ຕອນເຊົ້າຂອງວັນທີ 15 ກັນຍາ 2023 ທີ່ຜ່ານມານີ້ ຄະນະໂຄສະນາອົບຮົມແຂວງຫົວພັນໄດ້ຈັດກອງປະຊຸມສ່ອງແສງສະພາບແນວຄິດຫາງສຽງ-ສັງຄົມ ປະຈຳເດືອນ ກັນຍາ ແລະ ທິດທາງແຜນການ ເດືອນ ຕຸລາ ປີ 2023 ຂຶ້ນ ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຕືກສຳນັກງານອົງການປົກຄອງແຂວງຫົວພັນ, ພາຍໃຕ້ການເປັນປະທານຂອງ ທ່ານ ເພີດ ມາປັນຍາ ຮອງເລຂາພັກແຂວງ, ຜູ້ປະຈຳການ ມີທ່ານຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ, ບັນດາທ່ານຄະນະກໍາມະການຄົ້ນຄວ້າ, ວິເຄາະ, ວິໄຈ, ຕິດຕາມ, ເກັບກໍາຫາງສຽງ-ສັງຄົມຂັ້ນແຂວງ ແລະ ຜູ້ຕາງໜ້າເຂົ້າຮ່ວມທັງໝົດ 13 ສະຫາຍ, ຍິງ 4 ສະຫາຍ.
ໃນກອງປະຊຸມຄັ້ງນີ້ ທ່ານ ອົ້ມ ອີນທະລາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຜ່ານຮ່າງບົດສະຫຼຸບຕີລາຄາສະພາບແນວຄິດຫາງສຽງ-ສັງຄົມ ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຫາງສຽງ-ສັງຄົມ ປະຈຳເດືອນ ກັນຍາ ແລະ ທິດທາງແຜນການ ເດືອນ ຕຸລາ ປີ 2023. ຈາກນັ້ນປະທານກອງປະຊຸມໄດ້ໃຫ້ທິດນຳເຈາະຈີ້ມຕໍ່ຮ່າງບົດສະຫຼຸບລາຍງານ ແລະ ທິດທາງແຜນການໃນການຈັດຕັ້ງເຄື່ອນໄຫວວຽກງານຫາງສຽງ-ສັງຄົມໃນໄລຍະຜ່ານມາ ພ້ອມນັ້ນບັນດາທ່ານຄະນະກໍາມະການຄົ້ນຄວ້າ, ວິເຄາະ, ວິໄຈຫາງສຽງ-ສັງຄົມ ຍັງໄດ້ລາຍງານສະພາບແນວຄິດ ຫາງສຽງ-ສັງຄົມ ຂອງສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ຄົ້ນຄວ້າ ວິເຄາະ ວິໄຈ ຕາມຄຳເຈາະຈີ້ມ ແລະ ບັນດາຫາງສຽງ-ສັງຄົມ; ຫາງສຽງ-ສັງຄົມຕໍ່ກັບແນວທາງຂອງພັກ; ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ແລະ ສະພາບປະກົດການຫຍໍ້ທໍ້ໃນສັງຄົມ ແລະ ຮັບຮອງເອກະພາບເອົາແຜນການສືບຕໍ່ຈັດຕັ້ງປະຕິບັດໃນ ເດືອນ ຕຸລາ ຕ້ອງໄດ້: ສືບຕໍ່ນໍາພາເຮັດວຽກງານສຶກສາອົບຮົມການເມືອງແນວຄິດ ດ້ວຍການນຳແນວທາງແຜນນະໂຍບາຍຂອງພັກ, ກົດໝາຍ, ມະຕິ, ຄຳສັ່ງ ແລະ ເອກະສານອື່ນໆຈັດຕັ້ງເຊື່ອມຊຶມຈັດຕັ້ງເຜີຍແຜ່ໃຫ້ສະມາຊິກພັກ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ປະຊາຊົນໃຫ້ມີຄວາມຮັບຮູ້ທາງດ້ານການເມືອງ, ແນໃສ່ສ້າງສະຕິໃຫ້ມີຄວາມເປັນເຈົ້າປະຕິບັດລະບຽບ, ກົດໝາຍ,ມີຄວາມເປັນເອກະພາບກັບມະຕິ ແລະ ເພີ່ມທະວີໃນການເຮັດວຽກງານນໍາພາແນວຄິດ, ກຳແນວຄິດຈິດຕະສາດຂໍ້ຂັດ ຂ້ອງໝອງໃຈຂອງສັງຄົມໃຫ້ເລິກເຊິ່ງ; ຕ້ອງຖືເອົາວຽກງານຕິດຕາມກວດກາສະພາບຫາງສຽງ-ສັງຄົມເປັນວຽກງານທີ່ສຳຄັນໃນທຸກຂະບວນການ, ຈັດຕັ້ງເຜີຍແຜ່ຜົນສຳເລັດ ກອງປະຊຸມສະຫຼຸບຕີລາຄາການນຳພາ-ຊີ້ນຳຂອງຄະນະ ພັກໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກແຂວງ ໃນໄລຍະກາງສະໄໝໃຫ້ບັນດາເປົ້າໝາຍຕ່າງໆ.
