດ້ເຮັດໃຫ້ມະຫາຊົນ ຜູ້ທີ່ມີຄວາມກ້າວໜ້າ ໄດ້ຮັບຮູ້ເຂົ້າໃຈເບື້ອງຕົ້ນ ກ່ຽວກັບປະຫວັດຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກ, ເຂົ້າໃຈກ່ຽວກັບມາດຖານ, ເງື່ອນໄຂ ແລະ ຜົນປະໂຫຍດທີ່ຈະໄດ້ຮັບຂອງສະມາຊິກພັກ.
ໃນຕອນທ້າຍຂອງພິທີ ສະຫາຍ ຕົງລີ ເຕັ່ງ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍ່ໄດ້ມອບໃບຢັ້ງຢືນໃຫ້ແກ່ມະຫາຊົນກ້າວໜ້າ ທີ່ໄດ້ຜ່ານການຮຽນສະໜັບສະໜູນຄັ້ງນີ້ ເພື່ອເປັນການຢັ້ງຢືນ ແລະ ເປັນການທົດສອບໃນການຝຶກຝົນຫຼໍ່ຫຼອມວຽກງານຂອງມະຫາຊົນ ຜູ້ທີ່ມີຄວາມກ້າວໜ້າ ຕາມການມອບໝາຍຂອງຂັ້ນເທິງ.
ພິທີດັ່ງກ່າວໄດ້ປິດລົງດ້ວຍໝາກຜົນອັນຈົບງາມ.
ມີ 47 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 105 |
![]() | ມື້ວານນີ້ | 440 |
![]() | ອາທິດນີ້ | 2002 |
![]() | ເດືອນນີ້ | 545 |
![]() | ທັງໝົດ | 273260 |