ຕອນທ້າຍຂອງກອງປະຊຸມ ທ່ານ ເພີດ ມາປັນຍາ ຮອງເລຂາພັກແຂວງ, ຜູ້ປະຈຳການ ຍັງໄດ້ໃຫ້ກຽດໂອ້ລົມ ເພີ່ນໄດ້ເໜັ້ນໜັກ ແລະ ຮຽກຮ້ອງໃຫ້ບັນດາທ່ານ ບັນດາຄະນະກຳຄົ້ນຄວ້າ, ວິເຄາະ, ວິໄຈຕິດຕາມເກັບກຳສະພາບແນວຄິດ ຫາງສຽງ - ສັງຄົມຂັ້ນແຂວງ ເປັນເຈົ້າການຕິດຕາມການຈັດຕັ້ງປະຕິບັດແນວທາງຂອງພັກ, ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ, ບັນຫາຫາງສຽງ-ສັງຄົມ ທີ່ນໍາສະເໜີໃຫ້ຄະນະພັກອົງການຕ່າງໆ ຕ້ອງເປັນເຈົ້າຮີບຮ້ອນກວດກາສຶກສາອົບຮົມແນວຄິດແກ້ໄຂໃຫ້ທັນເຫດການຊີ້ແຈງບັນຫາຖືກກັບຕົວຈິງແລະເປັນເຈົ້າລາຍງານໃຫ້ຄະນະໂຄສະນາອົບຮົມແຂວງຮັບຊາບ. ຄະນະກຳມະການຄົ້ນຄວ້າ, ຕິດຕາມກຳສະພາບຫ່າງສຽງ-ສັງຄົມຕ້ອງເພີ່ມທະວີໃນການສະຫຼຸບລາຍ ງານສະພາບແນວຄິດ ຫາງສຽງ-ສັງຄົມ ຂັ້ນຂອງຕົນໃຫ້ເປັນປົກກະຕິ,ຕິດຕາມເນື້ອໃນບົດລາຍງານປະຈຳເດືອນ, ຫາງ ສຽງ-ສັງຄົມທີ່ຕ້ອງນຳໄປສະເໜີເຮັດວຽກງານສຶກສາອົບຮົມນຳພາແນວຄິດ; ເພື່ອນໍາສະເໜີລາຍງານຕໍ່ຂັ້ນເທິງ. ຄະນະໂຄສະນາອົບຮົມແຂວງໃນນາມເປັນໃຈກາງໃກ້ຊິດຕິດແທດກັບຄະນະພັກຂັ້ນເທິງ, ຕິດຕາມກວດກາເກັບກຳສະພາບແນວຄິດຫາງສຽງ-ສັງຄົມຕ້ອງເພີ່ມທະວີຂອດປະສານງານ, ການຕິດຕາມສັງລວມບັນຫາ ຫາງສຽງ-ສັງຄົມຄຳຮ້ອງຟ້ອງ, ຮ້ອງທຸກ ຈາກພົນລະເມືອງດີ ແລະ ຕາໜ່າງເພື່ອນຮ່ວມງານ, ພ້ອມທັງເຂົ້າຮວ່ມຂະບວນການເກັບກຳຂໍ້ມູນ ເພື່ອນຳມາສະເໜີກອງປະຊຸມຄົ້ນຄວ້າ, ວິເຄາະ, ວິໄຈແຕ່ລະເດືອນ. ສະຫຼຸບສັງລວມສະພາບແນວຄິດຫາງສຽງ-ສັງຄົມ, ດ້ານຕັ້ງໜ້າ ແລະ ສະພາບປະກົດການຫຍໍ້ທໍ້ໃນສັງຄົມ ໃຫ້ຄະນະພັກຂັ້ນເທິງຮັບຊາບ.
ກອງປະຊຸມດັ່ງກ່າວໄດ້ດຳເນີນເວລາ 1 ຕອນ ແລະ ປິດລົງດ້ວຍໝາກຜົນອັນຈົບງາມ
ໃນວັນທີ 08 ກັນຍາ ປີ 2023 ທີ່ຜ່ານມານີ້ ໜ່ວຍພັກຮາກຖານ ຄະນະໂຄສະນາອົບຮົມແຂວງຫົວພັນ ໄດ້ຈັດພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊີກພັກສຳຮອງ, ພາຍໃຕ້ເປັນ ປະທານຂອງ ສະຫາຍ ຕົງລີ ເຕັ່ງ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ ແລະ ຍັງມີບັນດາ ສະຫາຍ ຄະນະໜ່ວຍພັກ ພ້ອມດ້ວຍ ສຳມະຊີກພັກ ພາຍໃນຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ 13ສະຫາຍ, ຍິງ 4 ສະຫາຍ.
ໃນພິທີດັ່ງກ່າວ ສະຫາຍ ນາງ ຄອນສີ ອິນທະວີ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຂື້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ202/ຄປຈຂ ລົງວັນທີ 9 ສິງຫາ 2023 ວ່າດວ້ຍການອະນຸມັດສະມາຊີກສຳຮອງ ຈຳນວນ 1 ສະຫາຍທີ່ໄດ້ຜ່ານການຕິດຕາມ, ກວດການ ເປັນເວລາ 1 ປີ ຕາມລະບຽບຂອງພັກ ເຫັນວ່າຜູ້ກ່ຽວມີຄວາມເອົາໃຈໃສ່ ຝຶກຝົນຫຼໍ່ຫຼອມ ມີຄວາມຫ້າວຫັນ, ຊອກຮູ້ຫາຮຽນ ເຮັດສຳເລັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ ແລະ ມີຄວາມຕື່ນຕົວ ສະໝັກໃຈ ເຂົ້າສັງກັດໃນອົງການຈັດຕັ້ງຂອງພັກປະຊາຊົນປະຕິວັດລາວ.
ໃນໂອກາດດັ່ງກ່າວ ສະຫາຍ ຕົງລີ ເຕັ່ງ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍ່ໄດ້ໃຫ້ກຽດໂອລົມ ກ່ອນອື່ນ ສະຫາຍ ໄດ້ສະແດງຄວາມຍ້ອງຕໍ່ສະມາຊີກສຳຮອງໃໝ່ທີ່ມີຄວາມຫ້າວຫັນ, ເຮັດສຳເລັດໜ້າທີ່ ວຽກງານ ພ້ອມທັງຍົກໃຫ້ເຫັນຄວາມສໍາຄັນ, ພາລະບົດບາດ, ການຊີ້ນຳ-ນໍາພາ ທີ່ສະຫຼາດສ່ອງໃສຂອງພັກ. ພ້ອມກັນນັ້ນ ສະຫາຍໄດ້ເນັ້ນໜັກໃຫ້ສຳມະຊີກ ທຸກສະຫາຍຕ້ອງຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ປະຕິບັດກົດລະບຽບຂອງພັກ, ຂໍ້ກໍານົດລະບຽບຂອງລັດ ແລະ ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນທົ່ວໄປ, ຕັ້ງໜ້າຊອກຮູ້ຮ່ຳຮຽນ, ຍົກສູງລະດັບຄວາມຮູ້-ຄວາມສາມາດ, ຝືກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນສະມາຊີກພັກສົມບູນ ຜູ້ດີເດັ່ນຂອງພັກ.
ພິທີດັ່ງກ່າວໄດ້ປິດລົງໃນເວລາ 11:30 ຂອງວັນດັ່ງກ່າວ
ໃນຕອນເຊົ້າວັນທີ 07 ກັນຍາ 2023, ຮາກຖານກໍາມະບານ ຄະນະໂຄສະນາອົບຮົມແຂວງຫົວພັນ ໄດ້ສໍາເລັດ ກອງປະຊຸມປະເມີນຜົນ ເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2023. ຢູ່ທີ່ຫ້ອງປະຊຸມຊັ້ນ IV ຕືກສຳນັກງານອົງການປົກຄອງແຂວງຫົວພັນ, ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ຄຳພວງ ຄຳບຸດດາພັນ, ຮອງປະທານກຳມະບານຮາກຖານ ຄະນະໂຄສະນາອົບຮົມແຂວງ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ຕົງລີ ເຕັ່ງ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍ ສະມາຊິກກໍາມະບານພາຍໃນ ໜ່ວຍເຂົ້າຮ່ວມຢ່າງພ້ອມພຽງ
ກອງປະຊຸມໄດ້ຮັບຟັງບົດສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງ 5 ເປັນເຈົ້າ ຂອງກໍາມະບານໃນໄລຍະ 1 ປີ ເຊີ່ງໄດ້ຍົກໃຫ້ເຫັນດ້ານດີ ຜົນງານທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ແລະ ດ້ານອ່ອນຄົງຄ້າງທີ່ຈະຕ້ອງປັບປຸງແກ້ໄຂໃນຕໍ່ໜ້າ ກອງປະຊຸມຍັງໄດ້ ພ້ອມກັນປະກອບຄໍາ ຄິດຄໍາເຫັນໃສ່ ບົດສະຫຼຸບໃຫ້ຈະແຈ້ງສົມບູນຂື້ນຕື່ມ ແລະ ໄດ້ຕົກລົງເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານ ຕາມທິດທາງແຜນການ ສູ້ຊົນທີ່ໄດ້ກໍານົດໄວ້ໃນປີ 2024. ຈາກນັ້ນສະມາຊິກກໍາມະບານກໍໄດ້ຜ່ານບົດສໍາຫຼວດຕົນເອງ ແລະ ໄດ້ລົງຄະແນນສຽງປິດລັບ. ເຊີ່ງພາຍໃນ ໜ່ວຍມີສະມາຊິກກຳມະບານທັງໝົດ 22 ສະຫາຍ, ຍິງ 9 ສະຫາຍ,ໃນນັ້ນເປັນສະມາຊິກພັກ 19 ສະຫາຍ, ຍິງ 08 ສະຫາຍ, ເປັນສະມາຊິກຊາວໜຸ່ມ 8 ສະຫາຍ, ຍິງ 4 ສະຫາຍ, ເປັນສະມາຊິກແມ່ຍີງ 9 ສະຫາຍ. ໃນນັ້ນມີໜ້າປະເມີນຕົວຈິງແມ່ນ 15 ສະຫາຍ, ຍິງ 5 ສະຫາຍ, 7 ສະຫາຍບໍ່ໄດ້ເຂົ້າຮ່ວມປະເມີນ. ຜ່ານການປະເມີນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັ້ນ 5 ເປັນເຈົ້າຂອງໜ່ວຍ ກໍາມະບານຮາກຖານຄະນະໂຄສະນາອົບຮົມແຂວງຫົວພັນ ສາມາດຈັດປະຕິບັດບັນລຸໄດ້ຕາມລະດັບຄາດໝາຍທີ່ວາງໄວ້. ໃນພິທີ ໄດ້ມອບ-ຮັບ ໃບຍ້ອງຍໍກຳມະບານ 5 ເປັນເຈົ້າ ຂອງປະທານສະຫະພັນກຳມະບານແຂວງ ໃຫ້ບຸກຄົນ ຈໍານວນ 20 ໃບ. ມອບ-ຮັບໃບຢັ້ງຢືນ ແລະ ໃບຍ້ອງຍໍ ກຳມະບານ 5 ເປັນເຈົ້າ ໃຫ້ກຳມະບານຮາກຖານຄະນະໂຄສະນາອົບຮົມແຂວງ ທີ່ບັນລຸຄາດໝາຍການປະເມີນຜົນເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2022.
ໃນໂອກາດດັ່ງກ່າວ ສະຫາຍ ຕົ່ງ ລີເຕັ່ງ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມຄັ້ງນີ້ ເຊິ່ງກ່ອນອື່ນ ສະຫາຍ ໄດ້ຍ້ອງຍໍ ຊົມເຊີຍ ຕໍ່ຜົນງານໃນການຈັດຕັ້ງປະຕິບັດຂະບວນການ 5 ເປັນເຈົ້າໃນໄລຍະ 1 ປີຜ່ານມາ ແລະ ເໜັ້ນໜັກໃຫ້ສືບຕໍ່ ຮັກສາ ມູນເຊື້ອ ຄວາມສາມັກຄີ ອັນດີງາມດັ່ງກ່າວໃນສົກປີຕໍ່ໆໄປ, ພ້ອມນັ້ນ ໃຫ້ສືບຕໍ່ເອົາໃຈໃສ່ສຶກສາອົບຮົມວຽກງານ ການເມືອງ - ແນວຄິດ ໃຫ້ແກ່ຖັນແຖວສະມາຊິກກໍາມະບານ, ເຂົ້າຮ່ວມຂະບວນການ ແລະ ຈັດຕັ້ງປະຕິບັດວຽກງານຕ່າງໆເປັນຕົ້ນວຽກງານວິຊາສະເພາະ, ວຽກງານທີ່ພົວພັນກັບຂໍ້ແຂ່ງຂັນ 5 ເປັນເຈົ້າຂອງກໍາມະບານຈັດຕັ້ງ ປະຕິບັດໃຫ້ມີຜົນສໍາເລັດ ແລະ ພ້ອມກັນແຂ່ງຂັນກັນ ຈັດຕັ້ງປະຕິບັດຕາມເນື້ອໃນຂໍ້ແຂ່ງ ຂັນ 5 ເປັນເຈົ້າໃຫ້ປະກົດຜົນເປັນຈິງ ເພື່ອພັດທະນາວຽກງານກຳມະບານໃຫ້ດີຂື້ນເລື່ອຍໆ.
ກອງປະຊຸມປະເມີນ ເນື້ອໃນຂໍ້ແຂ່ງຂັນ 3 ດີ ປະຈຳປີ 2023 ຂອງໜ່ວຍແມ່ຍິງຄະນະໂຄສະນາອົບຮົມແຂວງ ໄດ້ເປີດຂຶ້ນໃນເວລາ 8:30 ຂອງວັນທີ 6 ກັນຍາ 2023 ທີ່ຫ້ອງປະຊຸມ ຂອງຄະນະໂຄສະນາອົບຮົມແຂວງ ກອງປະຊຸມໄດ້ດຳເນີນມາເປັນເວລາ 1 ຕອນ ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ມາໄລທອງ ສີນາວົງ ປະທານໜ່ວຍແມ່ຍິງຂອງຄະນະໂຄສະນາອົບຮົມ ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ຕົງລີ ເຕັ່ງ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຜູ້ຕ່າງໜ້າຈາກອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກແມ່ຍິງພາຍໃນໜ່ວຍເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ຜ່ານມະຕິຕົກລົງແຕ່ງຕັ້ງຄະນະຮັບຜິດຊອບກະກຽມກອງປະຊຸມປະເມີນເນື້ອໃນຂໍ້ແຂ່ງຂັນ 3 ດີ ປະຈຳປີ 2023 ຈາກນັ້ນ ສະຫາຍເລຂາໜ່ວຍພັກ ໄດ້ມີຄຳເຫັນຊີ້ນຳກອງປະຊຸມ ເພື່ອເຮັດໃຫ້ການດຳເນີນກອງປະຊຸມດຳເນີນໄປດ້ວຍຜົນສຳເລັດຕາມແຜນການການທີ່ວາງໄວ້, ປະທານໜ່ວຍແມ່ຍິງໄດ້ຂຶ້ນເຜີຍແຜ່ເນື້ອໃນຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ ແລະ ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ໃນໄລຍະ 1 ປີ ຜ່ານມາເຊິ່ງມີທັງດ້ານດີຜົນງານ, ດ້ານອ່ອນຄົງຄ້າງ ແລະ ທິດທາງແຜນການທີ່ຈະໄດ້ພ້ອມກັນຈັດຕັ້ງປະຕິບັດໃນປີ 2024 ຈາກນັ້ນສະມາຊິກແມ່ຍິງແຕ່ລະສະຫາຍໄດ້ຜ່ານບົດສຳຫຼວດ ແລະ ລົງຄະແນນຕາມ ເນຶ້ອໃນຂໍ້ແຂ່ງຂັນແມ່ຍິງ 3 ດີ ເຊິ່ງພາຍໃນໜ່ວຍມີສະມາຊິກທັງໝົດ 8 ສະຫາຍ ໄປຮຽນຕໍ່ໄລຍະຍາວ 1 ສະຫາຍ ເຂົ້າຮວ່ມປະເມີນ 7 ສະຫາຍ, ຜ່ານການປະເມີນຕົວຈິງແມ່ນໄດ້ແມ່ຍິງ 3 ດີ 100%.
ຕອນທ້າຍຂອງກອປະຊຸມ ຍັງໄດ້ຮັບຟັງຄຳເຫັນໂອລົມຈາກ ສະຫາຍ ຕົງລີ ເຕັ່ງ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ກ່ອນອື່ນ ສະຫາຍ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວຈັດຕັ້ງປະຕິບັດ ເນື້ອໃນຂໍ້ແຂ່ງຂັນແມ່ຍິງ 3 ດີ ໃນປີ2023, ຍ້ອນຄວາມເປັນຫ່ວງເປັນໄຍ ຂອງສະຫາຍ ຈິ່ງໄດ້ເໜັ້ນໜັກ ຊີ້ທິດເຍື່ອງທາງໃຫ້ເອຶ້ອຍນ້ອງແມ່ຍິງ ເອົາໃຈໃສ່ເຄື່ອນໄຫວປະຕິບັດພາລະບົດບາດ ເປັນຕົວແທນແຫ່ງການປົກປ້ອງສິດ,ຜົນປະໂຫຍດ ອັນຊອບທຳຂອງສະມາຊິກແມ່ຍິງ ແລະ ເດັກນ້ອຍຕາມກົດໝາຍ, ສົ່ງເສີມຄວາມສະເໝີພາບ ຍິງ-ຊາຍ ເພື່ອຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຫ່ງຕໍ່ແມ່ຍິງ ແລະ ເດັກນ້ອຍ ພ້ອມກັນຈັດຕັ້ງປະຕິບັດທິດທາງແຜນການໃນປີຕໍ່ໄປ, ຮັກສາມູນເຊື້ອແມ່ຍິງ3 ດີ ໃຫ້ໄດ້ເປັນ ແມ່ຍິງ 3 ດີຕະຫຼອດໄປ.
ເພື່ອເຮັດໃຫ້ການສະເຫຼີມສະຫຼອງວັນເກີດ ປະທານຄຳໄຕ ສີພັນດອນ ຄົບຮອບ 100 ປີ ສຳເລັດໄປຕາມຈຸດປະສົງຄາດໝາຍ ທີ່ວາງໄວ້ຄະນະຮັບຜິດຊອບຊີ້ນຳການກະກຽມສະເຫຼີມສະຫຼອງວັນເກີດ ປະທານ ຄຳໄຕ ສີພັນດອນຄົບຮອບ 100 ປີ ຂັ້ນສູນກາງໄດ້ລົງມາເຄືອນໄຫວເຮັດວຽກ ຢູ່ແຂວງຫົວພັນ.
ກອງປະຊຸມໄດ້ເຜີຍແຜ່ນິຕິກຳຕ່າງໆ ກ່ຽວກັບ ການກະກຽມ ແລະ ສະເຫຼີມສະຫຼອງວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີເປີດຂື້ນ ໃນເວລາ 8:00 ຂອງວັນທີ 31 ສິງຫາ 2023 ຢູ່ທີ່ຫ້ອງປະຊຸມ ຊັ້ນ5 ຕືກສຳນັກງານປົກຄອງແຂວງຫົວພັນ ເປັນເວລາ 1 ຕອນ. ພາຍໃຕ້ການເປັນປະທານຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າໂຄສະນາອົບຮົມສູນກາງພັກ, ຫົວໜ້າກອງເລຂາກະກຽມສະເຫຼີມສະຫຼອງວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ເພີດ ມາປັນຍາຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານແນວຄິດ, ພັກພະນັກງານ, ມີຫົວໜ້າຫອ້ງວ່າການ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍຄະນະ ຫົວໜ້າພະແນກຖະແຫ່ງຂ່າວ ວັດທະນາທໍາ ແລະ ທ່ອງທ່ຽວ, ຫົວໜ້າກອງບັນຊາການ ປກສ-ປກຊ ແຂວງຫົວພັນ, ເຂລາພັກເມືອງ ເຈົ້າເມືອງ ເມືອງຊຳເໜືອ, ເມືອງວຽງໄຊ, ເມືອງສົບເບົາ, ເມືອງຫົວເມືອງ,ເມືອງຮ້ຽມ ແລະ ຄະນະຮັບຜິດຊອບກະກຽມສະເຫຼີມສະຫຼອງວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ຮັບຟັງການເຜີຍແຜ່ ຄຳສັ່ງຂອງຄະນະເຂລາທິການສູນກາງພັກ ສະບັບເລກທີ387/ຄລສພ, ລົງວັນທີ 16 ມີຖຸນາ 2023 ວ່າດ້ວຍການສະເຫຼີມສະຫຼອງ ວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ຜ່ານມະຕິຕົກລົງຂອງຄະນະເຂລາທິການສູນກາງພັກ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບກະກຽມສະເຫຼີມສະຫຼອງ ວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ສະບັບເລກທີ337/ຄລສພ, ຜ່ານແຜນດຳເນີນງາານຂອງຄະນະຮັບຜິດຊອບ ສະເຫຼີມ ສະຫຼອງວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ100 ປີ ຈາກຄະນະຮັບຜິດຊອບຂັ້ນສູນກາງພັກ, ຮັບຟັງການລາຍງານກະກຽມ ສະເຫຼີມສະຫຼອງ ວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ຈາກຄະນະພັກ, ອົງການປົກຄອງແຂວງ ແລະ ເມືອງ ຈາກນັ້ນກອງປະຊຸມຍັງໄດ້ປຶກສາຫາລືແຜນການກະກຽມ ຢູ່ຂັ້ນແຂວງ ໃຫ້ໄດ້ຮັບຜົນສຳເລັດຕາມແຜນການທີວາງໄວ້.
ຕອນທ້າຍຂອງກອງປະຊຸມ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນການພັກ, ຮອງເຂລາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຫົວໜ້າກອງເຂລາກະກຽມສະເຫຼີມສະຫຼອງວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ຍັງໃຫ້ກຽດໂອລົມຕໍ່ກອງປະຊຸມ ກ່ອນອື່ນເພີ່ນໄດ້ຍ້ອງຍໍຊົມເຊີຍຕໍ່ແຂວງຫົວພັນໄດ້ກະກຽມຄວາມພ້ອມໃນການສະເຫຼີມສະຫຼອງ ວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ແລະ ເພິ່ນຍັງໄດ້ໃຫ້ທິດຊີ້ນຳ ແລະ ເໜັ້ນໜັກຄືນແຜນດຳເນີນງານ ແລະ ບັນດາຄຳເຫັນຂອງບັນດາສະຫາຍທີໄດ້ປະກອບໃນກອງປະຊຸມ ເພື່ອເຮັດໃຫ້ການສະເຫຼີມສະຫຼອງ ວັນເກີດ ປະທານຄຳໄຕ ສີພັນດອນ ຄົບຮອບ 100 ປີ ດຳເນີນໄປຕາມແຜນດ້ວຍໜາກຜົນອັນຈົບງາມ ແລະ ເປັນຂະບວນຟົດຟື້ນ. ໃນໂອກາດທີ່ສະຫາຍພ້ອມດ້ວຍທີມງານຂອງ ຄອສພ ລົງມາເຄື່ອນໄຫວເຮັດວຽກຄັ້ງນີໂອ້ລົມຍັງໄດ້ພົບປະ ແລະ ເຮັດວຽກກັບ ຄະນະໂຄສະນາອົບຮົມແຂວງຫົວພັນກ່ອນອື່ນເພີນໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີໂຄສະນາອົບຮົມແຂວງໄດ້ປະຕິບັດໃນໄລຍະຜ່ານມາ, ເພີ່ນຮຽກຮອງໃຫ້ສືບຕໍ່ເຮັດວຽກງານການເມືອງແນວຄິດໃຫ້ເລີກເຊີ່ງທົ່ວເຖິງແຕ່ລະເປົ້າໝາຍຮັບຮູ້ເຊື່ອມຊືມແນວທາງຂອງພັກ ນະໂຍບາຍລະບຽບກົດໝາຍຂອງລັດ ເພື່ອຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນ. ສືບຕໍ່ເປັນເສນາທິການໃຫ້ຄະນະພັກຂັ້ນຂອງຕົນ ໃນການເຮັດວຽກການເມືອງແນວຄິດໃຫ້ດີກ່ວາເກົ່າ.
ກອງປະຊຸມດັ່ງກ່າວໄດ້ດຳເນີນເປັນເວລາ 1 ຕອນ ແລະ ປິດລົງດ້ວຍໝາກຜົນອັນຈົບງາມ
ມີ 10 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 98 |
![]() | ມື້ວານນີ້ | 440 |
![]() | ອາທິດນີ້ | 1995 |
![]() | ເດືອນນີ້ | 538 |
![]() | ທັງໝົດ | 273253 |